ຫ້ອງຂາຍປີ້ຫຼວງພະບາງຂອງທາງລົດໄຟຈີນ-ລາວ ເປີດບໍລິການຈອງປີ້ລົດໄຟ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວຄຳປະເສີດ) ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໃນການຊື້ປີ້ ແລະ ປັບປຸງຄຸນນະພາບການບໍລິການຜູ້ໂດຍສານຢ່າງຕໍ່ເນື່ອງ,ຫ້ອງຂາຍປີ້ລົດໄຟ ລາວ-ຈີນ ຫຼວງພະບາງ ໄດ້ເປີດທຸລະກິດຈອງປີ້ລົດໄຟຢ່າງເປັນທາງການໃນວັນທີ 10 ພຶດສະພານີ້.

ຜູ້ໂດຍສານສາມາດໂທ 0302022002 ທີ່ຫ້ອງຂາຍປີ້ຫຼວງພະບາງ ຫຼື ລົງທະບຽນ ແລະ ຈອງປີ້ໄດ້ທີ່ຫ້ອງຂາຍປີ້,ສາມາດຈອງປີ້ໄດ້ເຕັມລາຄາສຳລັບລົດໄຟໂດຍສານແຕ່ລະຄັ້ງທີ່ອອກຈາກສະຖານີຫຼວງພະບາງແຕ່ວັນທີ 4 ຫາວັນທີ 7.ຕົວຢ່າງ: ວັນທີ 1 ມິຖຸນາ, ທ່ານສາມາດຈອງປີ້ໄດ້ຈາກວັນທີ 4 ມິຖຸນາ ຫາ 7 ມິຖຸນາ.

ຫຼັງຈາກຈອງປີ້ແລ້ວ,ຕ້ອງເກັບປີ້ພາຍໃນເວລາທີ່ກໍານົດໄວ້, ເອົາປີ້ 2 ມື້ກ່ອນມື້ອອກເດີນທາງ.ຄໍາສັ່ງຈອງປີ້ຈະຖືກເກັບຮັກສາໄວ້ຈົນກ່ວາ 14:00 ຂອງວັນທີເກັບປີ້, ຖ້າບໍ່ໄດ້ເກັບປີ້ພາຍໃນເວລາກໍານົດຈະຖືວ່າຜູ້ໂດຍສານໄດ້ຍົກເລີກຄໍາສັ່ງ.ເມື່ອເອົາປີ້,ຜູ້ໂດຍສານຄວນສະແດງບັດປະຈຳຕົວ ແລະ ເບີຕິດຕໍ່ຂອງຜູ້ຕິດຕໍ່ທີ່ຈອງປີ້ໃຫ້ພະນັກງານຢູ່ຫ້ອງຂາຍປີ້ ພ້ອມທັງບັດປະຈຳຕົວ ແລະ ໃບຢັ້ງຢືນການສັກວັກຊີນ Covid-19ຂອງຜູ້ໂດຍສານທີ່ຖືກຕ້ອງ.ປີ້ບໍ່ສາມາດເກັບກຳໄດ້ ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ.

640

ຜູ້ໂດຍສານຄວນສັງເກດວ່າຈໍານວນປີ້ທີ່ສາມາດຈອງໄດ້ຢູ່ຫ້ອງຂາຍປີ້ແລະຈໍານວນປີ້ທີ່ຂາຍໄດ້ຢູ່ປ່ອງຢ້ຽມຂອງຫ້ອງຂາຍປີ້ສະຖານີຄືກັນ.ໃນປັດຈຸບັນ, ການຈອງ, ການຄືນເງິນ,ແລະການປ່ຽນແປງຂອງປີ້ເດັກນ້ອຍ, ປີ້ກຸ່ມແລະປີ້ໄປ-ກັບຍັງຕ້ອງໄດ້ຮັບການດໍາເນີນການຢູ່ສະຖານີ.

640 (1)

ມາຮອດວັນທີ 9 ພຶດສະພານີ້, ລົດໄຟໂດຍສານໄດ້ດຳເນີນການແລ່ນລົດໄຟທັງໝົດ 664 ຄັນສ່ວນລາວຂອງທາງລົດໄຟຈີນ-ລາວ.ໃນນັ້ນ,ຂະບວນລົດໄຟ EMU 610 ຄັນ ແລະຂະບວນລົດໄຟຄວາມໄວສູງທຳມະດາ 54 ຄັນ,ໄດ້ສົ່ງຜູ້ໂດຍສານທັງໝົດ 336600 ຄົນ,ໂດຍສະເລ່ຍແລ້ວໄດ້ສົ່ງຜູ້ໂດຍສານຫຼາຍກວ່າ 2.000 ຄົນຕໍ່ມື້ແລະຜູ້ໂດຍສານສູງສຸດ 4993 ຄົນຖືກສົ່ງໃນມື້ດຽວ.

(昆明信息港综合整理)为进一步方便旅客购票,不断提升客运服务质量,中老铁路琅勃拉邦售票点于5月10日正式开办预订票业务。

广大旅客可通过琅勃拉邦售票点专线电话0302022002或到售票点登记预订车票信息,提前7天预订第4天至第7天自琅勃拉邦站出发的各次旅客列车全价车票,如:6月1日可以预定6月4日至6月7日车票。

预订车票后,须在规定时间内办理取票,原则上为票面乘车日期前2天当日取票。预订车票订单将保留至取票日期当日14:00,逾期未取票则视为旅客取消订单。旅客取票时应向售票点工作人员出示预订车票联系人身份证件、联系电话,以及乘车人有效身份证件及疫苗接种证明,证件不符或不齐全的不予取票。

640

旅客朋友需要注意的是,售票点可预订车票数量与车站售票窗口限售张数是一致的,目前儿童票、团体票、往返票预订及退票、改签业务仍需在车站办理。

640 (1)

截至5月9日,中老铁路老挝段累计开行旅客列车664列,其中动车组列车610列、普速列车54列,累计发送旅客33.66万人次,日均发送旅客超2000人,最高日发送旅客4993人。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/12

10:56

ແບ່ງປັນ

ແປ
翻译