ມາຈາກ:ສະບາຍດີ
ວັນທີ 27 ມີນານີ້, ລາຍການການເຂົ້າຕະຫຼາດຂອງຊາລະດູໃບໄມ້ປົ່ງປີ 2022 ຂອງມືງສ່າງເຮົ້າ(ບໍລິສັດຊາມືງສ່າງເຮົ້າຈຳກັດ)ໄດ້ໄຂຂຶ້ນໂດຍຮູບແບບການຖ່າຍທອດສົດອອນໄລນ໌, ຈຳນວນຜູ້ຊົມໃນທົ່ວເວທີໄດ້ບັນລຸເຖິງ337.000 ຄົນ.
ທ່ານ ເຮີຊີ່ງຢວນ, ຜູ້ອໍານວຍການສະຖາບັນຄົ້ນຄວ້າໃບຊາຂອງສະຖາບັນວິທະຍາສາດກະສິກໍາແຂວງຢຸນນານແລະຫົວຫນ້າຜູ້ຊ່ຽວຊານ ຊາພູເອີ ຂອງ ມືງສ່າງເຮົ້າໄດ້ຍ່າງເຂົ້າໄປໃນໂຮງງານຜະລິດຂອງມືງສ່າງເຮົ້າ ເພື່ອອະທິບາຍແບບອາຊີບກ່ຽວກັບວັດຖຸດິບ, ເຕັກໂນໂລຢີແລະຜະລິດຕະພັນຂອງຊາພູເອີໃນລະດູໃບໄມ້ປົ່ງ. ທ່ານກ່າວວ່າ, ການເກັບກ່ຽວຊາພູເອີທີ່ມີລັກສະນະຄວາມປ້ອງກັນຄວນດຳເນີນຕາມ 4 ຂໍ້ກຳນົດຢ່າງເຂັ້ມງວດ ຄື: ສະພາບການເຕີບໂຕຂອງຕົ້ນຊາບູຮານ, ມາດຕະຖານການເກັບກ່ຽວ, ສະພາບການເຕີບໂຕຕາມລະດູການ ແລະ ຮັກສາຊີວະນາໆພັນ, ພຽງແຕ່ປົກປັກຮັກສາຊັບພະຍາກອນຕົ້ນຊາບູຮານເທົ່ານັ້ນ ຈຶ່ງສາມາດເພິ່ນທະວີຄຸນຄ່າຂອງຕົ້ນຊາບູຮານໃຫ້ດີກ່ວາ.
ນັບຕັ້ງແຕ່ປີ 2003, ມືງສ່າງເຮົ້າ ໄດ້ເຈາະເຂົ້າໄປໃນເຂດຜະລິດຫຼັກຂອງຊາພູເອີ ໃນຢູນນານ, ກໍ່ສ້າງໂຮງງານຜະລິດທີ່ທັນສະໄຫມຫຼາຍກ່ວາ 30,000 ຕາແມັດໃນເມືອງມືງໄຫ້ແລະສ້າງຕັ້ງພື້ນຖານການຜະລິດທີ່ມີຄຸນວຸດທິ SC ກວມເອົາເນື້ອທີ່ຫຼາຍກ່ວາ 4,000 ຕາແມັດຢູ່ເຫຼົາປ່ານຈ່ຽງ. ປີນີ້, ມືງສ່າງເຮົ້າ ໄດ້ຍົກລະດັບໃຫມ່ທາງດ້ານວັດຖຸດິບ,ເຕັກໂນໂລຢີ ແລະຜະລິດຕະພັນ, ແລະໄດ້ສ້າງຜະລິດຕະພັນໃຫມ່ຂອງຊາໃນລະດູໃບໄມ້ປົ່ງເຊັ່ນຊາດິບພູເອີ ປ່ານຈ່ຽງນົກຍູງ, ຊຸດມຶງສ່າງແລະອື່ນໆ.
3月27日,勐昌號2022春茶上市活动以直播形式开启,全平台累计观看量达33.7万人次。
云南省农业科学院茶叶研究所所长、勐昌號首席普洱专家何青元走进勐昌號工厂,从普洱春茶的原料、工艺、产品等方面为大家进行专业讲解。他表示,普洱茶的保护性采摘要严格按照古茶树的生长状况、采摘标准、季节生长情况、保持生物多样性等四大要求进行,保护好古茶树资源,才能更好地发挥古茶树的价值
自2003年起,勐昌號深入云南普洱茶核心产区,在勐海建立3万多平方米的现代化工厂,在老班章建立4000多平方米拥有SC资质的生产基地。今年,勐昌號从原料、工艺、产品等方面全新升级,打造了孔雀班章普洱生茶、勐昌之星系列等春茶新品。
+IT, ການຂະຫຍາຍຕົວໃຫມ່, ສ້າງພື້ນຖານສໍາລັບການຫັນເປັນດິຈິຕອນຂອງຜູ້ປະກອບການ
ສະບາຍດີ2022-03-14
ເປີດນຳໃຊ້ສູນການຄ້າສາກົນແຂວງບໍ່ແກ້ວ
Pasaxon Daily Newspaper2022-03-14
ກອງປະຊຸມສະເໜີແນະການສ້າງແຜນເຊື່ອມສານ ພັດທະນາເສດຖະກິດ-ສັງຄົມ
Pasaxon Daily Newspaper2022-03-14
ຫົວເຫວີຍ ນຳເອົາແຜນພັດທະນາທຸລະກິດ ມາສູ່ງານ MWC 22 ເພື່ອຊຸກຍູ້ໃຫ້ຜູ້ປະກອບການ ແລະ ຈຸດປະກາຍແສງສະຫວ່າງໃນອານາຄົດ ໃນຍຸກເສດຖະກິດດິຈິຕອນ
ສະບາຍດີ2022-03-14
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
03/29
11:22
— ແບ່ງປັນ —