ເຂດຈ່າງນີງແຂວງຢຸນນານ: ຂະແໜງການຊາຊຸກຍູ້ການຟື້ນຟູຊົນນະບົດ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ວັນທີ 17, ກິດຈະກຳ “ເຂດຈ່າງນີງ · ການປຶກສາຊາ ” ປີ 2022 ເຂດຈ່າງນີງ, ເມືອງບາວຊ່ານ, ແຂວງຢຸນນານ ໄດ້ໄຂຂຶ້ນຢ່າງເປັນທາງການ, ມີ 239 ຕົວຢ່າງຂອງຊາຈາກ108 ວິສາຫະກິດຜະລິດຊາຂອງ ທົ່ວ ເຂດໄດ້ເຂົ້າຮ່ວມການປະເມີນລົດຊາດຄັ້ງນີ້. ຈຸດປະສົງຂອງງານດັ່ງກ່າວແມ່ນເພື່ອຍົກສູງລະດັບການປຸງແຕ່ງຊາຢູ່ເຂດຈ່າງນີງ, ຊຸກຍູ້ການພັດທະນາຂະແໜງການຊາໃຫ້ດີຂຶ້ນ, ແລະຊຸກຍູ້ການຟື້ນຟູຊົນນະບົດ.

微信图片_20220518113649

ຕາມການແນະນຳ, ກິດຈຳກຳຄັ້ງນີ້ເກັບເກນຊາດຳ, ຊາຂຽວ, ຊາຂາວ, ຊາພູເອີແລະຊາອື່ນໆ ຜະລິດໃນປີ 2022 ແລະ ປີກ່ອນ. ຜູ້ຊ່ຽວຊານອີງຕາມຮູບລັກສະນະ, ກິ່ນຫອມ, ສີນ້ຳຊາ, ລົດຊາດ ແລະ ຊາຂີ້ເທົ່າ 5 ປັດໄຈນີ້ ດຳເນີນການປະເມີນ. ຜ່ານການປະເມີນຜົນ ຊ່ວຍໃຫ້ຜູ້ຜະລິດຊາສະຫຼຸບກຳມະວິທີການຜະລິດແລະຍົກສູງທັກສະການປຸງແຕ່ງຊາ.

微信图片_20220518103558

“ດົນນານມາແລ້ວ, ຄະນະພັກເຂດຈ່າງນີງ ແລະ ອຳນາດການປົກຄອງເຂດຈ່າງນີງ ເອົາໃຈໃສ່ເປັນຢ່າງດີຕໍ່ການພັດທະນາຂະແໜງການຊາ, ແລະ ກຳແໜ້ນ “ສາມສຳຄັນ” ຄືການກໍ່ສ້າງພື້ນຖານ, ສ້າງຍີ່ຫໍ້ ແລະ ການຂະຫຍາຍຕະຫຼາດ, ໂດຍອີງໃສ່ສວນຊາ 20666 ເຮັດຕາ ແລະ ຕົ້ນຊາບູຮານ 200,000 ກວ່າຕົ້ນ, ໄດ້ກ້າວເຂົ້າສູ່ເສັ້ນທາງການນຳພາດ້ວຍຍີ່ຫໍ້, ຊຸກດັນດ້ວຍຂະໜາດ, ການພັດທະນາແບບປະດິດສ້າງ.” ທ່ານຫູຢຽນ, ຮອງເລຂາຄະນະພັກເຂດຈ່າງນີງກ່າວວ່າ, ທ່ານຫວັງວ່າໂດຍຜ່ານການປຶກສາຫາລືກ່ຽວກັບສີມືຫັດຖະກຳທີ່ດີ, ຍີ່ຫໍ້ທີ່ດີ, ຕະຫຼາດທີ່ດີ ຈະໃຫ້ອຸດສາຫະກໍາຊາຈ່າງນີງມີການພັດທະນາອັນຍາວນານແລະມີອະນາຄົດອັນສົດໃສ.

ໃນຊຸມປີມໍ່ໆມານີ້, ໂດຍອີງໃສ່ຊັບພະຍາກອນຊາແລະທ່າແຮງຂອງຂະແໜງການຊາ, ຕາມແນວຄວາມຄິດການພັດທະນາ “ເຂດຊາກາຍເປັນແຫຼ່ງທ່ອງທ່ຽວ, ສວນຊາກາຍເປັນສວນສາທາລະນະ, ພູຊາກາຍເປັນພູຄຳ”, ເລັ່ງລັດກໍ່ສ້າງສວນຊາທັນສະໄໝ, ການບຳລຸງສ້າງແກ່ນຫຼັກທຸລະກິດ, ຍຸດທະສາດການພັດທະນາຍີ່ຫໍ້, ສົ່ງເສີມວິທີການຄ້າທີ່ມີຄວາມຫຼາກຫຼາຍ, ການບຳລຸງຊັບພະຍາກອນມະນຸດ ແລະ ການກໍ່ສ້າງວັດທະນະທໍາຊາ. ເລັ່ງລັດກໍ່ສ້າງລະບົບອຸດສາຫະກຳທັນສະໄໝໃນດ້ານຂະແໜງອຸດສາຫະກຳຊາ, ເສດຖະກິດຊາ, ລະບົບນິເວດຊາ, ການທ່ອງທ່ຽວຊາ ແລະ ວັດທະນະທຳຊາ ໃຫ້ມີການເຊື່ອມໂຍງ ແລະ ພັດທະນາຢ່າງກົມກຽວກັນ, ໃຫ້ຂະແໜງການຊານັບມື້ນັບເຂັ້ມແຂງ, ປະຊາຊົນຮັ່ງມີຂື້ນ, ວັດທະນະທຳ ແລະ ຊົນນະບົດສວຍງາມຂື້ນ.

17日,云南省保山市昌宁县2022年“昌宁·论茶”活动正式启动,来自全县108家茶叶生产企业的239份样茶参加本次品鉴评比。此次活动旨在提高昌宁县茶叶加工水平,促进茶叶产业健康发展,助推乡村振兴。

微信图片_20220518113649

活动开幕现场(5月17日摄)。新华网 邵维岑 摄。

据介绍,本次活动征集2022年生产的红茶、绿茶、白茶和本年度及往年生产的普洱茶等,由专家评审委员会按照外形、香气、汤色、滋味和叶底5项因子进行品鉴评比。通过评比,帮助茶叶生产者总结工艺方法,提升制茶技艺。

微信图片_20220518103558

评审现场(5月17日摄)。新华网 邵维岑 摄。

“一直以来,昌宁县委、县政府高度重视茶叶产业发展,始终狠抓基地建设、品牌打造和市场拓展‘三个关键’,依托31万亩茶园和20余万株古茶树,逐步走出了一条品牌引领、规模助推、创新发展的路子。”昌宁县委副书记侯琰表示,希望通过“论茶”,论出一个好工艺、好品牌、好市场,论出昌宁茶产业长远发展的美好前景。

近年来,昌宁县立足茶资源和茶产业优势,按照“茶区变景区、茶园变公园、茶山变金山”的发展思路,加快推进现代茶园建设、经营主体培育、品牌发展战略、多元营销推介、人才培育、茶文化建设六大工程,加快构建茶产业、茶经济、茶生态、茶旅游和茶文化互融共进、协调发展的现代产业体系,让产业强起来、群众富起来、文化美起来、乡村靓起来。(新华社 记者邵维岑 陈珊珊)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/18

11:38

ແບ່ງປັນ

ແປ
翻译