ມາຈາກ:Pasaxon Daily Newspaper
ໃນວັນທີ 2 ມີນາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະເໜີ ແນະນໍາເບື້ອງຕົ້ນ ກ່ຽວກັບການສ້າງແຜນການເຊື່ອມສານລະຫວ່າງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ອີງຕາມສະພາບພື້ນທີ່ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ ຜູ້ຊີ້ນໍາວຽກງານເສດຖະກິດ, ມີທີມງານຂອງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂົງເຂດເສດຖະກິດ ແລະ ຂົງເຂດວັດທະນະທໍາ-ສັງຄົມ ພ້ອມດ້ວຍພະນັກງານຈໍານວນໜຶ່ງເຂົ້າຮ່ວມ.
ທ່ານ ສີຄານ ແກ່ນມະນີ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອເຮັດໃຫ້ການຍູ້ແຮງແຜນພັດທະນາເສດຖະກິດ-ສັງຄົົມຂອງເມືອງ, ແຕ່ລະຂະແໜງການ ຫັນອອກມາເປັນແຜນງານ, ໂຄງການ ແລະ ກິດຈະກໍາ ເຄື່ອນໄຫວເປັນອັນລະອຽດ. ອີກດ້ານໜຶ່ງເພື່ອເປັນເຄື່ອງມື ແລະ ນະໂຍບາຍສະເໜີແນວຄວາມຄິດການສ້າງແຜນເຊື່ອມສານ ແຜນພັດທະນາເສດຖະກິດ-ສັງຄົມ ກັບແຜນຈັດສັນທີ່ດິນ 5 ປີ (2021-2025) ຄັ້ງທີ VII ອີງຕາມສະພາບພື້ນທີ່ ແລະ ແນໃສ່ພ້ອມກັນສະຫຼຸບຕີລາຄາແນວຄວາມຄິດລິເລີ່ມ, ສືບຕໍ່ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ຄັ້ງທີ VII ອີງຕາມສະພາບພື້ນທີ່.
昆明信息港-萨拜迪 记者李悦 据老挝人民报报道,3月2日,在沙耶武里省坎涛县会议室召开了基于当地环境制定五年经济-社会发展一体化规划的初步建议会议。坎涛县副县长、经济掌舵人Sikhan Kaenmany先生、省工作组、经济和社会文化事务办公室主任、副主任及部分工作人员与会。
Sikhan Kaenmany 先生表示:”此次会议的目的是加快推进本县的经济-社会发展规划,使每个阶段详细转化为方案、项目和活动。另一方面,要因地制宜地结合经济社会发展规划和第七个五年土地分配规划(2021-2025年)的理念,同时根据当地情况总结和评价第七个五年社会经济发展计划实施的倡议构想和持续性。
+IT, ການຂະຫຍາຍຕົວໃຫມ່, ສ້າງພື້ນຖານສໍາລັບການຫັນເປັນດິຈິຕອນຂອງຜູ້ປະກອບການ
ສະບາຍດີ2022-03-14
ເປີດນຳໃຊ້ສູນການຄ້າສາກົນແຂວງບໍ່ແກ້ວ
Pasaxon Daily Newspaper2022-03-14
ກອງປະຊຸມສະເໜີແນະການສ້າງແຜນເຊື່ອມສານ ພັດທະນາເສດຖະກິດ-ສັງຄົມ
Pasaxon Daily Newspaper2022-03-14
ຫົວເຫວີຍ ນຳເອົາແຜນພັດທະນາທຸລະກິດ ມາສູ່ງານ MWC 22 ເພື່ອຊຸກຍູ້ໃຫ້ຜູ້ປະກອບການ ແລະ ຈຸດປະກາຍແສງສະຫວ່າງໃນອານາຄົດ ໃນຍຸກເສດຖະກິດດິຈິຕອນ
ສະບາຍດີ2022-03-14
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
03/14
17:12
— ແບ່ງປັນ —