ການບັງຄັບໃຊ້ກົດຫມາຍການລາດຕະເວນຮ່ວມຈີນ-ລາວ-ມຽນມາ-ໄທຄັ້ງທີ 115 ໄດ້ສຳເລັດຢ່າງຈົບງາມ

ມາຈາກ:ສະບາຍດີ

ຕາມຂ່າວຈາກຫ້ອງການຖະແຫລງຂ່າວ ພະແນກ ປທສ ແຂວງຢຸນນານ,ວັນທີ 25 ມີນາ,ເຮືອປະຕິບັດກົດໝາຍຈີນສອງລຳທີ່ເຂົ້າຮ່ວມການລາດຕະເວນຮ່ວມຈີນ-ລາວ-ມຽນມາ-ໄທຄັ້ງທີ 115 ໄດ້ກັບຄືນສູ່ທ່າກຳປັ່ນກວາງລີຂອງຈີນຢ່າງສຳເລັດຜົນ.ໝາຍເຖິງການສິ້ນສຸດການປະຕິບັດງານຄັ້ງນີ້.

ມີລາຍງານວ່າ:ການປະຕິບັດງານໄດ້ສົ່ງເຮືອບັງຄັບໃຊ້ກົດຫມາຍ4ລຳແລະພະນັກງານບັງຄັບໃຊ້ກົດຫມາຍ81ຄົນເຊິ່ງມີໄລຍະທາງທັງໝົດ680ກິໂລແມັດ,ເຮືອປະຕິບັດກົດໝາຍຈາກລາວແລະມຽນມາທີ່ເຂົ້າຮ່ວມການປະຕິບັດງານໄດ້ກັບຄືນປະເທດຂອງຕົນຢ່າງປອດໄພໃນວັນທີ 24.ອິງຕາມຄວາມເຫັນດີເຫັນພ້ອມຂອງ 4 ປະເທດ;ການເຄື່ອນໄຫວດັ່ງກ່າວແມ່ນສຸມໃສ່ການຕ້ານອາຊະຍາກຳຂ້າມຊາຍແດນ,ດຳເນີນການຮ່ວມມືດ້ານການບັງຄັບໃຊ້ກົດໝາຍຕ່າງໆ ແລະການເຄື່ອນໄຫວແລກປ່ຽນໂດຍລວມທັງອອນໄລນ໌ ແລະ ອອບໄລນ໌, ທາງນ້ຳ ແລະ ທາງບົກ,ທັງໝົດຂອງເສັ້ນທາງ ແລະ ບາງເສັ້ນທາງ.ປັບປຸງຄວາມສາມາດຄຸ້ມຄອງ ແລະ ຄວບຄຸມເຂດລຸ່ມແມ່ນ້ຳຂອງຢ່າງມີປະສິດທິຜົນ,ມີປະສິດຕິຜົນໃນການສະກັດກັ້ນທຸກປະເພດຂອງເຄື່ອນໄຫວທາງອາຍາ.

记者从云南省公安厅新闻办获悉,25日,参与第115次中老缅泰湄公河联合巡逻执法行动的2艘中方执法艇顺利返航靠泊中国关累港,标志着此次行动圆满结束。

据悉,此次行动共派出执法艇4艘、执法人员81人,总航程680余公里。参与行动的老挝、缅甸执法艇已于24日安全返回各国。按照四国达成的一致共识,此次行动以打击跨境违法犯罪为重点,采取线上与线下、水上与陆上、全线与分段相结合的方式开展各类执法合作交流活动,有效提升湄公河流域的管控能力,有力遏制了各类违法犯罪活动。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xuting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/29

17:20

ແບ່ງປັນ

ແປ
翻译