ກຸ່ມບໍລິສັດລັດວິສາຫະກິດວິສະວະກໍາກໍ່ສ້າງຈີນທີ່ 4ຈໍາກັດໄດ້ລົງນາມສັນຍາຂອບການຮ່ວມມື EPC ການກໍ່ສ້າງເສັ້ນທາງຢູ່ລາວ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວຄຳປະເສີດ) ກຸ່ມບໍລິສັດລັດວິສາຫະກິດວິສະວະກໍາກໍ່ສ້າງຈີນ ທີ່ 4 ຈໍາກັດແລະ ບໍລິສັດ VCPC ຂອງລາວ (Vieng Chan Phatthana Construction and Transport Sole CO., LTD) ໄດ້ລົງນາມໃນສັນຍາຂອບການຮ່ວມມື EPC ຢູ່ນະຄອນຫຼວງວຽງຈັນປະເທດລາວໃນວັນທີ 6ເດືອນນີ້.

微信图片_20220509092708

ທ່ານ ປາໄກສີ ປະທານບໍລິສັດ CPC ແລະ ທ່ານ ຫົວຢີນເຝ  ຜູ້ຕາງໜ້າທົ່ວໄປປະຈຳ ສປປ ລາວຂອງກຸ່ມບໍລິສັດ ລັດວິສາຫະກິດ ວິສະວະກໍາ ກໍ່ສ້າງ ຈີນ ທີ່ 4ຈໍາກັດໄດ້ລົງນາມໃນສັນຍາຂອບການຮ່ວມມື EPC.ທ່ານ Khan Zhan ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນຂອງລາວ, ຜູ້ຊ່ວຍຜູ້ຈັດການໃຫຍ່ແລະຫົວໜ້າກົມສາຂາພາກເໜືອຂອງກຸ່ມບໍລິສັດ ລັດວິສາຫະກິດ ວິສະວະກໍາ ກໍ່ສ້າງ ຈີນ ທີ່ 4ຈໍາກັດ,ທ່ານ Chen Dalinເລຂາທິການສູນກາງພັກແລະປະທານບໍລິສັດຕ່າງປະເທດພັດທະນາຈຸຈຽງຈຳກັດຂອງກຸ່ມບໍລິສັດ ລັດວິສາຫະກິດ ວິສະວະກໍາ ກໍ່ສ້າງ ຈີນ ທີ່ 4ຈໍາກັດເປັນສັກຂີພິຍານພິທີລົງນາມຢູ່ນະຄອນຫຼວງວຽງຈັນສປລາວ ແລະ ກວາງໂຈ່ວ ສປ ຈີນ.

ຕາມຂ່າວແຈ້ງວ່າ, ໂຄງການເຊື່ອມຕໍ່ແຂວງບໍລິຄຳໄຊກັບແຂວງໄຊສົມບູນພາກກາງຂອງລາວມີຄວາມຍາວທັງໝົດ 116.3 ກິໂລແມັດ,ພາຍຫຼັງກໍ່ສ້າງສຳເລັດແລ້ວ,ຈະແກ້ໄຂສະພາບການຄົມມະນາຄົມບໍ່ສະດວກໃນປະຈຸບັນຂອງແຂວງໄຊສົມບູນແລະຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ.

(昆明新信息港综合整理) 中建四局与老挝VCPC公司(Vieng Chan Phatthana Construction and Transport Sole CO., LTD)6日在老挝万象签署EPC合作框架协议,双方将就老挝波里坎塞省Palai至赛松本省Namyon公路项目开展合作。

微信图片_20220509092708

VCPC公司董事长巴盖西和中建四局老挝国别总代表黄英斐在EPC合作框架协议上签字。老挝计划投资部副部长坎占、中建四局总经理助理、北方分局局长,中建珠江海外发展有限公司党总支书记、董事长陈大麟分别在老挝万象和中国广州通过现场和线上见证了签约仪式。

据介绍,该项目连接老挝中部波里坎塞省和赛松本省,公路总长116.3公里,建成后将解决赛松本省交通不便的现状,促进当地经济发展。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/09

10:46

ແບ່ງປັນ

ແປ
翻译