ມາຈາກ:ໜັງສືພິມປະຊາຊົນປະຈຳວັນ
ຕາມສະຖິຕິຂອງ ດ່ານພາສີເມືອງຫຼ້າ ທີ່ຂຶ້ນກັບ ດ່ານພາສີຄຸນໝິງ,ໃນເຄິ່ງທຳອິດຂອງປີນີ້, ມູນຄ່າການນຳເຂົ້າ ແລະ ສົ່ງອອກຕາມເສັ້ນທາງລົດໄຟຈີນ-ລາວບັນລຸເຖິງ17,17ຕື້ຢວນ,ເພີ່ມຂຶ້ນ33,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.
ໃນເຄິ່ງທຳອິດຂອງປີນີ້, ມູນຄ່າການນຳເຂົ້າໝາກໄມ້ເຂດຮ້ອນເຊັ່ນ:ໝາກຖົ່ວລຽນສົດ,ໝາກມັງຄຸດ ແລະ ໝາກລຳໄຍຜ່ານທາງລົດໄຟຈີນ-ລາວບັນລຸ4.22ຕື້ຢວນ,ເພີ່ມຂຶ້ນ25.8%ເມື່ອທຽບໃສ່ປີກ່ອນ,ໂດຍໝາກໄມ້ເຂດຮ້ອນຂອງອາຊີຕາເວັນອອກສຽງໃຕ້ເຂົ້າສູ່ຕະຫຼາດພາຍໃນປະເທດໄດ້ໄວຂຶ້ນຜ່ານລົດໄຟລະບົບຕ່ອງໂສ້ເຢັນ;ມູນຄ່າການສົ່ງອອກຂອງ"ສາມລາຍການໃໝ່"ເຊັ່ນ:ຍານພາຫະນະພະລັງງານໃໝ່ ແລະ ຜະລິດຕະພັນແສງອາທິດ ໄດ້ບັນລຸ2,14ຕື້ຢວນ,ເພີ່ມຂຶ້ນ3,5ເທົ່າເມື່ອທຽບໃສ່ປີກ່ອນ,ແລະ ມູນຄ່າການສົ່ງອອກການຄ້າອີເລັກໂທຣນິກຂ້າມຊາຍແດນB2B(ວິສາຫະກິດຕໍ່ວິສາຫະກິດ)ເພີ່ມຂຶ້ນ1.2ເທົ່າເມື່ອທຽບໃສ່ປີກ່ອນ,ກາຍເປັນເຄື່ອງຈັກໃໝ່ສຳລັບການເຕີບໂຕຂອງການສົ່ງອອກ.
ທ່ານຈ່ຽງເວີ່ຍ(JiangWei),ຜູ້ຈັດການທົ່ວໄປຂອງບໍລິສັດຕົວແທນແຈ້ງພາສີ ຢຸນນານ ອາເອີໄຊປູ ຈຳກັດ (Yunnan RCEP Customs Broker Co., Ltd.),ໄດ້ອະທິບາຍວ່າ ໂດຍການອີງໃສ່ຄວາມສາມາດໃນການຂົນສົ່ງລະບົບຕ່ອງໂສ້ເຢັນທີ່ໝັ້ນຄົງຂອງທາງລົດໄຟຈີນ-ລາວ,ບໍລິສັດໄດ້ຫຼຸດຜ່ອນການສູນເສຍໝາກໄມ້ສົດທີ່ນຳເຂົ້າໄດ້ຫຼາຍກວ່າເຄິ່ງໜຶ່ງ,ເຊິ່ງເຮັດໃຫ້ຕົ້ນທຶນການຂົນສົ່ງຫຼຸດລົງຢ່າງຫຼວງຫຼາຍ.ໃນເຄິ່ງທຳອິດຂອງປີນີ້,ປະລິມານການຂົນສົ່ງສິນຄ້າຂອງບໍລິສັດໄດ້ເພີ່ມຂຶ້ນ32%ເມື່ອທຽບໃສ່ປີກ່ອນ,ໂດຍໄດ້ນຳເຂົ້າຕູ້ເຢັນຫຼາຍກວ່າ100ຕູ້ພາຍໃນມື້ດຽວ ແລະ ໄດ້ເລີ່ມຕົ້ນທຸລະກິດໃໝ່ໆເຊັ່ນ:ການເຮັດໜ້າທີ່ເປັນຕົວແທນສົ່ງອອກຍານພາຫະນະພະລັງງານໃໝ່.
ອີງຕາມສະຖິຕິຂອງດ່ານພາສີ, ມາຮອດວັນທີ30ມິຖຸນາ ປີນີ້, ທາງລົດໄຟຈີນ-ລາວໄດ້ດຳເນີນການຂົນສົ່ງສິນຄ້າສາກົນຫຼາຍກວ່າ22,000ຖ້ຽວ,ມີປະລິມານສິນຄ້ານຳເຂົ້າ ແລະ ສົ່ງອອກທັງໝົດ19,353ລ້ານໂຕນ ແລະ ມູນຄ່າ90,28ຕື້ຢວນ.ປະເພດສິນຄ້ານຳເຂົ້າ ແລະ ສົ່ງອອກໄດ້ຂະຫຍາຍຈາກຫຼາຍກວ່າ10ປະເພດໃນຕອນເລີ່ມຕົ້ນຂອງການດຳເນີນງານທາງລົດໄຟເປັນຫຼາຍກວ່າ3,900ປະເພດ,ລວມທັງລົດຍົນພະລັງງານໃໝ່,ໝາກໄມ້ເຂດຮ້ອນ,ຜັກທີ່ມີອາກາດເຢັນ, ແລະ ຢາພື້ນເມືອງຈີນ,ເຊິ່ງເຂົ້າເຖິງ19ປະເທດ ແລະ ເຂດແຄວ້ນ ແລະ ໃຫ້ບໍລິການແກ່ໜ່ວຍງານການຄ້າຕ່າງປະເທດຫຼາຍກວ່າ7,000ແຫ່ງໃນປະເທດຈີນ.
据昆明海关所属勐腊海关统计,今年上半年,中老铁路进出口货值达171.7亿元,同比增长33.8%。
今年上半年,经中老铁路进口的鲜榴莲、山竹、龙眼等热带水果货值达42.2亿元,同比增长25.8%,东南亚热带鲜果搭乘冷链班列加快走进国内市场;新能源汽车、光伏产品等“新三样”出口货值达21.4亿元,同比增长3.5倍,跨境电商B2B(企业对企业)出口货值同比增长1.2倍,成为出口增长新引擎。
云南阿尔赛普报关代理有限责任公司总经理蒋伟介绍,依托中老铁路稳定冷链运力,公司进口鲜果运输损耗减少一半以上,物流成本大幅降低。今年上半年,公司代理货运量同比增长32%,单日最高进口冷柜超100个,开始代理新能源汽车出口等新业务。
据海关统计,截至今年6月30日,中老铁路累计开行国际货物列车超2.2万列,进出口货运量1935.3万吨、货值902.8亿元。进出口货物品类从开通初期的10余种拓展到新能源汽车、热带水果、温凉蔬菜、中药材等3900余种,辐射19个国家和地区,服务国内7000余家外贸经营主体。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
07/30
10:40
— ແບ່ງປັນ —