ຫົວເຫວີຍ ນຳເອົາແຜນພັດທະນາທຸລະກິດ ມາສູ່ງານ MWC 22 ເພື່ອຊຸກຍູ້ໃຫ້ຜູ້ປະກອບການ ແລະ ຈຸດປະກາຍແສງສະຫວ່າງໃນອານາຄົດ ໃນຍຸກເສດຖະກິດດິຈິຕອນ

ມາຈາກ:ສະບາຍດີ

ໃນງານ ເອັມດັບເບີ້ນຢູຊີ MWC 22 ຈັດຂຶ້ນເມືອບໍ່ດົນມານີ້ ທີ່ເມືອງບາເຊໂລນາ, ໃນຫົວຂໍ້"ຈຸດແສງສະຫວ່າງໃຫ້ອານາຄົດ", ບໍລິສັດຫົວເຫວີຍ ໄດ້ຮ່ວມມືກັບລູກຄ້າຜູ້ປະກອບການທົ່ວໂລກ, ຄູ່ຮ່ວມອຸດສາຫະກໍາດ້ານໄອຊີທີ ແລະ ຜູ້ນໍາດ້ານຄວາມຄິດເຫັນ ລວບລວມຄຸນຄ່າທາງທຸລະກິດ ແລະ ຄຸນຄ່າທາງສັງຄົມ ພ້ອມທັງປຶກສາຫາລືກ່ຽວກັບຄວາມສໍາເລັດຂອງທຸລະກິດ 5G, ສີຂຽວ, ການຂະຫຍາຍຕົວຂອງວຽກງານທາງດ້ານໄອທີ, ແຜນພັດທະນາທຸລະກິດ ແລະ ຫົວຂໍ້ອື່ນໆ, ເພື່ອຮ່ວມກັນຈຸດແສງສະຫວ່າງໃຫ້ອະນາຄົດທີ່ສົດໃສຂອງຍຸກເສດຖະກິດດິຈິຕອນ.

ຫ້ອງວາງສະແດງຫຼັກຂອງ ຫົວເຫວີຍ ຫ້ອງ 1 ຖືກອອກແບບດ້ວຍຫົວຂໍ້ “ປ່າດິຈິຕອລ”.ເພື່ອສື່ເຖິງວ່າ ອຸດສາຫະກໍາໄອຊີທີ ປຽບຄືປ່າໄມ້ອັນກວ້າງໃຫຍ່ໄພສານ ທີ່ເຕັມໄປດ້ວຍຄວາມອຸດົມສົມບູນ. ພາຍໃນງານດັ່ງກ່າວນີ້ ຫົວເຫວີຍ ໄດ້ວາງສະແດງຜະລິດຕະພັນ ແລະໂຊລູຊັ້ນທີ່ໃຫມ່ຫຼ້າສຸດ ເຊັ່ນ: ເຄືອຂ່າຍໂທລະສັບເຄື່ອນທີ່ສາມາດຮັບສົ່ງຂໍ້ມູນໄດ້ລະດັບກິກກະບິດ , ເຄືອຂ່າຍຄຣາວ, ການເຊື່ອມຕໍ່ດ້ວຍຟາຍເບີ້ອອບຕິກ, ການປ່ຽນແປງຮູບແບບການບຳລຸງຮັກສາ ແລະ ການປັບປຸງລະບົບແບບດິຈິຕອລອັດສະລິຍະ, ແຜນການພັດທະນາດ້ວຍຮູບແບບສີຂຽວທີ່ສົມບູນແບບ ແລະ ອື່ນໆ. ຫົວເຫວີຍມຸ່ງເນັ້ນສ້າງຄຸນຄ່າໃຫ້ລູກຄ້າ ພ້ອມທັງມີຄວາມຮັບຜິດຊອບຕໍ່ສັງຄົມ ຈຶ່ງໄດ້ພັດທະນາສ້າງນະວັດຕະກໍາໃຫມ່ໆອອກມາຢ່າງບໍ່ຢຸດຢັ້ງ.

ການຫັນເປັນດິຈິຕອລກຳລັງປ່ຽນແປງໂລກຂອງພວກເຮົາ. ເຄືອຂ່າຍດິຈິຕອລເປັນພື້ນຖານຂອງໂລກດິຈິຕອລໃນອະນາຄົດ. ຫົວເຫວີຍ ໄດ້ນໍາສະເໜີແຜນພັດທະນາທຸລະກິດ ເພື່ອຊ່ວຍໃຫ້ຜູ້ປະກອບການໄດ້ຮັບຮູ້ "ຫ້າກໍາລັງທຸລະກິດ", ຄືການເຈາະເລິກທຸລະກິດ, ຄວາມສາມາດໃນການເພີ່ມປະສິດທິພາບ, ການລວບລວມຊັບພະຍາກອນ, ການແຂ່ງຂັນດ້ວຍຄຸນຄ່າ ແລະ ການປະກອບສ່ວນທາງສັງຄົມ.

ຫົວເຫວີຍ ສະໜັບສະໜູນຍຸດທະສາດການພັດທະນາສີຂຽວຂອງຜູ້ປະກອບການ, ຜ່ານການແກ້ໄຂຢ່າງເປັນລະບົບຂອງ "ສະຖານີ ຖານຂອງລະບົບໂທລະສັບເຄື່ອນທີ່ໄປສູ່ຮູບແບບສີຂຽວ ເຄືອຂ່າຍສີຂຽວ ການດໍາເນີນງານສີຂຽວ", ຊ່ວຍໃຫ້ຜູ້ປະກອບການສືບຕໍ່ຍົກລະດັບຂະໜາດຂອງເຄືອຂ່າຍ ແລະຫຼຸດຜ່ອນການໃຊ້ພະລັງງານຕໍ່ບິດ, "ຮັບສົ່ງຂໍ້ມູນໄດ້ຫຼາຍ, ໃຊ້ກຳລັງພະລັງງານຫນ້ອຍ", ສົ່ງເສີມການພັດທະນາສີຂຽວແບບຍືນຍົງ.

ຫົວເຫວີຍ ແລະ ຜູ້ປະກອບການທົ່ວໂລກ, ລວມເຖິງຄູ່ຮ່ວມທຸລະກິດໄດ້ຮ່ວມກັນສ້າງໂຄງຮ່າງໄອຊີທີ ທີ່ງ່າຍດາຍ, ສີຂຽວ, ພື້ນຖານໂຄງລ່າງໄອຊີທີອັດສະລິຍະ, ຊ່ວຍໃຫ້ຜູ້ປະກອບການທົ່ວໂລກນຳໃຊ້ເຄືອຂ່າຍ 5G ໃນລະດັບຊັ້ນນໍາ. ອີງຕາມບົດລາຍງານການທົດສອບຂອງພາກສ່ວນທຸລະກິດດ້ານໂທລະຄົມມະນາຄົມ, ທີ່ສະວິດເຊີແລນ, ເຢຍລະມັນ, ແຟງລັງ, ໂຮຍລັງ, ສາທາລະນະລັດເກົາຫຼີ, ຊາອຸດິອາລາເບຍ ແລະ ປະເທດອື່ນໆ ລວມ 13 ປະເທດ ໄດ້ມີການນໍາໃຊ້ເຄືອຂ່າຍ 5G ທີ່ພັດທະນາໂດຍຫົວເຫວີຍ ແລະ ໄດ້ຮັບຜົນຕອບຮັບຈາກຜູ້ໃຊ້ເປັນຢ່າງດີ.

ຫົວເຫວີຍ ແລະ ຜູ້ປະກອບການດ້ານໄອຊີທີ, ລວມເຖິງຄູ່ຮ່ວມທຸລະກິດ ໄດ້ມີການເຊັນສັນຍາການນໍາໃຊ້ເຄືອຂ່າຍ 5G ເຂົ້າໃນພາກອຸດສາຫະກຳແລ້ວຫຼາຍກວ່າ 3.000 ສັນຍາ. ຫົວເຫວີຍຍັງລະບຸອີກວ່າ ພວກເຮົາມີຄວາມຈຳເປັນທີ່ຈະຕ້ອງຊ່ວຍໃຫ້ຜູ້ປະກອບການທາງດ້ານໄອຊີທີ ໃນການຊອກຫາໂອກາດໃຫມ່ໆໃນພາກອຸດສາຫະກຳດີຈີຕອລ ດ້ວຍການນຳສະເໜີ ການບໍລິການຮູບແບບ ເອັຊທູບີ (XtoB) ເທິງພື້ນຖານ 5G ເຄືອຂ່າຍສ່ວນຕົວແບບສະເພາະ, ເຄືອຂ່າຍຄຣາວອັດສະລິຍະ, ສູນຂໍ້ມູນ,ແລະ ລະບົບຄຣາວ.

近日,移动通信大会 MWC 22 在巴塞罗那举行,以“点亮未来”为主题,华为公司与全球运营商客户、行业伙伴、意见领袖一起聚焦商业价值和社会价值,探讨5G商业成功、绿色、+IT新增长、产业发展计划等话题,为了照亮数字经济时代的光明未来。

华为主展厅的1号展厅以“数字森林”为设计主题,传达了 ICT行业像繁茂的森林一样,生机勃勃。在展馆中,华为展示了最新的5G产品和解决方案,如:如泛在千兆移动网络、云网快线、全光目标网、运营运维数智化转型、绿色发展系统性解决方案等。华为旨在通过持续创新,为客户创造价值,履行社会责任。

数字化正在深刻地改变我们的世界,数字网络是未来数字世界的基石。此次大会,华为主要提出了商业发展计划,助力运营商实现“商业5力”,即业务的渗透力、效率的创造力、资源的整合力、价值的竞争力和社会的贡献力。

华为支持运营商的绿色发展战略,通过“绿色站点-绿色网络-绿色运营”系统性解决方案,助力运营商持续提升网络容量和降低单位比特能耗”More Bits,Less Watts“,促进绿色可持续发展。

当前,华为正与全球运营商、合作伙伴一起,打造极简、绿色、智能的ICT基础设施,助力全球运营商部署了领先的5G网络。根据第三方测试报告显示,在瑞士、德国、芬兰、荷兰、韩国、沙特等13个国家,华为承建的5G网络,用户体验均为最佳。

华为和ICT运营商、合作伙伴已累计签署了超过3,000个5G行业应用商用合同,华为还补充道:”我们有责任通过打造创新的XtoB解决方案,通过5G、品质专线、智能云网、数据中心、云等融合,助力运营商打开行业数字化新蓝海。“

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/14

14:49

ແບ່ງປັນ

ແປ
翻译