ມາຈາກ:ສະບາຍດີ
ກອງປະຊຸມ Huawei Day 0 Forum ງານ MWC22 ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເມືອງບາເຊໂລນາ ຫົວເຫວີຍໄດ້ເປີດໂຕຜະລິດຕະພັນໄອຊີ ແລະ ໂຊລູຊັ່ນໃຫມ່ລ່າສຸດທີ່ເປັນສ່ວນໜຶ່ງຂອງ "ພື້ນຖານໄອທີອັດສະລິຍະ" ສໍາຫຼັບຜູ້ປະກອບການດ້ານໄອຊີທີ. ຜູ້ອໍານວຍການ ຫົວເຫວີຍ ທ່ານ ຫວັງທາວ ຫົວໜ້າຄະນະຄຸ້ມຄອງທຸລະກິດພື້ນຖານໂຄງລ່າງໄອຊີທີ ໄດ້ກ່າວປາໄສໃນຫົວຂໍ້ "+IT, ການຂະຫຍາຍຕົວໃຫມ່" ວ່າພື້ນຖານດ້ານໄອທີທີ່ຫນ້າເຊືື່ອຖື ແລະ ມີປະສິດທິພາບຈະຊ່ວຍໃຫ້ຜູ້ປະກອບການເພີ່ມລາຍໄດ້, ຫຼຸດຜ່ອນຕົ້ນທຶນ ແລະ ບັນລຸການເຕີບໂຕໃຫມ່ທາງດ້ານໄອທີ.
ດ້ວຍການພັດທະນາຢ່າງໄວວາຂອງເຕັກໂນໂລຊີທີ່ພົ້ນເດັ່ນ ເຊັ່ນ 5G, ອິນເຕີເນັດ, ລະບົບຄຣາວ ແລະ ເອໄອ, ສົ່ງຜົນໃຫ້ຜູ້ປະກອບການດ້ານໄອຊີທີ ມີຄວາມຕ້ອງການອັນຮີບດ່ວນ ສໍາລັບການຫັນເປັນດິຈິຕອນ .ໃນດ້ານຫນຶ່ງ, ຜູ້ປະກອບການຈໍາເປັນຕ້ອງເລັ່ງການຫັນເປັນດິຈິຕອນຂອງຕົນເອງ; ໃນອີກດ້ານຫນຶ່ງ, ຜູ້ປະກອບການຈໍາເປັນຕ້ອງເຮັດໃຫ້ການຫັນເປັນດິຈິຕອນຂອງອຸດສາຫະກໍາ ToB. ແຕ່ການປ່ຽນແປງເຫຼົ່ານີ້ຈະຕ້ອງຍົກລະດັບພື້ນຖານໂຄງລ່າງດ້ານໄອທີ ບັນລຸການນຳຄຣາວເຂົ້າໃນການຊຸກຍູ້ສົ່ງເສີມ ເພື່ອສະໜອງຕໍ່ອຸດສາຫະກຳນີ້ໃຫ້ໄດ້ໄວທີ່ສຸດ.
ທ່ານ ຫວັງທາວ ກ່າວຕື່ມວ່າ: ພື້ນຖານໄອທີອັດສະລິຍະຂອງຫົວເຫວີຍຖືກອອກແບບມາເປັນພິເສດ ເພື່ອຕອບສະໜອງຄວາມຕ້ອງການໃໝ່ໆເຫຼົ່ານີ້ໃຫ້ແກ່ຜູ້ປະກອບດ້ານໄອຊີທີ. ພື້ນຖານນີ້ລວມມີຄຣາວທີ່ແຈກຢາຍຮ່ວມກັນຢ່າງເຕັມຮູບແບບ ແລະ ສູນຂໍ້ມູນດາຕ້າທັງໝົດ.
ໃນງານດຽວນັ້ນ ຫົວເຫວີຍຍັງເປີດໂຕ cloud-native solution ອັນທຳອິດຂອງອຸດສະຫະກຳ ຄຣາວທີ່ເຮັດວຽກຮ່ວມກັນຢ່າງເຕັມທີ່ນີ້ ຊ່ວຍໃຫ້ຜູ້ປະກອບການສາມາດບັນລຸການສົ່ງເສີມດ້ານໄອຊີທີ, ການເຊື່ອມໂຍງເຄືອຂ່າຍຄຣາວ, ການບໍລິການ PaaS ສົ່ງເສີມທາງຂໍ້ມູນດາຕ້າ ແພລັດຟອມສື່ຕ່າງໆ ແລະ ການບໍລິການ PaaS ສໍາລັບຜູ້ປະກອບການດ້ານອຸດສາຫະກໍາ ບັນລຸເປົ້້າໝາຍການບໍລິການແບບຄົບວົງຈອນ ເພື່ອເຮັດໃຫ້ການນຳໃຊ້ບໍ່ຖືກຈຳກັດພຽງແຕ່ຂົງເຂດໃດໜຶ່ງ, ການເຊື່ອມຂ້າມຄຣາວທີ່ຕ່າງກັນ ຫຼື ດາຕ້າທີ່ບໍ່ພຽງພໍ, ຮັບປະກັນປະສົບການໍາໃຊ້ໃນມາດຕະຖານດຽວ.
ປະເພດຂໍ້ມູນທີ່ເພີ່ມຂຶ້ນ, ການນໍາໃຊ້ຂໍ້ມູນທີ່ເພີ່ມຂຶ້ນ, ການຮັກສາຂໍ້ມູນທີ່ສໍາຄັນເພີ່ມຂຶ້ນ, ສູນຂໍ້ມູນທີ່ມີປະສິດທິພາບສູງຂຶ້ນ, ເຮັດໃຫ້ຫົວເຫວີຍໄດ້ປັບຍຸດທະສາດ OneStorage ໃຫ້ເຂັ້ມຂຸ້ນຂຶ້ນ, ຊຸດຂອງຜະລິດຕະພັນໂຄງສ້າງພື້ນຖານຂໍ້ມູນນະວັດຕະກໍາໄດ້ຖືກເປີດເຜີຍໃນກອງປະຊຸມຄັ້ງນີ້ ເຊິ່ງຈະຊ່ວຍໃຫ້ຜູ້ປະກອບການສາມາດສືບຕໍ່ພັດທະນາຄັງຂໍ້ມູນຂອງຕົນເອງໄດ້ຢ່າງບໍ່ຢຸດຢັ້ງ. ຫົວເຫວີຍ OneStorage, ໄດ້ບັນລຸການປະຕິບັດການຈັດສັນຊັບພະຍາກອນຕາມຄວາມຕ້ອງການ, ການຄຸ້ມຄອງອັດສະລິຍະ ແລະເຊື່ອມປະສານຄຣາວແບບຫຼາຍສາຍ, ຊຸກຍູ້ການຍົກລະດັບຢ່າງຕໍ່ເນື່ອງຂອງໂຄງສ້າງຂໍ້ມູນຂອງຜູ້ປະກອບການ ແລະ ການຂະຫຍາຍທຸລະກິດໃຫມ່.
ຮອດທ້າຍປີ 2021, ຫົວເຫວີຍຄຣາວ ແລະ ຄູ່ຮ່ວມທຸລະກິດ ໄດ້ສ້າງເຂດການນຳໃຊ້ແລ້ວ 61 ເຂດ ຢູ່ໃນ 27 ຂົງເຂດທົ່ວໂລກ ກວມເອົາຫຼາຍກວ່າ 170 ປະເທດ ແລະ ພາກພື້ນ, ພ້ອມທັງໄດ້ດໍາເນີນການຮ່ວມມືການບໍລິການຄຣາວແບບເຈາະເລິກກັບຫຼາຍກວ່າ 120 ຜູ້ປະກອບການແລ້ວ. ປະເຊີນກັບການຫັນເປັນອຸດສາຫະກໍາດິຈິຕອນ, ໃນເກົ້າອຸດສາຫະກໍາພົ້ນເດັ່ນເຊັ່ນ: ການຜະລິດ, ການຂາຍຍ່ອຍ,ການປິ່ນປົວດູແລສຸຂະພາບ ແລະ ອື່ນໆ. ຫົວເຫວີຍໄດ້ໃຫ້ການສະໜອງການບໍລິການຄຣາວ ຫຼາຍກວ່າ 50 ຟັງຊັ້ນຢ່າງເຕັມຮູບແບບ.ໃນເວລາດຽວກັນ, Huawei ໄດ້ສະຫນອງການບໍລິການເກັບຮັກສາຂໍ້ມູນອັດສະລິຍະແລະປະສິດທິພາບສໍາລັບຫຼາຍກ່ວາ 300 ຜູ້ປະກອບການໃນທົ່ວໂລກ. Huawei OceanStor Dorado ໄດ້ເຂົ້າເປັນ Leaders Quadrant ຂອງ Gartner ເປັນເວລາ 6 ປີຕິດຕໍ່ກັນ.
ພື້ນຖານໂຄງລ່າງ IT ທີ່ໜ້າເຊື່ອຖື, ມີປະສິດທິພາບ ແລະ ອັດສະລິຍະແມ່ນມີຄວາມສຳຄັນຫຼາຍສຳລັບຜູ້ປະກອບການເພື່ອກ້າວໄປສູ່ດິຈິຕອນ. ຫົວເຫວີຍ ຕ້ອງການສືບຕໍ່ເຮັດວຽກຮ່ວມກັບຜູ້ປະກອບການເພື່ອເປີດຕົວໂຄງລ່າງດ້ານໄອທີ, ຊ່ວຍໃຫ້ອຸດສາຫະກໍາກ້າວໄປສູ່ດິຈິຕອນ, ແລະບັນລຸການເຕີບໂຕໃຫມ່ຮ່ວມກັນ.
在MWC22巴塞罗那世界移动大会期间,华为常务董事、ICT基础设施业务管理委员会主任汪涛,在华为Day0峰会上发表了“+IT,新增长”的主题发言,发布了最新的运营商IT产品及解决方案,通过打造可靠、高效、智能的IT底座,助力运营商数智化转型,增收、降本、提效,实现新增长。
随着5G、物联网、云计算、智能等新兴技术迅速发展,运营商对数字化转型具有迫切需求。一方面,运营商需要加速自身数字化转型;另一方面,运营商需要使能ToB行业数字化转型。这些趋势都对运营商的IT基础设施提出了新的要求,其IT基础设施需要智能升级,实现多云协同,快速切入行业。
汪涛表示,为应对上述诉求,华为为运营商提供智能IT底座,包含全协同分布式云和全场景数据存储池,助力运营商客户加速数字化转型,实现业务新增长。
华为首先推出了创新的分布式云原生解决方案,基于全协同的分布式云架构,实现运营商ICT协同、云网协同、云边协同,为运营商提供数据、媒体等PaaS服务和面向行业的aPaaS服务,实现一切皆服务的目标,让应用不受地域限制、跨云限制和流量限制,保证体验的一致性。
面向日益丰富的数据类型,日益普惠的数据应用,日益重要的数据保护,日益高效的数据中心,华为存储深化OneStorage战略,本次峰会上发布了系列化数据基础设施创新产品,助力运营商数据场景不断演进。华为OneStorage解决方案,实现资源按需分配、智能管理和多云融合,支持运营商数据基础设施持续升级和新业务扩展。
截至2021年底,华为云与伙伴在全球共27个地理区域运营61个可用区,覆盖全球170多个国家和地区,已与120多家运营商开展深入的云服务合作。面向行业数字化,在制造、零售、医疗健康等九个垂直行业,已全面开放50+场景化云服务。同时,华为已为全球300多家运营商提供智能高效的数据存储服务,华为OceanStor Dorado连续6年进入Gartner的领导者象限。
可靠、高效、智能的IT基础设施是运营商数字化转型的关键。华为愿与运营商共同努力承担新使命,构筑新能力,服务千行百业,迎接新增长。
+IT, ການຂະຫຍາຍຕົວໃຫມ່, ສ້າງພື້ນຖານສໍາລັບການຫັນເປັນດິຈິຕອນຂອງຜູ້ປະກອບການ
ສະບາຍດີ2022-03-14
ເປີດນຳໃຊ້ສູນການຄ້າສາກົນແຂວງບໍ່ແກ້ວ
Pasaxon Daily Newspaper2022-03-14
ກອງປະຊຸມສະເໜີແນະການສ້າງແຜນເຊື່ອມສານ ພັດທະນາເສດຖະກິດ-ສັງຄົມ
Pasaxon Daily Newspaper2022-03-14
ຫົວເຫວີຍ ນຳເອົາແຜນພັດທະນາທຸລະກິດ ມາສູ່ງານ MWC 22 ເພື່ອຊຸກຍູ້ໃຫ້ຜູ້ປະກອບການ ແລະ ຈຸດປະກາຍແສງສະຫວ່າງໃນອານາຄົດ ໃນຍຸກເສດຖະກິດດິຈິຕອນ
ສະບາຍດີ2022-03-14
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
03/14
17:50
— ແບ່ງປັນ —