ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ) ວັນທີ 26 ເມສານີ້,ສະຖານີໂພນໂຮງລົດໄຟຈີນ-ລາວໄດ້ເລີ່ມດຳເນີນທຸລະກິດການຂົນສົ່ງສິນຄ້າ.ສະຖານີ ໂພນໂຮງເປັນອີກໜຶ່ງສະຖານີຂົນສົ່ງສິນຄ້າທີ່ສຳຄັນໃນພາກກາງຂອງລາວ ຫລັງຈາກສະຖານີວຽງຈັນໃຕ້ ແລະ ສະຖານີວັງວຽງ,ເຊິ່ງມີບົດບາດສໍາຄັນໃນການສົ່ງເສີມການສົ່ງອອກສິນຄ້າຂອງພາກກາງຂອງລາວ.
ເມືອງໂພນໂຮງເປັນເມືອງເອກຂອງແຂວງວຽງຈັນປະເທດລາວ,ສະຖານີໂພນໂຮງແມ່ນສະຖານີຜູ້ໂດຍສານແລະຂົນສົ່ງສິນຄ້າທີ່ສໍາຄັນໃນເຂດນີ້.ສະຖານີໂພນໂຮງຕັ້ງຢູ່ພາກໃຕ້ຂອງເສັ້ນທາງລົດໄຟລາວ-ຈີນ,ມີ 3 ເສັ້ນທາງອອກເດີດທາງ ແລະ 2 ເສັ້ນທາງຂົນສົ່ງສິນຄ້າ,ເນື້ອທີ່ຂອງເຂດຂົນສົ່ງສິນຄ້າເກີນ 5000 ຕາແມັດ,ເຂດຂົນສົ່ງສິນຄ້າມີເຄື່ອງຈັກຍົກໜ້າດິນໜຶ່ງຄັນ ແລະເຄື່ອງສັ່ງເທິງລາງໜຶ່ງຄັນ.ໃນໄລຍະທຳອິດຂອງການດຳເນີນທຸລະກິດຂົນສົ່ງສິນຄ້າຄາດວ່າຈະເປັນສິນຄ້າຕົ້ນຕໍແມ່ນເກືອໂປຕາສ,ບໍ່ແຮ່ເຫລັກ,ບໍ່ແຮ່ສັງກະສີເຂັ້ມຂຸ້ນ, ສິນຄ້າກະສິກຳ ແລະ ສິນຄ້າຂ້າງຄຽງ,ສິນຄ້າທີ່ມາເຖິງຕົ້ນຕໍແມ່ນອາຫານແລະສິນຄ້າສັບພະສິນຄ້າ.
ໃນປັດຈຸບັນນີ້,ເສັ້ນທາງພາກສ່ວນທາງລົດໄຟລາວ-ຈີນສາມາດບໍລິການຂົນສົ່ງສິນຄ້າຢູ່ສະຖານີຕ່າງໆເຊັ່ນ: ສະຖານີນາເຕີຍ ແລະ ສະຖານີຫຼວງພະບາງໃນພາກເໜືອຂອງລາວ.ບໍລິສັດທາງລົດໄຟລາວ-ຈີນຈຳກັດ ຍັງຊຸກຍູ້ໃຫ້ວິສາຫະກິດສິນຄ້າທາງກາຍະພາບທີ່ມີຄວາມຕ້ອງການການຂົນສົ່ງຕິດຕໍ່ໂດຍກົງກັບແຕ່ລະສະຖານີຂົນສົ່ງສິນຄ້າເພື່ອທຸລະກິດຂົນສົ່ງສິນຄ້າຫຼືຜ່ານໂທລະສັບບໍລິການຂົນສົ່ງສິນຄ້າຂອງແຕ່ລະສະຖານີ (ສະຖານີວຽງຈັນໃຕ້ 891259,ສະຖານີວັງວຽງ 891199,ສະຖານີນາເຕີຍ 891039, ສະຖານີຫຼວງພະບາງ 891129,ສະຖານີໂພງໂຮງ 891229) ເພື່ອປຶກສາເລື່ອງທຸລະກິດຂົນສົ່ງສິນຄ້າ.
ນັບແຕ່ໄດ້ເປີດບໍລິການມາຮອດວັນທີ 25 ເມສານີ້,ພາກສ່ວນລາວຂອງທາງລົດໄຟຈີນ-ລາວໄດ້ສົ່ງສິນຄ້າ440000 ກວ່າໂຕນ,ໃນນັ້ນມີປະມານ 300000 ໂຕນຂ້າມຊາຍແດນ,ສິນຄ້າທີ່ໄດ້ຮັບການຂົນສົ່ງລວມມີ 100 ກວ່າປະເພດສິນຄ້າເຊັ່ນ:ຢາງພາລາ,ແຮ່ເຫຼັກ,ເຂົ້າເດືອຍ,ຝຸ່ນເຄມີ,ສັບພະສິນຄ້າ, ແຜ່ນແພ,ຜັກແລະອື່ນໆ.ໄດ້ຍູ້ແຮງກະຕຸ້ນໃໝ່ເຂົ້າໃນການໄຫຼວຽນຂອງສິນຄ້າແລະການຄ້າເສດຖະກິດລະຫວ່າງຈີນກັບລາວແລະລະຫວ່າງຈີນກັບອາຊຽນ.
4月26日,中老铁路蓬洪站开始办理货运业务。蓬洪站是继万象南站、万荣站后,老挝中部的又一重要货运站点,对促进中部商品出口具有重要作用。
蓬洪是老挝万象省的省会城市,蓬洪站是该地区的重点客货运车站。车站位于中老铁路线路南部,设有到发线3条、货物线2条,货场面积超5千平方米,货场设有正面吊1台、汽车衡1台。开办货运业务初期的发送货物预计以钾盐、铁矿石、锌精矿、农副产品为主,到达货物以饲料、百货为主。
目前中老铁路老挝段可办理货运业务的车站还有位于老挝北部的纳堆站、琅勃拉邦站。老中铁路有限公司还鼓励有运输需求的实货企业直接与各货运车站联系办理货物运输业务,或通过各车站货运服务电话(万象南站891259,万荣站891199,纳堆站891039,琅勃拉邦站891129,蓬洪站891229)提前咨询业务办理事宜。
自开通以来至4月25日,中老铁路老挝段累计发送货物超44万吨,其中跨境约30万吨,运输货物包含橡胶、铁矿石、薏仁米、化肥、百货、纺织、蔬菜等100多种商品,为中老两国以及中国东盟间货物流通和经济贸易注入了新动能。
ທາງລົດໄຟຈີນ-ລາວຊ່ວຍໃຫ້ໄມ້ລາວເຂົ້າຕະຫຼາດພາຍໃນປະເທດຈີນ
ສະບາຍດີ2022-04-22
“ຂະບວນລ້ານຊ້າງ” ທີ່ໄດ້ຍົກລະດັບ ໄປເຖິງປະເທດລາວ!ຕູ້ລົດມີການປ່ຽນແປງເຫຼົ່ານີ້!
ສະບາຍດີ2022-04-19
ລົດໄຟໂດຍສານດ້ວຍຄວາມໄວທຳມະດາຂອງທາງລົດໄຟລາວ-ຈີນພາກສ່ວນຂອງລາວໄດ້ໄຂຂຶ້ນຄັ້ງທຳອິດ
ສະບາຍດີ2022-04-15
ບໍລິສັດທາງລົດໄຟ ລາວ-ຈີນ ຈະເພີ່ມຖ້ຽວລົດໄຟ ຜູ້ໂດຍສານຈາກນະຄອນຫລວງ ຫາ ຫລວງພະບາງ ຕື່ມອີກ
ສະບາຍດີ2022-04-13
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
04/27
11:28
— ແບ່ງປັນ —