ລົດໄຟຈີນ-ລາວ ໄດ້ພັດທະນາກາຍເປັນເສັ້ນທາງຄຳໃນການທ່ອງທ່ຽວຂ້າມແດນ

ມາຈາກ:ສຳນັກຂ່າວຊິນຫົວ

01

ສະບາຍດີ ນັກຂ່າວມະນິໃນຕອນເຊົ້າ, ຂະບວນລົດໄຟໂດຍສານສາກົນລົດໄຟລາວ-ຈີນ ທີ່ບັນທຸກຜູ້ໂດຍສານເຕັມຂະບວນ ໄດ້ອອກເດີນທາງຈາກສະຖານີຄຸນໝິງໃຕ້ ມຸ່ງໜ້າສູ່ນະຄອນຫຼວງວຽງຈັນຂອງ ລາວ. ປັດຈຸບັນ, ດ້ວຍຄວາມໄດ້ປຽບດ້ານການຂົນສົ່ງທີ່ວ່ອງໄວ ແລະ ສະດວກ, ລົດໄຟຈີນ-ລາວ ໄດ້ກາຍເປັນຊ່ອງທາງສຳຄັນ ສຳລັບການທ່ອງທ່ຽວຂ້າມແດນ, ການໄປມາຫາສູ່ກັນທາງທຸລະກິດ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງປະຊາຊົນສອງປະເທດ , ເຮັດໃຫ້ການເດີນທາງຂ້າມແດນສາມາດບັນລຸໄດ້ແບບ “ອອກເດີນທາງຕອນເຊົ້າ ເຖິງຈຸດໝາຍຕອນແລງ”.

ລົດໄຟຈີນ-ລາວ ມີຄວາມຍາວທັງໝົດ 1.035 ກິໂລແມັດ, ໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາ ປີ 2021 ແລະ ເລີ່ມເປີດແແລ່ນຂະບວນລົດໄຟໂດຍສານສາກົນໃນເດືອນເມສາ ປີ 2023. ປັດຈຸບັນ, ມີຂະບວນລົດໄຟໂດຍສານສາກົນ 4 ຖ້ຽວຕໍ່ວັນຈາກສະຖານີຄຸນໝິງໃຕ້ ຫາ ນະຄອນຫຼວງວຽງຈັນ, ໂດຍໃຊ້ເວລາໄວທີ່ສຸດຕະຫຼອດເສັ້ນທາງພຽງ 9 ຊົ່ວໂມງ 36 ນາທີ.ຮອດປັດຈຸບັນ, ລົດໄຟຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານສະສົມຫຼາຍກວ່າ 73 ລ້ານເທື່ອຄົນ, ໃນນັ້ນ ຜູ້ໂດຍສານຂ້າມແດນມີຫຼາຍກວ່າ 840.000 ເທື່ອຄົນ.

02

ເສັ້ນທາງລົດໄຟ ຈີນ-ລາວ ໄດ້ເຊື່ອມຈອດບັນດາແຫຼ່ງທ່ອງທ່ຽວຕ່າງໆ ຕາມເສັ້ນທາງ ເປັນຕົ້ນແມ່ນ ຄຸນໝິງ, ຢູຊີ, ຜູເອີ, ສິບສອງພັນນາ ຂອງແຂວງຢູນນານ ແລະ ຫຼວງພະບາງ, ວັງວຽງ, ນະຄອນຫຼວງວຽງຈັນ ຂອງ ສປປ ລາວ, ເຊິ່ງກວມເອົາສະຖານທີ່ທ່ອງທ່ຽວຫຼາຍກວ່າ 560 ແຫ່ງ, ໃນນັ້ນ ລວມມີມໍລະດົກໂລກທາງທໍາມະຊາດ ແລະ ມໍ ມໍລະດົກວັດທະນະທຳໂລກຫຼາຍແຫ່ງ, ຈຶ່ງເຮັດໃຫ້ມີທ່າແຮງ ແລະ ຊັບພະຍາກອນດ້ານການດ້ານວັດທະນະທຳ-ທ່ອງທ່ຽວທີ່ອຸດົມສົມບູນເປັນຢ່າງຍິ່ງ.

ນະໂຍບາຍການອຳນວຍຄວາມສະດວກດ້ານການຜ່ານດ່ານ ບວກກັບທ່າແຮງການເດີນທາງດ້ວຍລົດໄຟ ທີ່ມີຄວາມສະດວກສະບາຍ ໄດ້ເຮັດໃຫ້ການທ່ອງທ່ຽວຂ້າມຊາດກາຍເປັນຄວາມນິຍົມໃໝ່. ຊ່ອງທາງການຊື້ປີ້ທີ່ສະດວກ, ຂັ້ນຕອນການຜ່ານດ່ານທີ່ມີປະສິດທິພາບ ຕະຫຼອດຮອດທິວທັດທຳມະຊາດດັ້ງເດີມຕາມເສັ້ນທາງ ນັ້ນ ຍັງໄດ້ເຮັດໃຫ້ການເດີນທາງຂ້າມຊາດຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຕັມໄປດ້ວຍເຕັມໄປດ້ວຍຄວາມຕື່ນຕາຕື່ນໃຈ ແລະ ຄວາມປະທັບໃຈ.

03

ລົດໄຟຈີນ-ລາວ ບໍ່ພຽງແຕ່ເປັນເສັ້ນທາງການເດີນທາງທີ່ສະດວກເທົ່ານັ້ນ, ແຕ່ຍັງເປັນແລວທາງເສດຖະກິດທີ່ມີພະລັງຊີວິດ. ຕາມສະຖິຕິ, ນັບແຕ່ຂະບວນລົດໄຟໂດຍສານສາກົນເລີ່ມເປີດໃຫ້ບໍລິການມາກວ່າ 3 ປີ, ລົດດໄຟລາວ-ຈີນໄດ້ຊ່ວຍກະຕຸ້ນການບໍລິໂພກໃນຂະແໜງການທ່ອງທ່ຽວ ແລະ ການບໍລິການຕາມແນວເສັ້ນທາງ ເຊັ່ນ ເຂດທິວທັດຕາມເສັ້ນທາງ, ໂຮງແຮມ, ຮ້ານອາຫານ ແລະ ອຸດສາຫະກໍາອື່ນໆ ໃຫ້ເຕີບໂຕຫຼາຍກວ່າ 35%. ທາງລົດໄຟສາຍໜຶ່ງ ໄດ້ກະຕຸ້ນເສດຖະກິດຂອງພາກພື້ນໜຶ່ງໃຫ້ມີຄວາມຄຶກຄື້ນ.

ປັດຈຸບັນ, ລົດໄຟລາວ-ຈີນຍັງມີການພັດທະນາຢ່າງຕໍ່ເນື່ອງ ແລະ ເພີ່ມທະວີຄວາມສາມາດຢ່າງບໍ່ຢຸດຢັ້ງ, ດ້ວຍການຈັດສັນກຳລັງການຂົນສົ່ງທີ່ນັບມື້ນັບສົມບູນ, ການບໍລິການຜ່ານດ່ານທີ່ຖືກປັບປຸງຢ່າງຕໍ່ເນື່ອງ ແລະ ປະສົບການການເດີນທາງທີ່ຖືກຍົກລະດັບຂຶ້ນເລື່ອຍໆ, ເຮັດໃຫ້ຜົນປະໂຫຍດຈາກການເຊື່ອມໂຍງນີ້ ໃຫ້ແກ່ປະຊາຊົນສອງປະເທດຢ່າງກວ້າງຂວາງ.

01

清晨,一列满载旅客的中老铁路国际旅客列车从昆明南站驶向老挝万象。如今,凭借高效便捷的运输优势,中老铁路已成为中老两国民众跨境旅游、商务往来和人文交流的重要通道,让跨境旅行实现了“朝发夕至”。

中老铁路全长1035公里,2021年12月建成通车,2023年4月正式开行国际旅客列车。目前,昆明南至万象每天开行4列国际旅客列车,全程最快仅需9小时36分钟。截至目前,中老铁路累计发送旅客超过7300万人次,其中跨境旅客超过84万人次。

02

中老铁路沿线串联起云南昆明、玉溪、普洱、西双版纳和老挝琅勃拉邦、万荣、万象等旅游地,覆盖560个旅游景点,其中包括多处世界自然遗产和世界文化遗产,文旅资源禀赋大。

通关便利化政策叠加铁路舒适便捷的出行优势,让跨国游玩成为一种新风尚。便捷的购票渠道、高效的通关流程以及沿途原生态的自然风光,也让中外游客的跨国旅途充满惊喜。

03

中老铁路不仅是一条便捷的出行通道,更是一条活跃的经济走廊。据统计,国际旅客列车开通3年多来,中老铁路带动沿线景区、酒店、餐饮等文旅配套产业消费增长超35%,一条铁路激活了一片经济。

如今,中老铁路仍在不断生长、持续赋能,以日益完善的运力配置、持续优化的通关服务、不断升级的出行体验,让互联互通的红利持续惠及两国千家万户。

[ບັນນາທິການ:ມະນິ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

06/25

15:33

ແບ່ງປັນ

ແປ
翻译