ມາຈາກ:ສະບາຍດີ
ຕາມຂ່າວ ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ,ນັບຕັ້ງແຕ່ການເປີດທາງລົດໄຟລາວ-ຈີນ ເປັນຕົ້ນມາ,ດ້ວຍຄວາມຕ້ອງການຂອງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າທີ່ເພີ່ມຂຶ້ນ, ທາງລົດໄຟໄດ້ກາຍເປັນພື້ນຖານໂຄງລ່າງທີ່ສຳຄັນເພື່ອໃຫ້ປະຊາຊົນລາວເດີນທາງໄດ້ສະດວກ ແລະ ວ່ອງໄວ ແລະ ສະດວກໃນການຈັດສົ່ງສິນຄ້າ.
ເພື່ອກະກຽມໃຫ້ແກ່ບຸນປີໃໝ່ລາວ, ບໍລິສັດ ລາວ-ຈີນ ໄດ້ຕົກລົງດຳເນີນວຽກງານກວດກາຄວາມປອດໄພເປັນເວລາ 1 ເດືອນ ເພື່ອຊອກຄົ້ນຫາ ແລະ ແກ້ໄຂບັນຫາຕ່າງໆໃຫ້ທັນເວລາ ເພື່ອຮັບປະກັນຄວາມປອດໄພຂອງການດຳເນີນງານຂອງລົດໄຟ.
ການກວດກາຄວາມປອດໄພຄັ້ງນີ້ໄດ້ເລີ່ມດຳເນີນແຕ່ວັນທີ 28 ມີນາ ແລະ ສິ້ນສຸດລົງໃນວັນທີ 30 ເມສານີ້ເປັນເວລາປະມານ 1 ເດືອນ.ເພື່ອຮັບປະກັນໃຫ້ວຽກງານກວດກາຄວາມປອດໄພດັ່ງກ່າວມີປະສິດທິຜົນ,ບໍລິສັດ ບໍລິສັດ ທາງລົດໄຟ ລາວ-ຈີນສ້າງຕັ້ງຄະນະນຳ ໂດຍມີຜູ້ອຳນວຍການໃຫຍ່ເປັນຫົວໜ້າທີມ, ມີຮອງຜູ້ອຳນວຍການໃຫຍ່,ຜູ້ອໍານວຍການແລະ ຫົວໜ້າພະແນກເປັນຮອງຫົວໜ້າທີມ ແລະ ສະມາຊິກທີມຕາມລຳດັບ.ປະສານງານ ແລະ ນຳພາວຽກງານກວດກາຄວາມປອດໄພ ແລະ ໄດ້ຈັດຕັ້ງຫ້ອງການກວດກາ ແລະ ຄະນະປະຕິບັດງານກວດກາວິຊາສະເພາະ.
中老铁路开通运营以来,随着客货运需求的不断攀升,铁路已成为老挝人民便捷快速出行、货物畅通快速运达的重要基础设施。为做好迎接老挝新年泼水节、老中公司决定开展为期一个月的安全大检查,及时发现问题、解决问题,确保铁路运营安全。
本次安全大检查自3月28日开始,4月30日结束,为期约一个月。为确保本次安全大检查工作取得实效,老中公司成立以总经理为组长,副总经理、总监和部门负责人分别为副组长和组员的领导小组,统筹领导安全检查工作,并下设检查办公室和工作小组开展具体检查工作。
ເສັ້ນທາງລົດໄຟຈີນ-ລາວໄດ້ຮັບຕ້ອນ"ທຳອິດ"ສອງຄັ້ງ
ສະບາຍດີ2022-03-28
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕີລາຄາສູງຜົນສຳເລັດການຈັດຕັ້ງປະຕິບັດວຽກງານລົດໄຟລາວ-ຈີນ
中老铁路通2022-03-18
ທາງລົດໄຟລາວ-ຈີນຈຳກັດກ່າວວ່າ ຈະເປີດຂະບວນລົດໄຟຕື່ມອີກ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານ
ທາງລົດໄຟລາວ-ຈີນຈຳກັດ2022-03-18
ແຂວງຊານຊີໄດ້ເປີດການຂົນສົ່ງສິນຄ້າຂອງທາງລົດໄຟຈີນ-ລາວລະຫວ່າງປະເທດຈີນ-ລາວຄັ້ງທຳອິດ
ໜັງສືພິມແຂວງຊານຊີ2022-03-16
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
04/02
10:34
— ແບ່ງປັນ —