ເປີດໃຫ້ບໍລິການ ຂະບວນລົດໄຟລະຫວ່າງຕົວເມືອງ ບໍ່ເຕ່ນ-ວຽງຈັນ ຂະບວນທຳອິດ ຂອງທາງລົດໄຟ ລາວ-ຈີນ
ໃນເວລາ 8:00 ໂມງ ຂອງເຊົ້າວັນທີ 28 ຕາມເວລາທ້ອງຖິ່ນ, ຂະບວນ C95 ໄດ້ອອກຈາກສະຖານີບໍ່ເຕ່ນ ປະເທດລາວຢ່າງລາບລື່ນ,ເຊິ່ງເປັນສັນຍານບອກເຖິງການເປີດບໍລິການລົດໄຟລະຫວ່າງເມືອງບໍ່ເຕ່ນ-ວຽງຈັນທີ່ປະສົບຜົນສຳເລັດໃນເສັ້ນທາງລົດໄຟຈີນ-ລາວ ໃນພາກສ່ວນລາວ.
ສະບາຍດີ2026-09-30 21:59
ການຂົນສົ່ງໝາກໄມ້ນຳເຂົ້າຂ້າມຊາຍແດນຜ່ານທາງລົດໄຟຈີນ-ລາວເກີນ 200,000 ໂຕນໃນປີນີ້
ໃນວັນທີ 13 ສິງຫາ,ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝິງ (ຕໍ່ໄປນີ້ເອີ້ນວ່າ"ກຸ່ມບໍລິສັດລົດໄຟຈີນ ຄຸນໝິງ")ວ່າ ນັບແຕ່ຕົ້ນປີຮອດວັນທີ 12 ສິງຫາ,ທາງລົດໄຟຈີນ-ລາວໄດ້ຂົນສົ່ງໝາກໄມ້ນຳເຂົ້າຂ້າມຊາຍແດນລວມທັງໝົດຫຼາຍກວ່າ 200,000 ໂຕນ,ເພີ່ມຂຶ້ນ 11,16% ເມື່ອທຽບໃສ່ປີກ່ອນ.ໃນນັ້ນ,ການຂົນສົ່ງໝາກຖົ່ວລຽນເກີນ 186,200 ໂຕນ,ເພີ່ມຂຶ້ນ 22.53%ເມື່ອທຽບໃສ່ປີກ່ອນ.
ເວັບຂ່າວຢູນນານ2026-09-20 11:01
ປະລິມານການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນບັນລຸຫຼາຍກວ່າ 90 ລ້ານໂຕນ
ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ປະລິມານການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນຕະຫຼອດສາຍລວມທັງໝົດບັນລຸຫຼາຍກວ່າ 90,000,000 ໂຕນ ແລະ ສັກກະຍະພາບຂອງເສັ້ນທາງຄຳສາຍນີ້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.
ສະບາຍດີ2026-08-18 00:00
ມູນຄ່າການນໍາເຂົ້າ ແລະ ສົ່ງອອກຜ່ານທາງລົດໄຟລາວ-ຈີນໃນ7ເດືອນທໍາອິດຂອງປີນີ້ເກີນ 20 ພັນລ້ານຢວນ
ອີງຕາມດ່ານພາສີຄຸນໝິງ,ໃນ 7 ເດືອນທຳອິດຂອງປີນີ້,ມູນຄ່າການນຳເຂົ້າ ແລະ ສົ່ງອອກຜ່ານທາງລົດໄຟຈີນ-ລາວບັນລຸ 20,11 ຕື້ຢວນ,ເພີ່ມຂຶ້ນ 29.9% ເມື່ອທຽບໃສ່ປີກ່ອນ.ໃນນັ້ນ,ການນຳເຂົ້າໝາກໄມ້ເຂດຮ້ອນຈາກອາຊຽນບັນລຸ 4.92 ຕື້ຢວນ, ເພີ່ມຂຶ້ນ 14.9% ເມື່ອທຽບໃສ່ປີກ່ອນ, ໃນຂະນະທີ່ການສົ່ງອອກ "ສາມລາຍການໃໝ່" ເຊັ່ນ:ລົດຍົນພະລັງງານໃໝ່,ຜະລິດຕະພັນແສງອາທິດ,ແລະອື່ນໆ ໄດ້ບັນລຸ 2,31 ຕື້ຢວນ, ເພີ່ມຂຶ້ນ 306,2% ເມື່ອທຽບໃສ່ປີກ່ອນ.ມູນຄ່າການສົ່ງອອກການຄ້າອີເລັກໂທຣນິກຂ້າມຊາຍແດນ B2B ເພີ່ມຂຶ້ນ 1.5 ເທົ່າ ເມື່ອທຽບໃສ່ປີກ່ອນ, ແລະໂຄງສ້າງການຄ້າຕ່າງປະເທດຍັງສືບຕໍ່ປ່ຽນໄປສູ່ "ໃໝ່".
ເວັບໄຊ ປະຊາຊົນ 2026-08-18 17:15
ນັກທ່ອງທ່ຽວທີ່ເຂົ້າ-ອອກເມືອງຜ່ານເສັ້ນທາງລົດໄຟຈີນ-ລາວໃນເດືອນກໍລະກົດຜ່ານມາເພີ່ມຂຶ້ນເປັນສະຖິຕິໃໝ່ອີກຄັ້ງ
ໃນວັນທີ 1 ສິງຫານີ້ວ່າ: ນັບແຕ່ວັນທີ 1 ຫາວັນທີ 31 ກໍລະກົດຜ່ານມາເຊິ່ງເປັນເດືອນທຳອິດຂອງລະດູການທ່ອງທ່ຽວລະດູຮ້ອນຂອງປີນີ້, ຢູ່ດ່ານລົດໄຟບໍ່ຫານໄດ້ກວດກາແລະປ່ອຍຜູ້ໂດຍສານທີ່ມາຈາກ 59 ປະເທດແລະເຂດແຄວ້ນເຂົ້າ-ອອກເມືອງໂດຍຜ່ານເສັ້ນທາງລົດໄຟຈີນ-ລາວລວມທັງໝົດ 27.000 ກວ່າເທື່ອຄົນ,ເພີ່ມຂຶ້ນຫຼາຍກວ່າ 38% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ຈຳນວນຜູ້ໂດຍສານທີ່ຜ່ານດ່ານຫຼາຍທີ່ສຸດຕໍ່ວັນມີຫຼາຍກວ່າ 1 ພັນເທື່ອຄົນ ເຊິ່ງເປັນສະຖິຕິໃໝ່ໃນປະຫວັດສາດ.
ສະບາຍດີ2026-08-03 00:00
ເດືອນທຳອິດຂອງລະດູການທ່ອງທ່ຽວລະດູຮ້ອນ ທາງລົດໄຟ ລາວ-ຈີນ ມີຜູ້ໂດຍສານເຂົ້າ-ອອກເພີ່ມຂຶ້ນກວ່າ 38%
ໃນວັນທີ 1 ສິງຫາ,ສະຖານີກວດກາຄົນເຂົ້າເມືອງໂມຮັນໃນແຂວງຢຸນນານລາຍງານວ່າ ໃນເດືອນທຳອິດຂອງລະດູການທ່ອງທ່ຽວລະດູຮ້ອນນັບແຕ່ວັນທີ 1 ຫາ 31 ກໍລະກົດ, ທີ່ດ່ານຊາຍແດນທາງລົດໄຟໂມຮັນ ລະຫວ່າງຈີນ ແລະ ລາວ, ສະຖານີດັ່ງກ່າວໄດ້ຮອງຮັບຜູ້ໂດຍສານເຂົ້າ ແລະ ອອກຫຼາຍກວ່າ 27,000 ຄົນທີ່ມາຈາກ 59 ປະເທດ ແລະ ແຂດແຄວ້ນ ທີ່ເດີນທາງຜ່ານທາງລົດໄຟຈີນ-ລາວ.ເພີ່ມຂຶ້ນຫຼາຍກວ່າ 38% ເມື່ອທຽບໃສ່ປີກ່ອນ. ຈຳນວນຜູ້ໂດຍສານທີ່ຜ່ານສະຖານີສູງສຸດໃນມື້ດຽວເກີນ 1,000 ຄົນ, ເຊິ່ງເປັນສະຖິຕິໃໝ່.
ສຳນັກຂ່າວຈີນ2026-08-12 11:33
ການຍົກລະດັບການຂົນສົ່ງສິນຄ້າຜ່ານຕ່ອງໂສ້ເຢັນ ຂອງເສັ້ນທາງລົດໄຟ ລາວ-ຈີນ ຊ່ວຍໃຫ້ໝາກຖົ່ວລຽນ "ສົ່ງເຖິງຢ່າງສົດໃໝ່" ຂ້າມຊາດ
ປັດຈຸບັນ,ໝາກຖົ່ວລຽນຈາກອາຊີຕາເວັນອອກສ່ຽງໃຕ້ ທີ່ມີຢູ່ໃນຕະຫຼາດເປັນຈຳນວນຫຼວງຫຼາຍ,ລາຄາຢູ່ຕະຫຼາດຂາຍສົ່ງໝາກໄມ້ຈິນມາເຈີ້ງຊາງໃນນະຄອນຄຸນໝິງໄດ້ຫຼຸດລົງຢ່າງຫຼວງຫຼາຍເມື່ອທຽບໃສ່ປີຜ່ານມາ, ເຊິ່ງດຶງດູດຜູ້ຊື້ຈຳນວນຫຼາຍ.
ສຳນັກຂ່າວສານຊິນຮວາ2026-08-07 17:20
ມູນຄ່າການນໍາເຂົ້າ ແລະ ສົ່ງອອກຜ່ານທາງລົດໄຟຈີນ-ລາວເພີ່ມຂຶ້ນ 33,8% ໃນເຄິ່ງທຳອິດຂອງປີນີ້ ເມື່ອທຽບໃສ່ປີກ່ອນ
ຕາມສະຖິຕິຂອງ ດ່ານພາສີເມືອງຫຼ້າ ທີ່ຂຶ້ນກັບ ດ່ານພາສີຄຸນໝິງ,ໃນເຄິ່ງທຳອິດຂອງປີນີ້, ມູນຄ່າການນຳເຂົ້າ ແລະ ສົ່ງອອກຕາມເສັ້ນທາງລົດໄຟຈີນ-ລາວບັນລຸເຖິງ17,17ຕື້ຢວນ,ເພີ່ມຂຶ້ນ33,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.
ໜັງສືພິມປະຊາຊົນປະຈຳວັນ2026-07-30 10:40
ຄົບຮອບ1ປີການເປີດບໍລິການຂະບວນລົດໄຟ"ເຈິ້ງເຫີ"
ລົດໄຟບັນທຸກສິນຄ້າສາກົນຫຼາຍຮູບແບບ "ເຈີ້ງເຫີ" ເຊິ່ງລວມເອົາການຂົນສົ່ງທາງທະເລ, ທາງບົກ ແລະ ທາງລົດໄຟ ສະເຫຼີມສະຫຼອງວັນຄົບຮອບ 1 ປີ.
ສຳນັກຂ່າວສານຊິນຮວາ2026-07-27 17:15
ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນຂອງທາງລົດໄຟຈີນ-ລາວເກີນ20ລ້ານໂຕນ
ນັກຂ່າວໄດ້ຮັບຊາບຈາກສຳນັກງານລົດໄຟຄຸນມິງຂອງຈີນ,ມາຮອດວັນທີ 8 ກໍລະກົດ,ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນລວມຂອງທາງລົດໄຟຈີນ-ລາວໄດ້ເກີນ 20 ລ້ານໂຕນ,ເປີດຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 23.000 ຂະບວນ.
ຂ່າວສານ CCTV2026-07-14 10:27
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK