ປຶ້ມການທະຫານຫົວທຳອິດຂອງໂລກ

ມາຈາກ:ສະບາຍດີ

640

ຕຳລາ “ສາດແຫ່ງສົງຄາມຊຸ່ນຈື້” ຍັງມີອີກຊື່ໜຶ່ງວ່າ“ຊຸ່ນຈື້”, ເປັນປຶ້ມກ່ຽວກັບວິທະຍາສາດການທະຫານຂອງຈີນໃນສະໄໝບູຮານ, ທັງເປັນປຶ້ມການທະຫານຫົວທຳອິດຂອງໂລກ.ຜູ້ຄົ້ນຄິດແລະຂຽນປຶ້ມຫົວນີ້ແມ່ນຊຸ່ນອູ, ນັກການທະຫານທີ່ດີເລີດໃນທ້າຍສະໄໝຊຸ່ນຊິ່ວ.ຊຸ່ນອູເປັນຄົນແຄວ້ນຊີ, ແຕ່ພາຍຫຼັງຕໍ່ມາໄດ້ຍ້າຍໄປຢູ່ແຄວ້ນອູ.ໃນສະໄໝນັ້ນເກີດການສູ້ຮົບກັນລະຫວ່າງແຄວ້ນຂຶ້ນເລື້ອຍໆ ເພື່ອຍາດແຍ່ງກັນເປັນເຈົ້າອຳນາດ,ຈົນສັງຄົມເຕັມໄປດ້ວຍຄວາມປັ່ນປ່ວນວຸ້ນວາຍຢ່າງເຖິງທີ່ສຸດ. ໃນເວລາຊຸ່ນອູອາໄສຢູ່ແຄວ້ນອູ, ສົງຄາມຍັງສືບເນື່ອງເກີດຂຶ້ນຢ່າງບໍ່ຂາດສາຍເຮັດໃຫ້ເພີ່ນຕິດຕາມ ສັງເກດ, ຄົ້ນຄິດ ແລະ ສະຫຼຸບກົດເກນຄວາມເປັນໄປຕ່າງໆຂອງສົງຄາມ.ຫຼັງໄດ້ສຸມຄວາມພະຍາຍາມໃນການຄົ້ນຄິດ ແລະ ຂຽນຢ່າງບາກບັ່ນອົດທົນໃນທີ່ສຸດຕຳລາ“ສາດແຫ່ງສົງຄາມຊຸ່ນຈື້” ຈຶ່ງໄດ້ສຳເລັດເປັນເຫຼັ້ມອອກມາ.

640 (1)

ຊຸ່ນອູໄດ້ມອບປຶ້ມຫົວນີ້ໃຫ້ເຈົ້າຊີວິດເຮີລວີຂອງແຄວ້ນອູ. ເຈົ້າຊີວິດແຄວ້ນອູເຫັນວ່າຊຸ່ນອູມີຄວາມຮູ້ແຕກສານໃນດ້ານນີ້ດີຈິ່ງແຕ່ງຕັ້ງຊຸ່ນອູເປັນນາຍພົນໃຫຍ່ແລະ ມອບໝາຍໃຫ້ຊຸ່ນອູຮັບຜິດຊອບຝຶກຊ້ອມກອງທະຫານຂອງແຄວ້ນອູ. ຊຸ່ນອູປະຕິບັດລະບຽບວິໄນຢ່າງເຂັ້ມງວດ,ຝຶກຊ້ອມທະຫານຢ່າງຈິງຈັງ, ຈົນສາມາດນຳພາທັບທະຫານຂອງແຄວ້ນອູຕີເອົາຊະນະແຄວ້ນສູໄດ້,ເຮັດໃຫ້ແຄວ້ນອູກາຍເປັນແຄວ້ນທີ່ມີການທະຫານເຂັ້ມແຂງທີ່ສຸດແຄວ້ນໜຶ່ງໃນສະໄໝຊຸ່ນຊິ່ວ.

640 (3)

640 (4)

ເນື້ອໃນຂອງຕຳລາ “ສາດແຫ່ງສົງຄາມຂອງຊຸ່ນຈື້”ທີ່ຍັງເຫຼືອພົບເຫັນໃນປັດຈຸບັນມີພຽງ 13 ພາກ, ຂຽນດ້ວຍໜັງສືຈີນ 6 ພັນກວ່າຕົວ.ໃນຕຳລາການທະຫານເຫຼັ້ມນີ້, ຊຸ່ນອູໄດ້ບັນລະຍາຍທັດສະນະຂອງຕົນຕໍ່ສົງຄາມຢ່າງຮອບດ້ານ. ເພິ່ນກ່າວເນັ້ນວ່າ, ໃນສົງຄາມຕ້ອງຊອກຮູ້ສະພາບຂອງຝ່າຍຕົນກັບຝ່າຍສັດຕູໃຫ້ຈະແຈ້ງ, ແລະໄດ້ສະເໜີແນວຄິດຕ່າງໆເຊັ່ນ “ຮູ້ເຂົາຮູ້ເຮົາ, ຮົບຮ້ອຍຄັ້ງຊະນະຮ້ອຍຄັ້ງ”,“ບຸກໂຈມຕີສັດຕູໃນຍາມພວກເຂົາຂາດສະຕິລະວັງຕົວ, ໂຈມຕີສັດຕູໃນບ່ອນທີ່ສັດຕູຄາດບໍ່ເຖິງແລະ ໂຮມສູນທະຫານທີ່ມີຈຳນວນຫຼາຍກວ່າໄປໂຈມຕີສັດຕູເຫຼົ່ານີ້ເປັນຕົ້ນ. ຊຸ່ນອູກ່າວເນັ້ນເປັນພິເສດວ່າ,ຖ້າບໍ່ເຖິງສະພາບອັນຕະລາຍທີ່ສຸດບໍ່ຄວນກໍ່ສົງຄາມ, ເພາະວ່າສົງຄາມຈະເຮັດໃຫ້ປະຊາຊົນມີພາລະແບກຫາບເພີ່ມຂຶ້ນຢ່າງໜັກໜ່ວງ. ສ່ວນຊຸ່ນບິ້ນ, ນັກການທະຫານໃນສະໄໝຈ້ານກົກແມ່ນລູກຫຼານຂອງຊຸ່ນອູ,ເພິ່ນໄດ້ສືບທອດແນວຄິດຂອງຊຸ່ນອູ ແລະຄິດຂຽນປຶ້ມ “ສາດແຫ່ງສົງຄາມຂອງຊຸ່ນບິ້ນ”.

640 (5)

ຕຳລາ “ສາດແຫ່ງສົງຄາມຂອງຊຸ່ນຈື້”ໄດ້ຖືກແປເປັນຫຼາຍພາສາເຊັ່ນ:ອັງກິດ, ຝຣັ່ງ, ຍີ່ປຸ່ນ, ເຢຍລະມັນ, ຣັດເຊຍ ແລະເຊັກເປັນຕົ້ນ, ປຶ້ມຫົວນີ້ເຖິງວ່າຈະເວົ້າເຖິງສະເພາະກົດເກນຂອງສົງຄາມກໍຕາມແຕ່ຍັງມີຄຸນປະໂຫຍດຕໍ່ການໝູນໃຊ້ໃນຂະແໜງການອື່ນໆ,ສະນັ້ນ ຈຶ່ງມີຊື່ສຽງຫຼາຍໃນໂລກ.

640 (7)

ໃນຕຳລາ “ສາດແຫ່ງສົງຄາມຂອງຊຸ່ນຈື້”,ຊຸ່ນຈື້ໄດ້ສະເໜີຍຸດທະວິທີ 36 ຂໍ້ທີ່ສອນຂໍ້ປະຕິບັດຕໍ່ການຮັບມືກັບສົງຄາມ.ໃນ 36 ຍຸດທະວິທີນີ້ ມີຂໍ້ໜຶ່ງມີຊື່ສຽງທີ່ສຸດ,ນັ້ນກໍຄື “ການຖອນທັບ”.ຈົນມີສຳນວນທີ່ວ່າ “ການຖອນທັບແມ່ນວິທີທາງທີ່ດີທີ່ສຸດໃນ 36 ຍຸດທະວິທີ” ສຳນວນນີ້ກາຍເປັນສຸພາສິດໄປແລ້ວ, ເຊິ່ງມີຄວາມໝາຍວ່າ: ຖ້າບໍ່ມີຫວັງວ່າຈະໄດ້ຮັບໄຊຊະນະ, ທາງເລືອກທີ່ດີທີ່ສຸດຄືການຖອນທັບ.

640 (6)


640

《孙子兵法》又称《孙子》,是中国古代著名的兵书,也是世界上现存最早的兵书。它的作者是春秋末期杰出的军事家孙武。孙武是齐国人,后来迁到吴国。那时候,各诸侯国为了争夺霸主的地位,不断地发动战争,社会动荡不安。孙武居住在吴国时,接连不断的战争吸引他去思考并总结战争的规律。经过艰苦的努力,终于完成了兵书的写作。

640 (1)

孙武将兵书献给了吴王阖闾。吴王任命孙武为大将,让他训练吴国军队。他军纪严明,练兵认真,曾率吴军攻破楚国,使吴国成为春秋时期的军事强国。


640 (3)

640 (4)

《孙子兵法》现存13篇,共6 000多字。在这不长的篇幅中,孙武全面论述了对战争的看法。他强调战争中要对敌我双方的情况调查清楚,提出了“知彼知己,百战不殆(dài)”(了解敌人,了解自己,无论打多少仗都不会受损),“攻其无备,出其不意”(在敌人没有防备时进攻,在敌人意想不到的地方下手),以及集中优势兵力打败敌人等思想。孙武特别强调“非危不战”(不到危急的时候,不要发动战争),因为打仗会大大加重人民的负担。战国时的军事家孙膑,是孙武的后代,他继承、发展了孙武的军事思想,写有《孙膑兵法》。

640 (5)

《孙子兵法》已被译为英、法、日、德、俄、捷等多种文字,这本书虽然讲的是战争规律,但对其他行业也有启示意义,因此在世界上享有很高的声誉。

640 (7)

在《孙子兵法》一书中,孙子共列出了36条计谋,教人们如何去应对战争。他当时提出的“用间”,就是采用间谍战,至今还广为沿用。在这“三十六计”中,有一条最有名的计谋,那就是“走”。“三十六计,走为上计”早已成了成语,意思是:如果你没有获胜的希望,那最好的办法就是赶紧逃吧。

640 (6)



[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ: Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/14

11:00

ແບ່ງປັນ

ແປ
翻译