ຊາວລາວຍົກຍ້າຍໄປຢູ່ ບ້ານອານຈູ ເຊິ່ງເປັນໂຄງການຍົກຍ້າຍສຳລັບເສັ້ນທາງລົດໄຟລາວ-ຈີນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) "ພວກເຮົາມີເຮືອນໃໝ່, ໂຮງຮຽນໃໝ່, ເສັ້ນທາງໃໝ່ເຊິ່ງເປັນຄົນຈີນສ້າງໃຫ້ພວກເຮົາ." ຢູ່ບ້ານບໍ່ໂອທີ່ຕັ້ງຢູ່ແຄມແມ່ນ້ຳຂອງໃນເຂດພູດອຍພາກເໜືອຂອງລາວ, ນັກຮຽນຊັ້ນປະຖົມປີທີ5 ຊື່ ຈັນດີ ອ່ານເລື່ອງຂອງລາວ.

ນີ້ແມ່ນພາບໃນພິທີໂຄງການຍົກຍ້າຍສຳລັບເສັ້ນທາງລົດໄຟລາວ-ຈີນ ເຊິ່ງໄດ້ຮັບຊ່ວຍເຫຼືອຈາກບໍລິສັດຮ່ວມມືສາກົນພາກເໜືອຈີນຈຳກັດ ຂອງຈີນ.

ໃນພິທີດັ່ງກ່າວ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວ ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການບ້ານອານຈູ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ໄດ້ນຳເອົາຄວາມຜາສຸກໃຫ້ແກ່ປະຊາຊົນທ້ອງຖິ່ນ, ເປັນໂຄງການທີ່ມີມາດຕະຖານສູງ, ແບບຍືນຍົງ ແລະ ມີຜົນປະໂຫຍດຕໍ່ການດຳລົງຊີວິດຂອງປະຊາຊົນ.

ທ່ານ Li Zhigong, ສະຖານກົງສຸນໃຫຍ່ຈີນປະຈຳແຂວງຫຼວງພະບາງຂົ້າຮ່ວມພິທີແລະກ່າວຄຳປາໄສວ່າ: ເສັ້ນທາງລົດໄຟລາວ-ຈີນ ໄດ້ກໍ່ສ້າງສຳເລັດ ແລະ ນຳໃຊ້ຕາມກຳນົດເວລາຕັ້ງແຕ່ເດືອນທັນວາປີກາຍນີ້, ແລະສົ່ງກຳລັງຂັບເຄື່ອນໃໝ່ເຂົ້າໃນການພັດທະນາເສດຖະກິດຂອງລາວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.ບ້ານບໍ່ໂອ ເປັນພາບທີ່ມີລັກສະນະຕົວແທນຂອງການພັດທະນາ ແລະ ການປ່ຽນແປງຢ່າງວ່ອງໄວຂອງລາວ, ແລະຊາວທ້ອງຖິ່ນໄດ້ຮັບຜົນປະໂຫຍດຈາກການກໍ່ສ້າງທາງລົດໄຟ. ເຊື່ອໝັ້ນວ່າ, ພາຍຫຼັງການແຜ່ລະບາດຂອງເຊື້ອພະຍາດ, ທາງລົດໄຟລາວ-ຈີນຈະມີບົດບາດທີ່ໜັກແໜ້ນໃນການຊຸກຍູ້ການພັດທະນາຂອງລາວ.

ໂຄງການບ້ານບໍ່ໂອຍັງໄດ້ສ້າງໂຮງຮຽນແຫ່ງໃໝ່ຄົບຊຸດ. ຢູ່ຕໍ່ໜ້າຂອງໂຮງຮຽນໃໝ່, ຍັງໄດ້ຈັດຕັ້ງເປັນພິເສດໃຫ້ນັກຮຽນດຳເນີນແຂ່ງຂັນສີລະປະການຂຽນບົດ, ແຕ້ມຮູບ, ຄັດເລືອກເອົາບັນດາຜົນງານດີເດັ່ນມາວາງສະແດງ. “ເດັກນ້ອຍໄດ້ສະແດງຄວາມຮັກຕໍ່ເສັ້ນທາງລົດໄຟລາວ-ຈີນ, ສະພາບແວດລ້ອມທຳມະຊາດ ແລະບ້ານອານຈູ ທີ່ສ້າງຂຶ້ນໃໝ່ໃນການແຂ່ງຂຽນບົດ ແລະ ແຕ້ມຮູບ." ຄູອາຈານຈາກບ້ານບໍ່ໂອ ກ່າວວ່າ: "ບ້ານອານຈູແຫ່ງນີ້ບໍ່ພຽງແຕ່ໄດ້ວາງແຜນຢ່າງດີໃນການກໍ່ສ້າງທີ່ຢູ່ອາໄສເທົ່ານັ້ນ, ຍັງມີຕຶກອາຄານແລະຫ້ອງຮຽນໃໝ່ທີ່ໝັ້ນຄົງແລະສາມາດນຳໃຊ້ຢ່າງຕົວຈິງ.”

1128591050_16507849133981n

1128591050_16507849134771n

1128591050_16507849135101n

1039719_840x840


昆明信息港综合整理“我们有了新房子、新学校、新道路。这是中国建设者给我们修建的。”在老挝北部山区湄公河畔的博喔村,一个名叫占迪的五年级学生朗读自己的作文。

这是日前中国北方国际合作股份有限公司承建的中国援助老挝中老铁路搬迁安居村项目入住仪式上的一幕。

仪式上,老挝公共工程与运输部部长荣沙瓦说,琅勃拉邦安居村项目的成功实施给当地居民带来了实实在在的民生福祉,是高标准、可持续、惠民生工程。

出席仪式的中国驻琅勃拉邦总领事李志工致辞说,中老铁路自去年12月按期竣工投入使用,为老挝经济发展和民生改善注入新动力。博喔村就是老挝加快发展变化的一个代表性图景,当地居民正在感受铁路建设带来的实惠。相信新冠疫情过后,中老铁路对老挝发展的带动作用将更强劲。

博喔村安居工程配套建了一所新学校。新学校之前还专门组织学生进行书画作品主题赛,评选出优秀作品举办展览。“孩子们在书画比赛中尽情表达对老中铁路、自然环境和新建安居村的喜爱,”博喔村老师皮拉万说,“这个安居村不仅住房建设规划得好,新教学楼、教室也很坚固、实用。”

1128591050_16507849133981n

1128591050_16507849134771n

1128591050_16507849135101n

微信图片_20220425104920


[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/25

10:50

ແບ່ງປັນ

ແປ
翻译