ລົງນາມແຜນການຊ່ວຍເຫຼືອດ້ານເຕັກໂນໂລຊີໂຄງການການຄ້າເອເລັກໂຕຼນິກຊົນນະບົດຂອງລາວທີ່ປະເທດຈີນໃຫ້ການຊ່ວຍເຫຼືອ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ)ລົງນາມແຜນການຊ່ວຍເຫຼືອດ້ານເຕັກໂນໂລຊີໂຄງການການຄ້າເອເລັກໂຕຼນິກຊົນນະບົດຂອງລາວທີ່ປະເທດຈີນໃຫ້ການຊ່ວຍເຫຼືອ ໄດ້ຈັດຂຶ້ນຢູ່ກະຊວງອຸດສາຫະກຳແລະການຄ້າລາວໃນວັນທີ 25 ມິຖຸນານີ້. ປະມານ 50 ຄົນໄດ້ເຂົ້າຮ່ວມພິທີດັ່ງກ່າວ, ໃນນັ້ນມີທ່ານJiang Zaidong ເອກອັກຄະລັດຖະທູດຈີນປະຈຳລາວ ແລະ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າລາວ, ພ້ອມດ້ວຍຜູ້ຕາງໜ້າຈາກພະແນກທີ່ກ່ຽວຂ້ອງຂອງສອງປະເທດ 50 ຄົນ.

ໂຄງການການຄ້າເອເລັກໂຕຼນິກຊົນນະບົດຂອງລາວທີ່ປະເທດຈີນໃຫ້ການຊ່ວຍເຫຼືອແມ່ນປະຕິບັດໂດຍບໍລິສັດເຕັກນິກດີຈີຕ້ອນ Yishang ຈຳກັດ. ທ່ານ Zhao Jun ປະທານບໍລິສັດດັ່ງກ່າວໃນນາມຜູ້ຮັບເໝົາໂຄງການທາງອອນລາຍວ່າ ຈະປະຕິບັດຄວາມຮຽກຮ້ອງຕ້ອງການຂອງຄະນະບໍລິຫານງານຂອງຈີນ-ລາວຢ່າງເຂັ້ມງວດ, ຮັບປະການສຳເລັດໜ້າທີ່ດັ່ງກ່າວທີ່ມີຄຸນນະພາບ ແລະ ປະລິມານ, ປະກອບສ່ວນເຂົ້າໃນການພັດທະນາມິດຕະພາບຈີນ-ລາວ.

ຕາມການຮັບຮູ້ໂຄງການນີ້ແມ່ນບົນປະສົບການຢ່າງສຳເລັດຜົນຂອງການກໍ່ສ້າງລະບອບການຄ້າເອເລັກໂຕຼນິກຊົນນະບົດທີ່ເປັນສຸກງອມຂອງຈີນ, ຍຶດໝັ້ນການກໍ່ສ້າງ ແລະ ປະຕິບັດອິງຕາມຫຼັກການ “ຊີ້ນຳລັດຖະບານ, ຫົວໜ່ວຍຫຼັກຂອງວິສາຫະກິດ ແລະ ການເຄື່ອນໄຫວຕະຫຼາດ”, ສ້າງເວທີການຄ້າເອເລັກໂຕຼນິກຜະລິດຕະພັນກະສິກຳລາວເຊິ່ງຮັບປະກັນຄຸນນະພາບ, ສ້າງຮູບແບບການພັດທະນາການຄ້າເອເລັກໂຕຼນິກຊົນນະບົດໃຫ້ເໝາະສົມກັບລາວ, ສົ່ງເສີມການສົ່ງອອກກະສິກໍາຂອງລາວ, ເພີ່ມຂຶ້ນລາຍຮັບຂອງຊາວກະສິກອນລາວ, ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ.ໂຄງການດັ່ງກ່າວຈະຊຸກຍູ້ການເຊື່ອມໂຍງຢ່າງເລິກເຊິ່ງຂອງແນວຄິດ, ມາດຕະຖານແລະລະບົບໃນດ້ານ "ການຄ້າເອເລັກໂຕຼນິກຈີນ", "ເຕັກໂນໂລຊີຈີນ" ແລະ "ການບໍລິການຂອງຈີນ" ກັບລາວ, ແລະລົງເລິກການຮ່ວມມືແລະການເຊື່ອມໂຍງດ້ານການຄ້າເອເລັກໂຕຼນິກແລະການສ້າງມາດຕະຖານລະຫວ່າງສອງປະເທດ.

新华社万象4月25日电 中国援老挝农村电子商务工程项目技术援助方案签署仪式25日在老挝工业与贸易部举行。中国驻老挝大使姜再冬和老挝工贸部长坎平以及两国有关部门代表约50人出席仪式。

中国援老挝农村电子商务工程项目由安徽易商数码科技有限公司承建实施。该公司董事长赵军通过线上方式代表项目承建方表示,将严格执行中老双方管理部门要求,保质保量完成任务,为中老友谊和共同发展添砖加瓦。

据悉,该项目基于中国成熟的农村电子商务体系建设成功经验,坚持“政府引导、企业主体、市场运作”的原则建设实施,构建具有品质保障的老挝农产品电子商务平台,打造适应老挝需要的农村电子商务发展模式,促进老挝农产品出口,助力老挝农民增收,改善老挝民生。项目将推动“中国电商”“中国技术”和“中国服务”的理念、标准和体系与老方深度对接,深化中老在电商、标准化方面的双边务实合作和互联互通。(记者章建华)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/26

10:30

ແບ່ງປັນ

ແປ
翻译