ມາຈາກ:ສະບາຍດີ
ລັດຖະບານແຂວງຢູນນານວາງແຜນເນັ້ນໜັກເຖິງ RCEP (ສັນຍາພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານຂອງພາກພື້ນ)ການຫຼຸດຜ່ອນ ແລະ ຍົກເວັ້ນພາສີ, ລົງເລິກການຮ່ວມມືດ້ານການຄ້າກັບບັນດາປະເທດອາຊຽນ ແລະ ພັດທະນາການຄ້າຊາຍແດນຢ່າງມີປະດິດສ້າງໃໝ່ ແລະ ອື່ນໆ.
ໃນດ້ານລົງເລິກການຮ່ວມມືການຄ້າກັບປະເທດອາຊຽນ, ແຜນການດຳເນີນງານສະເໜີວ່າ: ສຸມໃສ່ບັນດາປະເພດສິນຄ້າທີ່ໄດ້ຫຼຸດພາສີເປັນສູນໃນປີທຳອິດ ແລະ ສິນຄ້າເພີ່ມໃໝ່ທີ່ໄດ້ເສຍພາສີ, ຊຸກຍູ້ການຂາອອກສິນຄ້າກະສິກຳຄື ໝາກໄມ້ແລະໝາກແກ່ນ, ຜັກ, ດອກໄມ້, ຢາສູບ ແລະ ຢາຈີນ; ເພີ່ມທະວີການຂາອອກຜະລິດຕະພັນເຄື່ອງໄຟຟ້າ, ຜະລິດຕະພັນອຸດສາຫະກຳເຄມີ, ອຸປະກອນການຂົນສົ່ງ, ເຄື່ອງໃຊ້ໃນຊີວິດປະຈຳວັນ, ຜະລິດຕະພັນຕ່ຳແຜ່ນ, ຜະລິດຕະພັນໂລຫະ ແລະອື່ນໆ. ສ້າງເຂດແບບຢ່າງອັນນະວັດຕະກຳການຄ້າຂາເຂົ້າຢ່າງຕັ້ງໜ້າ, ເລັ່ງກໍ່ສ້າງສະຖານທີ່ຄວບຄຸມທີ່ກຳນົດໄວ້ຢູ່ທ່າກຳປັ່ນ ແລະ ດ່ານພາສີ, ສະໜັບສະໜູນການຂະຫຍາຍຂາເຂົ້າສິນຄ້າເຊັ່ນ: ແຮ່ໂລຫະ, ຖ່ານຫີນ, ຢາງພາລາທຳມະຊາດ, ອາຍແກັສທຳມະຊາດ, ນ້ຳມັນດິບ ແລະ ສິນຄ້າລາຍໃຫຍ່ອື່ນ, ແລະ ຜະລິດຕະພັນອັນພິເສດເຊັ່ນ: ຫມາກໄມ້, ຜະລິດຕະພັນນ້ໍາ, ຊີ້ນງົວ, ແລະໄມ້. ພ້ອມດຽວກັນນັ້ນ, ສະໜັບສະໜູນການຄ້າໄຟຟ້າກັບປະເທດອ້ອມຂ້າງ, ແລະ ຂະຫຍາຍຂອບເຂດ ແລະ ຂະໜາດການຄ້າໄຟຟ້າຢ່າງຕໍ່ເນື່ອງ.
ໃນດ້ານການພັດທະນາແບບປະດິດສ້າງໃໝ່ຂອງການຄ້າຊາຍແດນ,ຊຸກຍູ້ວຽກງານການວິເຄາະຄວາມສ່ຽງໃນການເຂົ້າເຖິງກວດກາໝາກໄມ້, ຜັກ ແລະ ຜະລິດຕະພັນກະສິກຳອື່ນໆຂອງປະເທດອ້ອມຂ້າງ, ເສີມຂະຫຍາຍບັນດາປະເພດສິນຄ້າໃນການຄ້າຊາຍແດນ; ປັບປຸງພື້ນຖານໂຄງລ່າງຂອງຈຸດການຄ້າຊາຍແດນ, ກໍ່ສ້າງສວນປຸງແຕ່ງ, ສວນຂົນສົ່ງ ແລະ ຕະຫຼາດວິຊາສະເພາະທີ່ຕິດກັບຊາຍແດນ. ປະດິດສ້າງ ແລະ ພັດທະນາ “ອິນເຕີເນັດ + ຕະຫຼາດການຄ້າຊາຍແດນ”, ຊີ້ທິດທາງໃຫ້ວິສາຫະກິດການໂຄສະນາອອນລາຍ ແລະ ການຄ້າຂາຍອອບໄລນ໌, ສົ່ງເສີມການຂາອອກສະບຽງອາຫານ, ເຄື່ອງໃຊ້ປະຈຳວັນ ແລະ ສິນຄ້າອື່ນໆທີ່ປະເທດອ້ອມຂ້າງຕ້ອງການ.
ນອກຈາກນັ້ນ, ແຜນການດຳເນີນງານຍັງໄດ້ສະເໜີໃຫ້ເລັ່ງລັດການກໍ່ສ້າງສວນວິສາຫະກິດການຄ້າ ແລະ ສູນການຄ້າສາກົນກະສິກຳ; ເພີ່ມທະວີການຮ່ວມມືລົງທຶນໃນຂົງເຂດສວນກະສິກຳ, ສວນຂົນສົ່ງສິນຄ້າ, ສວນປຸງແຕ່ງ ແລະ ຜະລິດ, ສວນວັດທະນະທຳ ແລະ ທ່ອງທ່ຽວກັບມຽນມາ, ລາວ, ໄທ, ກຳປູເຈຍ ແລະ ປະເທດອື່ນ. ດຳເນີນການທົດສອບໃບສັ່ງຈອງຂາອອກການຄ້າຕະຫຼາດສຳລັບຊາ, ໝາກໄມ້ ແລະ ຜັກ, ດອກໄມ້ ແລະ ສິນຄ້າພິເສດອື່ນໆ; ຍູ້ແຮງການກໍ່ສ້າງ “ຊ່ອງທາງຂຽວ” ເພື່ອໃຫ້ສິນຄ້າກະສິກຳຂອງອາຊຽນຜ່ານດ່ານພາສີອັນວ່ອງໄວ; ພັດທະນາ "ປ່ອງຢ້ຽມດຽວ" ໃຫ້ການດຳເນີນການຄ້າສາກົນ ແກ່ ສິງກະໂປ, ມາເລເຊຍ, ໄທ ແລະ ປະເທດອື່ນໆ.
云南省人民政府计划明确聚焦RCEP关税减免,深化与东盟国家贸易合作、创新发展边境贸易等。
在深化与东盟国家贸易合作方面,行动计划提出:以首年减税至零的商品和新增减税商品为重点,促进水果及坚果、蔬菜、花卉、烟草、中药材等特色农产品出口;加大机电产品、化工产品、运输设备、家电产品、纺织品、金属制品等出口。积极创建进口贸易促进创新示范区,加快口岸海关指定监管场地建设;支持金属矿砂、煤炭、天然橡胶、天然气、原油等大宗商品和水果、水产品、肉牛、木材等特色产品扩大进口。同时,支持与周边国家电力贸易,不断扩大电力交易范围和交易规模。
在创新发展边境贸易方面,推动周边国家水果、蔬菜等农产品检验检疫准入风险分析工作,丰富边民互市商品种类;完善边民互市点基础设施,建设邻接口岸的加工、物流园区和专业市场。创新发展“互联网+边民互市”,引导企业线上推广、线下交易,鼓励出口周边国家所需的食品、日用百货等商品。
此外,行动计划还提出加快贸易企业集聚园区、农产品国际贸易中心建设;强化与缅甸、老挝、泰国、柬埔寨等国开展农业园区、商贸物流园区、加工制造园区和文旅园区等投资合作;开展茶叶、果蔬、鲜花等特色商品市场采购贸易出口试单;加快东盟农产品快速通关“绿色通道”建设;积极与新加坡、马来西亚、泰国等国家开展国际贸易“单一窗口”建设。
ແຂວງຢຸນນານໄດ້ອອກແຜນການເຄື່ອນໄຫວເພື່ອເລັ່ງລັດການເຂົ້າຈອດຂອງ RCEP ລົງເລິກການຮ່ວມມືດ້ານການຄ້າກັບບັນດາປະເທດອາຊຽນ
ສະບາຍດີ2022-03-23
ລັດຖະບານລາວປະກາດວ່າ:ວັນທີ 1 ເດືອນເມສາ ເຂດສີຂຽວການທ່ອງທ່ຽວ ໄລຍະທີສອງ ຈະເປີດດ່ານບໍ່ຫານ-ບໍ່ເຕັນ(ລາວ-ຈີນ)
ສູນຂໍ້ມູນຂ່າວສານຄຸນໝິງ2022-03-16
ດ່ານບໍ່ຫານຊາຍແດນຈີນ-ລາວ: "ທ່າເຮືອແຫ້ງ" ພວມກ້າວເຂົ້າສູ່ສູນການຄ້າຈີນ-ລາວ
ສະບາຍດີ2022-03-15
ກະຊວງການຄ້າຈີນ : ການບຳລຸງສູນການທົດລອງການປຸງແຕ່ງຕະຫຼາດການຄ້າຊາຍແດນຊຸດໃໝ່
ສະບາຍດີ2022-03-15
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
03/23
19:14
— ແບ່ງປັນ —