ຄຸນສົມບັດທີ່ດີງາມຂອງປະຊາຊາດຈີນ|ຖ່ອມຕົວແລະມີມາລະຍາດ

ມາຈາກ:ສະບາຍດີ

ອາລະຍະທຳຈີນມີປະຫວັດຄວາມເປັນມາເປັນເວລາ 5 ພັນກວ່າປີ ມີບົດບາດຢ່າງເລິກເຊິ່ງ ແລະໄດ້ຮັບການສືບທອດກັນມາຢ່າງບໍ່ຂາດວັກຂາດຕອນ. ຢູ່ໃນໄລຍະດັ່ງກ່າວນີ້ ໄດ້ກຳເນີດ ເລື່ອງລາວຕ່າງໆຢ່າງຫຼວງຫຼາຍທີ່ກ່ຽວພັນເຖິງປະເພນີແລະຄຸນສົມບັດອັນດີ ງາມຂອງປະຊາຊາດຈີນ, ເປັນຜົນງານແຫ່ງປະຫວັດສາດ 5 ພັນປີຂອງຈີນ ແລະກໍ່ແມ່ນຊັບສິນອັນລ້ຳຄ່າທີ່ຄົນຮຸ່ນກ່ອນຈົ່ງໄວ້ໃຫ້ແກ່ຄົນໃນປັດຈຸບັນ ໃນນັ້ນເຕັມໄປ ດ້ວຍ ຄຸນສົມບັດອັນສູງສົ່ງ,ຮີດຄອງປະເພນີທີ່ດີງາມ ແລະຄວາມອາດຫານຂອງປະຊາ ຊາດຈີນຮຸ່ນກ່ອນ, ແລະໄດ້ສະ ແດງໃຫ້ເຫັນເຖິງການຢູ່ຮ່ວມກັນຢ່າງປອງດອງກົມກືນລະຫວ່າງຄົນຈີນກັບທຳມະຊາດທັງເຕັມໄປດ້ວຍສະຕິປັນຍາໃນການຮັບມືກັບທຸກສະຖານະການການພົວພັນລະຫວ່າງຄົນກັບຄົນດ້ວຍກັນ,ຍ້ອນມີປະເພນີແລະຄຸນສົມບັດອັນດີ ງາມເຫຼົ່ານີ້ຈິ່ງໄດ້ກະຕຸກຊຸກຍູ້ໃຫ້ຄົນຈີນທຸກເຊັ່ນຄົນສືບຕໍ່ກ້າວໄປໜ້າໂດຍອີງຕາມມາດຖານທາງການປະພຶດທີ່ສູງສົ່ງ. ຄໍລຳເປີດຕຳລາສຸພາສິດຈີນປະຈຳເດືອນນີ້ຈະແນະ ນຳຄຸນສົມບັດ ທີ່ດີງາມຂອງປະຊາຊາດຈີນໃນເລື່ອງ:“ຖ່ອມຕົວແລະມີມາລະຍາດ”.

ແຕ່ໃດມາ ຈີນໄດ້ຮັບນາມມະຍົດວ່າເປັນລັດທີ່ເຕັມໄປດ້ວຍມວນຊົນຜູ້ມີມາລະຍາດ.ມາລະຍາດເມື່ອຖືເປັນການປະພຶດຕົວຈິງແລ້ວໝາຍເຖິງການກະທຳທີ່ສຸພາບໃນເວລາປະຕິສຳພັນລະຫວ່າງຄົນຕໍ່ຄົນລວມເຖິງຕໍ່ເລື່ອງລາວແລະສະຖານະການຕ່າງໆເຊິ່ງນິຍາມຂອງມັນບໍ່ເຄີຍປ່ຽນບໍ່ວ່າໃນເມື່ອຄັ້ງອະດີດກໍຄືປັດຈຸບັນ.ສ່ວນທາດແທ້ຂອງມາລະຍາດ ແມ່ນການໃຫ້ຄວາມເຄົາລົບແລະສະແດງຄວາມເປັນມິດກັບຄົນອື່ນ,ຄວາມຕ້ອງການດ້ານຈິດໃຈແບບນີ້ແມ່ນມີຢູ່ທຸກຍຸກສະໄໝບໍ່ມີການປ່ຽນແປງ.ແຕ່ຖ້າຫາກວ່າໃຜຜູ້ໜຶ່ງຮູ້ພຽງແຕ່ມາລະຍາດແຕ່ບໍ່ມີຄວາມອ່ອນນ້ອມຖ່ອມຕົວກໍ່ຖືວ່າຄົນຜູ້ນັ້ນຍັງບໍ່ທັນຮູ້ເລິກເຖິງຄຳວ່າມາລະຍາດຢ່າງແທ້ຈິງ,ເພາະວ່າການ ຖ່ອມຕົວເປັນການສະແດງໃຫ້ເຫັນຄວາມຮຽບຮ້ອຍ ແລະສະເໝີພາບ,ແມ່ນເນື້ອໃນສຳຄັນອັນຫນຶ່ງຂອງມາລະຍາດ.ຜູ້ທີ່ມີຄວາມຖ່ອມຕົວແລະມີມາລະຍາດຍ່ອມໝາຍເຖິງຜູ້ທີ່ຮູ້ສຶກພາກພູມໃຈຕໍ່ວັດທະນະທຳມະຊາດຂອງຄົນຈີນທີ່ມີຕໍ່ບັນພະບຸລຸດອັນເປັນໜຶ່ງໃນບັນດາ ລັກສະນະຂອງນິດໄສຄົນຈີນ.

ໃນສະໄໝຊຸ່ນຊິ່ວ, ຂົງຈື້ກັບລູກສິດຂອງເພິ່ນໄດ້ທ່ຽວໄປຕາມແຕ່ລະແຄວ້ນເພື່ອເຜີຍແຜ່ເຈດຈຳນົງທາງການເມືອງຂອງຕົນເອງ,ມື້ໜຶ່ງພວກເຂົາເຈົ້າບັນຊາລົດໄປຮອດແຄວ້ນຈິ້ນ,ໄດ້ພົບເດັກນ້ອຍຄົນໜຶ່ງກຳລັງຫຼິ້ນຢູ່ຕາມກອງກ້ອນຫີນຢູ່ກາງຖະຫນົນ ເຊິ່ງໄດ້ກີດຂວາງທາງເດີນລົດ ຂອງເຂົາເຈົ້າ,ຂົງຈື້ກໍ່ເວົ້າວ່າ:ເດັກບໍ່ຄວນຫຼິ້ນຢູ່ກາງເສັ້ນທາງກີດຂວາງທາງທຽວລົດ.ເດັກນ້ອຍຄົນນັ້ນໄດ້ຊີ້ມືໄປໃສ່ພື້ນດິນ ແລະເວົ້າວ່າ “ພໍ່ລຸງເອີຍ ພໍ່ລຸງລອງເບິ່ງດຸວ່ານີ້ແມ່ນຫຍັງ?”ຂົງຈື້ເບິ່ງລະອຽດແລ້ວຈິ່ງເຫັນວ່າກ້ອນຫີນຕ່າງໆເຫລົ່ານັ້ນໄດ້ຖືກຈັດຮຽງສ້າງເປັນເມືອງ ນ້ອຍໆແຫ່ງໜຶ່ງ,ເດັກນ້ອຍເວົ້າຕໍ່ວ່າ“ ລຸງເຫັນວ່າລົດຄວນຫລີກທາງໃຫ້ເມືອງຫລືຄວນຈະ ໃຫ້ເມືອງຫຼີກທາງໃຫ້ລົດ?”ຂົງຈື້ບໍ່ຮູ້ຈະຕອບເດັກຄົນນັ້ນແນວໃດແລະຮູ້ສຶກວ່າເດັກນ້ອຍ ຄົນນີ້ຈັ່ງແມ່ນມີໄຫວພິບຕອບຄວາມຕໍ່ຜູ້ໃຫຍ່ດີ,ຈິ່ງຖາມວ່າ:“ຫຼານຊື່ຫຍັງ?ອາຍຸຈັກປີແລ້ວ?” ເດັກຕອບວ່າ“ຫຼານຊື່ວ່າຊ້ຽງໂຖ, ອາຍຸ 7 ປີ”. ຂົງຈື້ຫັນມາ ກ່າວກັບລູກສິດ ຂອງຕົນເອງວ່າ:ຊ້ຽງໂຖອາຍຸ 7 ຂວບຊ່າງມີໄຫວພິບແລະມີມາລະຍາດໃນການ ຕອບຄຳ ຖາມດີ, ຫຼານນ້ອຍຜູ້ນີ້ເປັນຄູສອນຂ້ອຍໄດ້ແລ້ວ!

中华文明传承五千年,从未间断,具有深远影响。在这其中,涌现出大量描述中华传统美德的小故事,他们是中国五千年历史的结晶,是先人留给我们的宝贵财富。其中蕴含着前人高尚的道德情操,优秀的传统美德,崇高的民族气节,更包含着人与自然的和谐相处,人与人之间的处事之道,正是这些优秀的传统美德,激励着一代又一代中国人继往开来,以最高的标准要求自己。《中华典故》本期为您介绍中国传统美德——谦逊礼貌。

中国素称“礼仪之邦”。“礼”作为一种具体的行为来讲,就是指人们在待人接物时的文明举止,也就是现在所说的礼貌。而礼貌的本质是表示对别人的尊重和友善,这种心理需求,是超越时代的,是永存的。然而,一个人如果只懂得礼貌的形式,却没有谦让之心,那么,他不会真正懂得礼貌,谦让也是谦虚、平等的表现,是礼貌的重要内涵。谦虚礼貌包含着我们的祖先对自然文化的骄傲和自豪,是中国人之所以成为中国人的根本特征之一。

春秋时期,孔子和他的学生们周游列国,宣传他们的政治主张。 一天,他们驾车去晋国。一个孩子在路当中堆碎石瓦片玩,挡住了他们的去路。孔子说:“你不该在路当中玩,挡住我们的车!”。孩子指着地上说:“老人家,您看这是什么?”孔子一看,是用碎石瓦片摆的一座城。孩子又说:“您说,应该是城给车让路还是车给城让路呢?”孔子被问住了。孔子觉得这孩子很懂得礼貌,便问:“你叫什么?几岁啦?”孩子说:“我叫项橐,7岁!”孔子对学生们说:“项橐7岁懂礼,他可以做我的老师啊!”

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/14

14:35

ແບ່ງປັນ

ແປ
翻译