ມາຈາກ:ສະບາຍດີ
ດ່ານກວດກາຄົນເຂົ້າ-ອອກເມືອງບໍ່ຫານແຂວງຢຸນນານຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 1 ສິງຫານີ້ວ່າ: ນັບແຕ່ວັນທີ 1 ຫາວັນທີ 31 ກໍລະກົດຜ່ານມາເຊິ່ງເປັນເດືອນທຳອິດຂອງລະດູການທ່ອງທ່ຽວລະດູຮ້ອນຂອງປີນີ້, ຢູ່ດ່ານລົດໄຟບໍ່ຫານໄດ້ກວດກາແລະປ່ອຍຜູ້ໂດຍສານທີ່ມາຈາກ 59 ປະເທດແລະເຂດແຄວ້ນເຂົ້າ-ອອກເມືອງໂດຍຜ່ານເສັ້ນທາງລົດໄຟຈີນ-ລາວລວມທັງໝົດ 27.000 ກວ່າເທື່ອຄົນ,ເພີ່ມຂຶ້ນຫຼາຍກວ່າ 38% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ຈຳນວນຜູ້ໂດຍສານທີ່ຜ່ານດ່ານຫຼາຍທີ່ສຸດຕໍ່ວັນມີຫຼາຍກວ່າ 1 ພັນເທື່ອຄົນ ເຊິ່ງເປັນສະຖິຕິໃໝ່ໃນປະຫວັດສາດ.
ຕາມສະຖິຕິຈາກດ່ານກວດກາຄົນເຂົ້າອອກເມືອງຢູ່ບໍ່ຫານໃຫ້ຮູ້ວ່າ: ໃນລະດູການທ່ອງທ່ຽວລະດູຮ້ອນປີນີ້,ມີນັກຮຽນນັກສຶກສາ,ນັກທ່ອງທ່ຽວແລະຜູ້ຄົນທີ່ໄປຢ້ຽມຢາມຍາດຕິພີ່ນ້ອງເລືອກອອກເດີນທາງໃນໄລຍະນີ້ຮ່ວມກັນ,ການທ່ອງທ່ຽວດ້ວຍຕົນເອງ,ການເດີນທາງຂອງນັກສຶກສາ,ການເດີນທາງຂອງຄອບຄົວແລະການເດີນທາງຂອງຜູ້ອາຍຸສູງກາຍເປັນການເດີນທາງທີ່ສຳຄັນໃນການອອກນອກປະເທດ,ການທ່ອງທ່ຽວວັດທະນະທຳດັ້ງເດີມຂອງຈີນກໍຄືການທ່ອງທ່ຽວເພື່ອສຳຜັດກັບຮີດຄອງປະເພນີຢ່າງເລິກເຊິ່ງໄດ້ກາຍເປັນທາງເລືອກໃນການເຂົ້າມາທ່ຽວຈີນທີ່ໄດ້ຮັບຄວາມນິຍົມສຳລັບນັກທ່ອງທ່ຽວຕ່າງປະເທດ.
磨憨出入境边防检查站8月1日通报,今年7月1日至31日暑运首月,该站在中老边境磨憨铁路口岸,共验放搭乘中老铁路来自59个国家和地区的出入境旅客2.7万余人次,同比增长超38%,单日旅客通关峰值突破1000人次,创历史新高。
据统计,今年暑期,学生流、旅游流、探亲流叠加,自由行、学生游、家庭亲子游、银发游成为出境游的主要方式,中国传统文化游、民俗深度体验游成为外国人入境游的热点项目。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
08/03
00:00
— ແບ່ງປັນ —