ການເຄື່ອນໄຫວຕ່າງໆກ່ຽງກັບ "ການເຂົ້າໄປໃນໂຮງຮຽນ" ສາມາດປະສົມເປັນລະບົບບໍ່

ມາຈາກ:ສະບາຍດີ

ໃນຊຸມປີມໍ່ໆມານີ້, ຢູ່ສະຖານທີ່ທີ່ແຕກຕ່າງກັນ, ມີການຮຽກຮ້ອງຢ່າງຕໍ່ເນື່ອງສໍາລັບການ "ເຂົ້າໄປໃນໂຮງຮຽນ". ເອົາຂົງເຂດວັດທະນະທໍາເປັນຕົວຢ່າງ, ມີການເຄື່ອນໄຫວເຊັ່ນ: "ສິລະປະທີ່ເດັດດວງເຂົ້າໄປໃນໂຮງຮຽນ", "ງີ້ວປັກກິ່ງເຂົ້າໄປໃນໂຮງຮຽນ", "ມໍລະດົກດ້ານວັດທະນະທໍາເຂົ້າໄປໃນໂຮງຮຽນ", "ລະຄອນເຂົ້າໄປໃນໂຮງຮຽນ".ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນປີນີ້, ຜູ້ແທນ ແລະ ສະມາຊິກຄະນະກຳມະການຈຳນວນໜຶ່ງຍັງໄດ້ມີຄຳເຫັນແລະຂໍ້ສະເໜີກ່ຽວກັບ “ວັດທະນະທຳເຂົ້າໄປໃນໂຮງຮຽນ” ເຊັ່ນ “ວັດທະນະທຳມູນເຊື້ອເຂົ້າເຂົ້າໄປໃນໂຮງຮຽນ”.

ວັດທະນະທໍາແມ່ນຈິດວິນຍານຂອງປະເທດຊາດແລະຊົນເຜົ່າໜຶ່ງ.ສະນັ້ນ, “ວັດທະນະທຳເຂົ້າໃນໂຮງຮຽນ” ແມ່ນມີຄວາມໝາຍອັນສຳຄັນຕໍ່ການຍົກສູງຄຸນທາດດ້ານວັດທະນະທຳຂອງໄວໜຸ່ມ, ສືບທອດ ແລະ ສົ່ງເສີມວັດທະນະທຳມູນເຊື້ອທີ່ດີເດັ່ນຂອງຈີນ, ຊຸກຍູ້ການກໍ່ສ້າງອາລະຍະທຳຈິດໃຈຂອງສັງຄົມນິຍົມ. ສຽງທີ່ຫຼາກຫຼາຍຕໍ່ການເຄື່ອນໄຫວກ່ຽວກັບ "ວັດທະນະທໍາເຂົ້າໃນໂຮງຮຽນ" ສະທ້ອນໃຫ້ເຫັນຄວາມສົນໃຈຈາກປະຊາຊົນທຸກຊັ້ນຕໍ່ການກໍ່ສ້າງວັດທະນະທໍາ, ການເບິ່ງແຍງດູແລການຂະຫຍາຍຕົວຂອງນັກຮຽນໄວຫນຸ່ມ.

ສິ່ງທີ່ສໍາຄັນຂອງການເຄື່ອນໄຫວ"ວັດທະນະທໍາເຂົ້າໄປໃນໂຮງຮຽນ"ແມ່ນການປະຕິບັດຕົວຈິງ. ຄວນປະສົມປະສານການເຄື່ອນໄຫວທີ່ມີເນື້ອໃນຄ້າຍຄືກັນ, ເລືອກການເຄື່ອນໄຫວທີ່ມີລັກສະນະຂອງຕົນເອງແລະເໝາະສົມກັບຄວາມຕ້ອງການຂອງນັກຮຽນ, ສະນັ້ນກ່ອນທີ່ຈະຈັດຕັ້ງປະຕິບັດ "ວັດທະນະທໍາເຂົ້າໃນໂຮງຮຽນ", ຄວນຈະຮັບຟັງສຽງຂອງຄູອາຈານແລະນັກສຶກສາ. 

近年来,在不同的场合,各种“进校园”的呼声不断。以文化领域为例,先后有“高雅艺术进校园”“京剧进校园”“非遗进校园”“戏曲进校园”等诸多说法。在今年的全国两会上,部分代表、委员也有关于“文化进校园”的建议、提案,例如“传统文化进校园”等。

文化是一个国家、一个民族的灵魂。因此,“文化进校园”对于提升青少年文化素质、继承和弘扬中华优秀传统文化、促进社会主义精神文明建设具有重要意义。各种“文化进校园”的声音,正体现了各界人士对文化建设的关注、对青少年学生成长的关爱。

“文化进校园”,关键在落实。应整合内容相似的活动,举办具有自我特色,且符合学生需求的“进校园”活动,因此“文化进校园”在施行之前,最好能够多听听广大老师、学生的心声。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = 2983.6 LAK

-

2022

03/22

15:52

ແບ່ງປັນ

ແປ
翻译