ມາຈາກ:ສະບາຍດີ
ດ່ານບໍ່ຫານຢູ່ທີ່ຕັ້ງອັນສຳຄັນລະຫວ່າງແຂວງຢຸນນານກັບແຫຼມອິນດູຈີນ. ຫ່າງຈາກນະຄອນຄຸນໝິງແຂວງຢູນນານ 700 ກິໂລແມັດ, ຫ່າງຈາກນະຄອນຫຼວງວຽງຈັນປະເທດລາວ 680 ກິໂລແມັດ, ຫ່າງຈາກດ່ານຊຽງທອງປະເທດໄທ ປະມານ 228 ກິໂລແມັດ. ດ່ານບໍ່ຫານຖືກເອີ້ນວ່າ "ທ່າເຮືອແຫ້ງໃນຖະຫນົນສາກົນ".
ດ່ານບໍ່ຫານ ຂຶ້ນກັບເມືອງລ້າກິ່ງແຂວງປົກຄອງຕົນເອງສິບສອງພັນນາແຂວງຢູນນານ, ເປັນດ່ານທຳອິດລະດັບຊາດແຫ່ງດຽວລະຫວ່າງຈີນກັບລາວ. ໂດຍທີ່ຕັ້ງທີ່ມີທ່າແຮງ ແລະ ພາຍໃຕ້ການຊຸກຍູ້ຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ຕົວເມືອງຊາຍແດນແຫ່ງນີ້ໄດ້ຮັບການພັດທະນາຢ່າງວ່ອງໄວໃນຊຸມປີທີ່ຜ່ານມານີ້. ຕາມການກໍ່ສ້າງເສັ້ນທາງລົດໄຟຈີນ-ລາວ, ຖານະຂອງດ່ານບໍ່ຫານຈະຍົກຂື້ນຕື່ມອີກ ແລະ ກາຍເປັນສູນກາງສາກົນອັນສຳຄັນໃນການຄ້າແລະການໄປມາຫາສູ່ກັນລະຫວ່າງປະເທດຈີນກັບປະເທດລາວ ປະເທດໄທ ແລະ ບັນດາປະເທດອາຊີອາຄະເນ.
ເດືອນມີນາປີ 1992, ດ່ານບໍ່ຫານ ໄດ້ຮັບການອະນຸມັດຈາກສະພາແຫ່ງຊາດເປັນດ່ານຊັ້ນໜຶ່ງແຫ່ງຊາດ, ໃນເດືອນທັນວາ ປີ1993, ຈີນ ແລະ ລາວໄດ້ເປີດດ່ານບໍ່ຫານສາກົນຢ່າງເປັນທາງການ. ແຕ່ປີ 2008 ຫາປີ 2011, ສິນຄ້າຂອງການຄ້າຕ່າງປະເທດໂດຍຜ່ານດ່ານບໍ່ຫານເພີ່ມຂຶ້ນຈາກ 328.000 ໂຕນ ຫາ 697.000 ໂຕນ, ເງິນຈຳນວນທັງໝົດຂອງການຄ້າຕ່າງປະເທດເພີ່ມຂຶ້ນຈາກ 183 ລ້ານ ໂດລາ ຫາ 640 ລ້ານ ໂດລາ, ບັນລຸການພັດທະນາຢ່າງວ່ອງໄວ.
磨憨口岸,地处云南省与中南半岛重要区位,与老挝磨丁口岸接壤,距云南省省会昆明700公里,距老挝首都万象680公里、距泰国清孔口岸228公里。磨憨也因此被形象地称为“国际大道上的旱码头”。
磨憨口岸隶属于云南省西双版纳傣族自治州勐腊县,是中老两国唯一的国家级一类口岸。凭借优越的地理位置,在“一带一路”倡议推动下,这个边陲小镇近年来快速成长。而伴随着中老铁路建设,磨憨口岸的地位有望进一步提升,成为我国与老挝、泰国等东南亚国家贸易、人员往来的重要国际枢纽。
1992年3月,磨憨被国务院批准为国家一类口岸;1993年12月,中老两国正式开通磨憨-磨丁国际口岸。2008年到2011年,磨憨对外贸易货物由32.8万吨增加到69.7万吨,对外贸易总额从1.83亿美元增加到6.4亿美元,实现了飞跃发展。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
03/15
17:55
— ແບ່ງປັນ —