ສຸມໃສ່ງານມະຫະກຳກິລາແຂວງຢຸນນານຄັ້ງທີ 17| ຈຸດເດັ່ນ
ການແຂ່ງຂັນຍິງທະນູສອນຊາວໜຸ່ມກຳລັງດຳເນີນຢູ່ ການແຂ່ງຂັນບານເຕະຊາວໜຸ່ມຍິງ ກຸ່ມ Aຊາວໜຸ່ມກຳລັງດຳເນີນຢູ່ ການແຂ່ງຂັນອູຊູ-ຕ້າວລູ່(Wushu Taolu)ຂອງກຸ່ມຊາວໜຸ່ມກຳລັງດຳເນີນຢູ່ ການແຂ່ງຂັນແທຣມໂພລີນ (Trampoline)ສຳລັບເດັກຊາຍ ແລະ ເດັກຍິງໃນກຸ່ມກາຍະກຳຊາວໜຸ່ມ (ກຸ່ມ A ແລະ B) ກຳລັງດຳເນີນຢູ່ ການແຂ່ງຂັນປິງປ່ອງກຸ່ມຊາວໜຸ່ມກຳລັງດຳເນີນຢູ່ ການແຂ່ງຂັນລອຍນໍ້າຊາວໜຸ່ມຢູ່ກຳລັງດຳເນີນຢູ່ ການແຂ່ງຂັນກະໂດດໄກກຸ່ມ C ຂອງທີມຊາຍ ຮອບຊິງຊະນະເລີດຂອງກຸ່ມສຳລັບນັກສຶກສາມະຫາວິທະຍາໄລກຳລັງດຳເນີນຢູ່ ການແຂ່ງຂັນຟັນດາບຊາວໜຸ່ມກຳລັງດຳເນີນຢູ່
ເວັບໄຊ ຢຸນນານ2026-08-17 17:58
ງານມະຫະກຳກິລາແຂວງຢຸນນານຄັ້ງທີ 17 ຈັດຂຶ້ນທີ່ນະຄອນຄຸນໝິງ
ໃນຕອນແລງຂອງວັນທີ 8 ສິງຫາ,ງານມະຫະກຳກິລາແຂວງຢຸນນານຄັ້ງທີ 17 ໄດ້ເປີດຂຶ້ນທີ່ສະໜາມກິລາຖົວຕົງ ໃນເມືອງຄຸນໝິງ.ງານດັ່ງກ່າວມີຫົວຂໍ້ "ດ້ວຍຄວາມມຸ່ງໝັ້ນ ແລະ ຄວາມກະຕືລືລົ້ນ, ພວກເຮົາຈຶ່ງມຸ່ງໜ້າໄປສູ່ງານກຳກິລາແຂວງຢຸນນານນຳກັນ." ແລະໄດ້ແບ່ງອອກເປັນສາມກຸ່ມຄື: ກຸ່ມຊາວໜຸ່ມ, ນັກສຶກສາວິທະຍາໄລ ແລະ ກຸ່ມພະນັກງານ, ໂດຍມີກິດຈະກຳໃຫຍ່ທັງໝົດ 51 ລາຍການ ແລະ ກິດຈະກຳນ້ອຍ 1,568 ລາຍການ. ຈຳນວນຜູ້ເຂົ້າຮ່ວມທັງໝົດບັນລຸ 27,700 ເທື່ອຄົນ, ເຊິ່ງໄດ້ສ້າງສະຖິຕິໃໝ່ ສຳລັບຈຳນວນລາຍການການແຂ່ງຂັນ ແລະ ຜູ້ເຂົ້າຮ່ວມ.
ສຳນັກຂ່າວສານຊິນຮວາ2026-08-13 15:58
ພາບລວມພິທີເປີດງານມະຫາກຳກິລາແຂວງຢຸນນານຄັ້ງທີ 17 ເປັນເວລາໜຶ່ງນາທີ
ງານມະຫະກຳກິລາແຂວງຢຸນນານຄັ້ງທີ 17 ໄດ້ເປີດຂຶ້ນຢູ່ສະໜາມກິລາ ຖົວຕົງ ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໃນຕອນແລງຂອງວັນທີ 8 ສິງຫາ.
ສຳນັກຂ່າວສານຊິນຮວາ2026-08-12 10:04
ການສະແດງສົດທີ່ໜ້າຕື່ນຕາຕື່ນໃຈ! ນຳເອົາບ່ອນນັ່ງມາເປັນເວທີການສະແດງ ຝູງຊົນກໍ່ເປັນຈຸດໃຈກາງຂອງເວທີ!
ໃຜເວົ້າວ່າຜູ້ຊົມມີແຕ່ນັ່ງຢູ່ບ່ອນນັ່ງການເບິ່ງເທົ່ານັ້ນ? ໃນງານມະຫະກຳກິລາແຂວງຢຸນນານຄັ້ງທີ 17, ນະຄອນຄຸນໝິງໄດ້ນຳເອົາບ່ອນນັ່ງມາເປັນເວທີການສະແດງ!
ສະບາຍດີ2026-08-12 10:12
ນັກທ່ອງທ່ຽວທີ່ເຂົ້າ-ອອກເມືອງຜ່ານເສັ້ນທາງລົດໄຟຈີນ-ລາວໃນເດືອນກໍລະກົດຜ່ານມາເພີ່ມຂຶ້ນເປັນສະຖິຕິໃໝ່ອີກຄັ້ງ
ໃນວັນທີ 1 ສິງຫານີ້ວ່າ: ນັບແຕ່ວັນທີ 1 ຫາວັນທີ 31 ກໍລະກົດຜ່ານມາເຊິ່ງເປັນເດືອນທຳອິດຂອງລະດູການທ່ອງທ່ຽວລະດູຮ້ອນຂອງປີນີ້, ຢູ່ດ່ານລົດໄຟບໍ່ຫານໄດ້ກວດກາແລະປ່ອຍຜູ້ໂດຍສານທີ່ມາຈາກ 59 ປະເທດແລະເຂດແຄວ້ນເຂົ້າ-ອອກເມືອງໂດຍຜ່ານເສັ້ນທາງລົດໄຟຈີນ-ລາວລວມທັງໝົດ 27.000 ກວ່າເທື່ອຄົນ,ເພີ່ມຂຶ້ນຫຼາຍກວ່າ 38% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ຈຳນວນຜູ້ໂດຍສານທີ່ຜ່ານດ່ານຫຼາຍທີ່ສຸດຕໍ່ວັນມີຫຼາຍກວ່າ 1 ພັນເທື່ອຄົນ ເຊິ່ງເປັນສະຖິຕິໃໝ່ໃນປະຫວັດສາດ.
ສະບາຍດີ2026-08-03 00:00
ຢູ່ຕາລີ ຕົກຫຼຸມຮັກກັບຊີວິດ | ລະດູຮ້ອນທ່າມກາງທຳມະຊາດ ຊຶມຊັບເວລາອັນສະບາຍໃຈ
ໃນຍາມຮ້ອນທີ່ອົບອ້າວ, ຈະໄປຫຼົບຮ້ອນຢູ່ໃສດີ?ລະດູຮ້ອນນີ້, ລອງໃຫ້ຮ່າງກາຍ ແລະ ຈິດໃຈຂອງທ່ານໄດ້ພັກຜ່ອນ ດ້ວຍການມາຫຼົບຮ້ອນຢູ່ເມືອງຢຸນຫຼົງ, ເພື່ອຊຶມຊັບຄວາມສະບາຍ ແລະ ຄວາມໂລແມນຕິກ ຂອງ “ການຕົກຫຼຸມຮັກຊີວິດຢູ່ຕາລີ” ໃນຈັງຫວະຊີວິດອັນຊ້າໆ ທ່າມກາງທຳມະຊາດ.
ສະບາຍດີ2026-06-25 17:46
ມົນສະເໜ່ຂອງດອກບົວທີ່ເບັ່ງບານຢ່າງສວຍງາມຄຽງຂ້າງ ຕຶກຕ້າກວນ
ໃນປັດຈຸບັນ, ດອກບົວຢູ່ສວນສາທາລະນະ ຕ້າກວນເລົາ (Daguanlou) ໃນນະຄອນຄຸນໝິງ ໄດ້ກ້າວເຂົ້າສູ່ໄລຍະທີ່ເໝາະສົມທີ່ສຸດໃນການຊົມ. ດອກບົວສີບົວອ່ອນໆ ຊູຊໍ່ດອກເບັ່ງບານຂຶ້ນຈາກກາງໃບບົວສີຂຽວທີ່ຊ້ອນກັນເປັນຊັ້ນໆ ແລະ ແຕ່ລະດອກລ້ວນແຕ່ອວດໂສມຄວາມງາມໃນແບບຂອງຕົນ.
ສະບາຍດີ2026-06-25 17:04
ລົດໄຟຈີນ-ລາວ ໄດ້ພັດທະນາກາຍເປັນເສັ້ນທາງຄຳໃນການທ່ອງທ່ຽວຂ້າມແດນ
ປັດຈຸບັນ, ດ້ວຍຄວາມໄດ້ປຽບດ້ານການຂົນສົ່ງທີ່ວ່ອງໄວ ແລະ ສະດວກ, ລົດໄຟຈີນ-ລາວ ໄດ້ກາຍເປັນຊ່ອງທາງສຳຄັນ ສຳລັບການທ່ອງທ່ຽວຂ້າມແດນ, ການໄປມາຫາສູ່ກັນທາງທຸລະກິດ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງປະຊາຊົນສອງປະເທດ , ເຮັດໃຫ້ການເດີນທາງຂ້າມແດນສາມາດບັນລຸໄດ້ແບບ “ອອກເດີນທາງຕອນເຊົ້າ ເຖິງຈຸດໝາຍຕອນແລງ”.
ສະບາຍດີ2026-06-25 16:04
ອອກອາກາດສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີ ຈິ້ນຜິງ” ແລະ ສາລະຄະດີອື່ນໆຂອງຈີນຢູ່ລາວ
ໃນວັນທີ 1 ມິຖຸນານີ້, ສາລະຄະດີຈີນ 3 ເລື່ອງ ຄື: “ຄວາມຜູກພັນດ້ານ ວັດທະນະທຳຂອງທ່ານ ສີ ຈິ້ນຜິງ”, “ການນຳພາທີ່ໂດດເດັ່ນ” ແລະ “ແນວຄິດໃໝ່ຈາກຕຳລາບູຮານ” ແລະ ສາລະຄະດີອື່ນໆ, ເຊິ່ງຜະລິດໂດຍ ວິທະຍຸໂທລະພາບສູນກາງຈີນ ຫລື CMG ,ໄດ້ເລີ່ມອອກອາກາດຢ່າງເປັນທາງການ ຢູ່ໂທລະພາບແຫ່ງຊາດລາວ ຫລື LNTV ແລະ ສື່ມວນຊົນກະແສຫຼັກອື່ນໆ ຂອງ ສປປ ລາວ.
ສະບາຍດີ2026-06-23 17:07
ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ໄດ້ເປີດຂຶ້ນຢູ່ນະຄອນຄຸນໝິງ ໃນວັນທີ 11 ມິຖຸນານີ້
ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ໄດ້ຈັດຂຶ້ນຢ່າງປະສົບຜົນສຳເລັດມາແລ້ວ 9 ຄັ້ງ ແລະ ໄດ້ກາຍເປັນເວທີສຳຄັນສຳລັບ ຈີນ ແລະ ບັນດາປະເທດອາຊີໃຕ້ ໃນການເສີມຂະຫຍາຍການແລກປ່ຽນ, ເພີ່ມທະວີການຮ່ວມມື ແລະ ຮ່ວມກັນສະແຫວງຫາການພັດທະນາ. ໃນປີ 2025, ມູນຄ່າການຄ້າລະຫວ່າງ ຈີນ ກັບ ບັນດາປະເທດອາຊີໃຕ້ ໄດ້ທະລຸ 200 ຕື້ໂດລາສະຫະລັດ. ເພີ່ມຂຶ້ນ 10,7% ເມື່ອທຽບໃສ່ປີຜ່ານມາ. ປັດຈຸບັນ, ຈີນ ໄດ້ກາຍເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງ ປາກິສະຖານ, ບັງກະລາເທດ, ສີລັງກາ, ມານດີວ ແລະ ປະເທດອື່ນໆ.
ສະບາຍດີ2026-06-15 14:55
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK