GDP ຈີນໄຕມາດທຳອິດຂອງປີນີ້ຂະຫຍາຍຕົວ 4,8%

ມາຈາກ:ສະບາຍດີ

ຂ່າວສານຊິນຮວາລາຍງານ ເມື່ອວັນທີ 18 ເມສາທີ່ຜ່ານມານີ້, ສຳນັກງານສະຖິຕິແຫ່ງຊາດຈີນ (NBS) ໄດ້ເປີດເຜີຍໂຕເລກລວມຍອດຜະລິດຕະພັນພາຍໃນ(GDP) ໃນໄຕມາດທຳອິດຂອງປີ 2022 ເພີ່ມຂຶ້ນ 4,8% ຊຶ່ງສູງກວ່າທີ່ຄາດຄະເນໄວ້ທີ່ 4,4%.

ການລົງທຶນໃນຊັບສິນຄົງທີ່ເພີ່ມຂຶ້ນ 9,3% ຈາກປີທີ່ຜ່ານມາຈາກທີ່ເຄີຍຄາດຄະເນໄວ້ທີ່ 8,5%, ການຜະລິດພາກອຸດສາຫະກຳເພີ່ມຂຶ້ນ 5% ຈາກທີ່ເຄີຍຄາດຄະເນໄວ້ທີ່ 4,5% ແຕ່ຈໍານວນການຄ້າຍ່ອຍປະຈຳເດືອນມີນາຫຼຸດລົງຫຼາຍກວ່າທີ່ເຄີຍຄາດຄະເນໄວ້ 3,5%. ເມື່ອຕົ້ນເດືອນມີນາທີ່ຜ່ານມາ, ຈີນພະຍາຍາມສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງທີ່ຮ້າຍແຮງທີ່ສຸດນັບຕັ້ງແຕ່ທີ່ເຄີຍແຜ່ລະບາດຄັ້ງທຳອິດເມື່ອປີ 2020 ທີ່ຕ້ອງປິດເມືອງຫຼາຍກວ່າເຄິ່ງປະເທດ ເຮັດໃຫ້ເສດຖະກິດໃນໄຕມາດທຳອິດໃນປີ 2020 ຫົດຕົວລົງ 6,8% ຈາກປີ 2019. NBS ລະບຸວ່າ ພວກເຮົາຕ້ອງຄິດເຖິງສະພາບແວດລ້ອມທັງພາຍໃນ ແລະ ຕ່າງປະເທດທີ່ຊັບຊ້ອນ ແລະ ບໍ່ແນ່ນອນຫຼາຍຂຶ້ນເລື້ອຍໆ ການພັດທະນາເສດຖະກິດກຳລັງປະເຊີນກັບຄວາມຍາກລຳບາກ ແລະ ຄວາມທ້າທາຍຢ່າງຫຼວງຫຼາຍ. ອັດຕາການວ່າງງານໃນເດືອນມີນາທີ່ຜ່ານມາເພີ່ມຂຶ້ນມາຢູ່ທີ່ 5,8% ຈາກ 5,5% ໃນເດືອນກຸມພາ, ອັດຕາການວ່າງງານສຳລັບຄົນທີ່ມີອາຍຸ 16-24 ປີ ຍັງຄົງສູງຂຶ້ນ ຢູ່ທີ່ 16%.

ຈຳນວນການຄ້າຍ່ອຍໃນໄຕມາດທຳອິດຂະຫຍາຍຕົວທີ່ 3,3% ຈາກໄລຍະເວລາດຽວກັນຂອງປີ 2021 ກົງກັນຂ້າມກັບຈໍານວນການຄ້າຍ່ອຍ ຍານພາຫະນະ ແລະ ເຟີນິເຈີ ທີ່ຍັງຫຼຸດລົງຕໍ່ເນື່ອງໃນໄລຍະເວລາດັ່ງກ່າວ, ຈຳນວນການຂາຍເຄື່ອງປະດັບຫຼຸດລົງຫຼາຍທີ່ສຸດໃນເດືອນມີນາ ຊຶ່ງຫຼຸດລົງ 17,9% ຈາກໄລຍະເວລາດຽວກັນຂອງປີ 2021 ຕາມມາດ້ວຍຈໍານວນການຄ້າຍ່ອຍການຈັດງານລ້ຽງຫຼຸດລົງ 16,4%, ເຄື່ອງນຸ່ງ ແລະ ເກີບຫຼຸດລົງ 12,7%. NBS ລະບຸຕື່ມວ່າ ພວກເຮົາຕ້ອງປະສານຄວາມພະຍາຍາມການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ກັບການພັດທະນາເສດຖະກິດ ແລະ ສັງຄົມ ພ້ອມໆກັບສ້າງສະຖຽນລະພາບກຳນົດພາລະກິດສ້າງການຂະຫຍາຍຕົວຢ່າງມີສະຖຽນລະພາບໃຫ້ຢູ່ໃນຕຳແໜ່ງທີ່ໂດດເດັ່ນຍິ່ງຂຶ້ນ ຊຶ່ງການສົ່ງອອກທີ່ເປັນໂຕຂັບເຄື່ອນການຂະຫຍາຍຕົວຂອງຈີນເພີ່ມຂຶ້ນເກີນຄາດທີ່ 14,7% ໃນເດືອນມີນາ ແຕ່ການນໍາເຂົ້າຫຼຸດລົງ 0,1% ຈາກໄລຍະເວລາດຽວກັນຂອງປີ 2021.

据新华社报道,4月18日据国家统计局数据显示中国2022年第一季度的GDP 同比增长4.8%,高于预期的4.4%。

固定资产投资增长9.3%,高于根据以往年度预计的8.5%,工业制造增长5%,高于以往预计的4.5%,但3月零售额同比下降3.5%。3月初,中国试图控制自 2020 年首次新冠疫情爆发以来最严重的疫情,该次爆发封闭了国家一半以上城市,2020年第一季度经济较2019年收缩6.8%。国家统计局发布我们需要考虑复杂多变的国内外环境,经济发展正面临诸多困难和挑战。3 月份的失业率从 2 月份的 5.5% 上升到 5.8%,16-24 岁人群的失业率居高在 16% 。

一季度,消费品零售总额同比增长3.3%,与 2021 年同期相比,汽车和家具的零售数量在此期间持续下降。3 月份化妆品销售额下降幅度最大,较 2021 年同期下降 17.9%,其次是宴会零售额下降 16.4%,服装和鞋类下降 12.7%。国家统计局补充到,要把新冠疫情防控工作与经济社会发展结合起来,把稳增长的使命放在更加突出的位置,出口助力中国发展,在3月份超出预期14.7%,但进口同比2021年下降了0.1%。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/20

15:05

ແບ່ງປັນ

ແປ
翻译