ປະລິມານການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນບັນລຸຫຼາຍກວ່າ 90 ລ້ານໂຕນ

ມາຈາກ:ສະບາຍດີ

1787112400250_206

ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງຈຳກັດແຈ້ງ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 18 ສິງຫານີ້, ຂະບວນບລົດໄຟຂົນສົ່ງສິນຄ້າສາກົນເສັ້ນທາງລົດໄຟລາວ-ຈີນທີ່ບັນທຸກສິນຄ້າຕ່າງໆລວມເຖິງຜັກສົດ, ວົງຈອນໄຟຟ້າລວມ ແລະ ແຜ່ນຈໍເອເລັກໂຕຣນິກໄດ້ອອກເດີນທາງຈາກສະຖານີວາງເຈ່ຍຢິງຕາເວັນຕົກນະຄອນຄຸມໝິງຈີນໄປຍັງນະຄອນຫຼວງວຽງຈັນຂອງລາວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດບໍລິການຢ່າງເປັນທາງການໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ປະລິມານການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນຕະຫຼອດສາຍລວມທັງໝົດບັນລຸຫຼາຍກວ່າ 90,000,000 ໂຕນ ແລະ ສັກກະຍະພາບຂອງເສັ້ນທາງຄຳສາຍນີ້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.

ນັບແຕ່ຕົ້ນປີ2026ເປັນຕົ້ນມາ, ປະລິມານການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນສະເລ່ຍແລ້ວບັນລຸຫຼາຍກວ່າ 67,000 ໂຕນຕໍ່ມື້. ປະລິມານການແລ່ນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນຕາມເສັ້ນທາງລົດໄຟລາວ-ຈີນເພີ່ມຂຶ້ນຈາກ 2 ຂະບວນຕໍ່ມື້ໃນໄລຍະເບື້ອງຕົ້ນເປັນສູງສຸດ 23 ຂະບວນຕໍ່ມື້, ນ້ຳໜັກລາກຂອງລົດໄຟໄດ້ເພີ່ມຂຶ້ນຈາກ 2,000 ໂຕນ ເປັນ 2,800 ໂຕນ ແລະ ຄວາມສາມາດຂົນສົ່ງຂອງລົດໄຟຂະບວນດ່ຽວໄດ້ເພີ່ມຂຶ້ນປະມານ 40%.


1787112400250_206

记者从中国铁路昆明局集团有限公司获悉,8月18日上午,一列满载鲜蔬菜、集成电路、电子显示屏等货物的中老铁路国际货物列车从王家营西站驶向老挝万象。这标志着中老铁路自2021年12月3日开通运营以来,全线累计运输货物突破9000万吨,通道能力持续释放。

2026年以来,中老铁路日均运输货物超6.7万吨。跨境货物列车数量由初期每天2列增加到最多每天23列,列车牵引能力由2000吨增加到2800吨,单列列车运力提高了约40%。


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

08/18

00:00

ແບ່ງປັນ

ແປ
翻译