ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕີລາຄາສູງຜົນສຳເລັດການຈັດຕັ້ງປະຕິບັດວຽກງານລົດໄຟລາວ-ຈີນ

ມາຈາກ:中老铁路通

微信图片_20220318170024

ວັນທີ 7 ກຸມພານີ້, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ທ່ານປະທານປະເທດ ທອງລຸນ ສີສຸລິດ (ທີ່ສອງຈາກຊ້າຍ) ໄດ້ຂີ່ລົດໄຟ EMU ຂະບວນ"ລ້ານຊ້າງ"ຂອງທາງລົດໄຟຈີນ-ລາວ.

ຫວ່າງມໍ່ໆມານີ້,ທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ  ປະທານປະເທດແຫ່ງ ສປປ ລາວ,ກັບພັນລະຍາພ້ອມດ້ວຍຄະນະລັດຖະບານໄດ້ເຂົ້າຮ່ວມເດີນທາງໂດຍ ລົດໄຟ EMU ຂະບວນ"ລ້ານຊ້າງ"ໃນເສັ້ນທາງລົດໄຟລາວ-ຈີນ.ທ່ານ ທອງລຸນ ໄດ້ຮັບຟັງການລາຍງານການເຮັດວຽກຂອງທາງລົດໄຟລາວ-ຈີນ,ໄດ້ຢ້ຽມຢາມສະຖານີວຽງຈັນ,ສະຖານີບໍ່ເຕັນ,ສະຖານີຫຼວງພະບາງ,ໄດ້ທົດສອບຂີ່ລົດຕູ້ຂອງລົດໄຟ ແລະ ຫ້ອງຂັບຂີ່.ທ່ານໄດ້ກ່າວຊົມເຊີຍຕໍ່ຜົນສຳເລັດຂອງທາງລົດໄຟລາວ-ຈີນນັບແຕ່ໄດ້ເປີດນຳໃຊ້ເປັນຕົ້ນມາແລະໄດ້ໃຫ້ຄຳແນະນຳສຳຄັນຕໍ່ວຽກງານທາງລົດໄຟລາວ-ຈີນ.

微信图片_20220318170031

 ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວກວດກາສະຖານີລົດໄຟນະຄອນຫຼວງວຽງຈັນຂອງທາງລົົດໄຟລາວ-ຈີນ.

ຕາມຂ່າວແຈ້ງວ່າ, ມາຮອດວັນທີ 5 ກຸມພານີ້, ເສັ້ນທາງລົດໄຟລາວ-ຈີນໃນພາກສ່ວນຂອງລາວໄດ້ດຳເນີນການຂົນສົ່ງຜູ້ໂດຍສານທັງໝົດ 116 ຄູ່,ສົ່ງຜູ້ໂດຍສານໄດ້ 108.770 ຄົນ, ສະເລ່ຍແລ້ວ 1.699 ຄົນຕໍ່ມື້,ມີຜູ້ໂດຍສານສູງສຸດຕໍ່ມື້ 2.804 ຄົນ.ຂະບວນລົດໄຟຂົນສົ່ງສິນຄ້າປະຕິບັດໄດ້ 124,5 ຄູ່, ປະລິມານການຂົນສົ່ງສິນຄ້າສະສົມໄດ້ສົ່ງ 133.191 ໂຕນ, ສະເລ່ຍ 2.081 ໂຕນ/ວັນ, ຂົນສົ່ງສິນຄ້າໄດ້ສູງສຸດ 6.748 ໂຕນຕໍ່ມື້, ເຊິ່ງສະແດງໃຫ້ເຫັນເຖິງການຂະຫຍາຍຕົວທັງຜູ້ໂດຍສານ ແລະ ສິນຄ້າ.

ທ່ານກ່າວວ່າ,ການເປີດທາງລົດໄຟລາວ-ຈີນໝາຍເຖີງການແລກປ່ຽນລະຫວ່າງປະຊາຊົນສອງປະເທດຈະສະດວກກວ່າເກົ່າ,ນັບແຕ່ທາງລົດໄຟລາວ-ຈີນໄດ້ຮັບການສ້າງຕັ້ງຂຶ້ນເປັນຕົ້ນມາ,ປະຊາຊົນລາວຮູ້ສຶກພາກພູມໃຈຫຼາຍ.ຫວັງວ່າ ປະຊາຊົນລາວສາມາດຂຶ້ນລົດໄຟໄດ້, ເພື່ອໃຫ້ປະຊາຊົນລາວໄດ້ສຳພັດເຖີງຄວາມໝາຍຄວາມສຳຄັນຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງແທ້ຈິງ. ທ່ານຍັງໄດ້ເວົ້າເປັນຄຳສຸພາສິດລາວວ່າ "ມີເສັ້ນທາງມີໂອກາດພັດທະນາ", ຢືນຢັນຢ່າງເຕັມທີ່ເຖິງບົດບາດຄວາມສຳຄັນຂອງທາງລົດໄຟລາວ-ຈີນໃນການຊຸກຍູ້ການພັດທະນາຂອງລາວ.

ທ່ານ ທອງລຸນ ຊີ້ອອກວ່າ: ວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟລາວ-ຈີນ ທີ່ພວມກໍ່ສ້າງຈະວາງພື້ນຖານອັນໜັກແໜ້ນໃຫ້ແກ່ການຝຶກຝົນຄວາມສາມາດທາງລົດໄຟ ແລະການພັດທະນາອຸດສາຫະກຳລົດໄຟໃນລາວ. ທ່ານໄດ້ຊີ້ນຳບໍລິສັດທາງລົດໄຟລາວ-ຈີນໃນການຄຸ້ມຄອງ ແລະ ຮັບໃຊ້ທາງລົດໄຟລາວ-ຈີນໃຫ້ດີ, ພະຍາຍາມຂົນສົ່ງຜູ້ໂດຍສານແລະສິນຄ້າໃຫ້ຫຼາຍກວ່າເກົ່າແລະສືບຕໍ່ເຮັດວຽກງານອົບຮົມນັກຝຶກອົບຮົມລາວໃຫ້ດີ. 

微信图片_20220318170024

2月7日,老挝人民革命党中央总书记、国家主席通伦(左二)乘坐中老铁路“澜沧号”动车组。

近日,老挝人民革命党中央总书记、国家主席通伦·西苏里携夫人及政府代表团添乘中老铁路“澜沧号”动车组。通伦听取了中老铁路工作汇报,参观了万象站、磨丁站、琅勃拉邦站、动车驾驶室并体验驾驶位。他高度评价中老铁路开通以来各项工作取得的成绩,并对中老铁路工作作出重要指示。

微信图片_20220318170031

老挝国家主席通伦(前排中)视察中老铁路万象站

据介绍,截至2月5日,中老铁路老挝段共开行客运列车116对,发送旅客108770人,平均每天发送旅客1699人,最高日发送旅客2804人;开行货物列车124.5对,累计货物发送量133191吨,平均每天发送2081吨,最高日发送货物6748吨,呈现客货两旺局面,客货运输红利初显。

通伦表示,中老铁路的开通意味着两国人民交往更加便捷。自从有了中老铁路,老挝百姓感到非常自豪,希望老挝人民都能坐上火车,真正体会到共建“一带一路”倡议的重要意义。他还引用老挝俗语说“有路,就有发展机会”,充分肯定中老铁路对促进老挝发展的重要作用。

通伦指出,正在建设的老挝铁路职业技术学院,将为老挝铁路人才培养及铁路事业发展奠定坚实基础。他指示老中铁路公司一定要把中老铁路管理好、服务好,尽最大努力运输更多的旅客和货物,并继续做好老挝学员培训工作。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xuting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/18

17:11

ແບ່ງປັນ

ແປ
翻译