ກະຊວງການຄ້າຈີນ : ການບຳລຸງສູນການທົດລອງການປຸງແຕ່ງຕະຫຼາດການຄ້າຊາຍແດນຊຸດໃໝ່

ມາຈາກ:ສະບາຍດີ

ໃນວັນທີ 1 ມີນານີ້ ທ່ານ ວັງເວີນທ່າວລັດຖະມົນຕີຂອງກະຊວງການຄ້າຈີນກ່າວວ່າ: ກະຊວງການຄ້າຈະຊຸກຍູ້ການກໍ່ສ້າງພື້ນຖານການຫັນເປັນການຄ້າຕ່າງປະເທດແລະຍົກລະດັບ, ສະໜັບສະໜູນການພັດທະນາການຄ້າປຸງແຕ່ງຢ່າງໝັ້ນທ່ຽງ, ການບຳລຸງສູນການທົດລອງການປຸງແຕ່ງຕະຫຼາດການຄ້າຊາຍແດນຊຸດໃໝ່. ເພີ່ມທະວີການປະສັນສົມທົບກັບການຄ້າພາຍໃນ ແລະ ຕ່າງປະເທດ, ບຳລຸງວິສາຫະກິດທີ່ເປັນການຄ້າໝູນວຽນຄູ່.

ທ່ານ ວັງເວີນທ່າວ ກ່າວວ່າ: ປີນີ້, ຄວາມກົດດັນການເຕີບໂຕດ້ານການຄ້າຕ່າງປະເທດຂອງເຮົາອັນໃຫຍ່ຫຼວງ, ສະພາບການອັນສັບສົນ ແລະ ຮ້າຍແຮງ. ກະຊວງການຄ້າຈະສົມທົບກັບທຸກທ້ອງຖິ່ນ ແລະ ກົມກອງ ເພື່ອປັດຕິບັດ “ຄວາມຄິດເຫັນກ່ຽວກັບການເຮັດວຽກທີ່ດີໃນການປັບປຸງຂ້າມວົງຈອນເພື່ອຮັກສາການຄ້າຕ່າງປະເທດໃຫ້ໝັ້ນທ່ຽງ”,ປະຕິບັດນະໂຍບາຍການຫຼຸດພາສີ ແລະ ຫຼຸດຜ່ອນຄ່າທຳນຽມ, ນຳໃຊ້ມາດຕະການທີ່ມີຜົນປະໂຫຍດຕໍ່ວິສາຫະກິດຢ່າງຄົບຖ້ວນແລະດີເດັ່ນເຊັ່ນການປະກັນໄພດ້ານການເງິນ. ຊ່ວຍບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຮັກສາໃບສັ່ງຈອງ ຮັກສາຄວາມຄາດໝາຍໃຫ້ໝັ້ນທ່ຽງ ເປີດກ້ວາງຕະຫຼາດ.

ທ່ານ ວັງເວີນທ່າວ ກ່າວວ່າ: ກະຊວງການຄ້າຈະສືບຕໍ່ຊຸກຍູ້ການພັດທະນາອັນປະດິດສ້າງໃໝ່ໃນດ້ານການຄ້າຕ່າງປະເທດ, ເພິ່ມທະວີການສະໜັບສະໜູນຂອງການພັດທະນາສາງຢູ່ຕ່າງປະເທດ, ກໍ່ສ້າງແລະປັບປຸງເຄື່ອຄ່າຍສາງຢູ່ຕ່າງປະເທດ, ຊຸກຍູ້ການກໍ່ສ້າງເວທີການຂົນສົ່ງອັນສະຫຼາດຢູ່ຕ່າງປະເທດ, ພັດທະນາການຄ້າຕ່າງປະເທດໃຫ້ມີຮູບແບບໃໝ່, ຊຸກຍູ້ການພັດທະນາດ້ານການຄ້າເຊິ່ງມີລະດັບສູງ ແລະ ຄຸນນະພາບສູງ.

中国商务部部长王文涛1日说,商务部将推进外贸转型升级基地的建设,支持加工贸易稳定发展,培育新一批边民互市落地加工试点,深入推进内外贸一体化,培育贸易双循环企业。

王文涛说,今年我国外贸增长压力较大,形势复杂严峻。商务部将会同各地方、各部门共同落实好《关于做好跨周期调节进一步稳外贸的意见》,把减税降费等政策落实到位,把金融保险等惠企举措用足用好,全力帮助企业特别是中小微企业保订单、稳预期、拓市场。

他说,商务部将持续推进外贸创新发展,加大力度支持海外仓发展,建设完善海外仓网络,推进海外智慧物流平台建设,培育一批离岸贸易中心城市(地区),发展壮大外贸新模式,推动贸易更高水平、更高质量的发展。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/15

16:29

ແບ່ງປັນ

ແປ
翻译