ມາຈາກ:ສຳນັກຂ່າວສານຊິນຮວາ
(ສະບາຍດີ ນັກຂ່າວ ເກສອນ)ປັດຈຸບັນ,ໝາກຖົ່ວລຽນຈາກອາຊີຕາເວັນອອກສ່ຽງໃຕ້ ທີ່ມີຢູ່ໃນຕະຫຼາດເປັນຈຳນວນຫຼວງຫຼາຍ,ລາຄາຢູ່ຕະຫຼາດຂາຍສົ່ງໝາກໄມ້ຈິນມາເຈີ້ງຊາງໃນນະຄອນຄຸນໝິງໄດ້ຫຼຸດລົງຢ່າງຫຼວງຫຼາຍເມື່ອທຽບໃສ່ປີຜ່ານມາ, ເຊິ່ງດຶງດູດຜູ້ຊື້ຈຳນວນຫຼາຍ.
"ໃນຊຸມປີຜ່ານມາ ແລະ ໄລຍະດຽວກັນນີ້, ໝາກຖົ່ວລຽນໝອນທອງ ມີລາຄາສູງເຖິງ 60 ກວ່າຢວນຕໍ່ກິໂລ, ແຕ່ປີນີ້ໝາກໃຫຍ່ມີລາຄາປະມານ 40 ຫຼື 50 ຢວນ, ແລະໝາກນ້ອຍມີລາຄາພຽງແຕ່ປະມານ 30 ຢວນເທົ່ານັ້ນ,"ທ່ານ ຫວັງ ຊິງເຫວ່ຍWang Xingwei,ປະຊາຊົນທີ່ກຳລັງເລືອກຊື້ໝາກຖົ່ວລຽນເວົ້າວ່າ.ລາຄາທີ່ຫຼຸດລົງ ເຮັດໃຫ້ລາວ ແລະ ຄອບຄົວສາມາດ "ກິນໝາກຖົ່ວລຽນໄດ້ຢ່າງມີອິດສະຫຼະ", ແລະພວກເຂົາມາຕະຫຼາດເພື່ອຊື້ຖົ່ວລຽນປະມານອາທິດລະຄັ້ງ.
ຢູ່ເບື້ອງຫຼັງ "ກິນໝາກຖົ່ວລຽນໄດ້ຢ່າງມີອິດສະຫຼະ" ນີ້ແມ່ນການຍົກລະດັບການຂົນສົ່ງລະບົບຕ່ອງໂສ້ເຢັນຂ້າມຊາຍແດນຂອງທາງລົດໄຟຈີນ-ລາວຢ່າງຕໍ່ເນື່ອງ. ໃນວັນທີ 19 ເມສາປີນີ້, ການບໍລິການລົດໄຟລະບົບຕ່ອງໂສ້ເຢັນຈີນ-ລາວ-ໄທ (ສະຖານີແຫຼມສະບັງ—ສະຖານີວຽງຈຽງໃຕ້—ສະຖານີວັງເຈຍຍິງຕາເວັນຕົກ) ໄດ້ເລີ່ມໃຫ້ບໍລິການເປັນປະຈຳ,ດ້ວຍການອອກເດີນທາງຕາມກຳນົດເວລາ ແລະ ການມາຮອດຕາມເວລາກຳນົດ, ການຂົນສົ່ງໝາກໄມ້ຂ້າມຊາຍແດນຂອງອາຊີຕາເວັນອອກສຽງໃຕ້ໄດ້ເຂົ້າສູ່ໄລຍະໃໝ່ຂອງການດຳເນີນງານທີ່ໄດ້ມາດຕະຖານຢ່າງເປັນທາງການເຊິ່ງມີລັກສະນະເວລາກຳນົດ,ສະຖານທີ່ກຳນົດ ແລະ ປະລິມານກຳນົດ.ໃນຂະນະດຽວກັນ,ພະແນກທາງລົດໄຟໄດ້ນຳໃຊ້ຕູ້ຄອນເທນເນີຕູ້ເຢັນທີ່ຄວບຄຸມອຸນຫະພູມຈາກໄລຍະໄກ,ເຊິ່ງສາມາດຄວບຄຸມອຸນຫະພູມໄດ້ຢ່າງຖືກຕ້ອງໃນເວລາຈິງພາຍໃນ ±0.5℃,ຮັບປະກັນອຸນຫະພູມທີ່ຄົງທີ່ຕະຫຼອດຂະບວນການທັງໝົດ ແລະ ຫຼຸດຜ່ອນອັດຕາການສູນເສຍການຂົນສົ່ງໝາກໄມ້ຫຼຸດລົງຈາກ 15% ຂຶ້ນໄປ ມາຢູ່ທີ່ບໍ່ເກີນ 5%.
ໝາກຖົ່ວລຽນທີ່"ຂີ່"ຂະບວນລົດໄຟຂົນສົ່ງສິນຄ້າຜ່ານຕ່ອງໂສ້ເຢັນ,ມຸ່ງໜ້າໄປທາງທິດເໜືອ.ທີ່ທ່າເຮືອທາງລົດໄຟໂມ່ຮ່ານ,ພະແນກທາງລົດໄຟ ແລະ ພາສີໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອປະດິດສ້າງ ແລະ ຈັດຕັ້ງປະຕິບັດຮູບແບບການແຈ້ງລ່ວງໜ້າສຳລັບຈຸດຕົ້ນກຳເນີດ,ໂດຍສ້າງຕັ້ງກົນໄກການດຳເນີນງານຮ່ວມມືສາມດ້ານຄື"ໃບຂົນສົ່ງລົດໄຟລ່ວງໜ້າ + ການແຈ້ງພາສີຂອງວິສາຫະກິດລ່ວງໜ້າ + ການກວດສອບເອກະສານຂອງພາສີລ່ວງໜ້າ"ຊ່ອງທາງສີຂຽວສະເພາະສຳລັບການຂົນສົ່ງຜະລິດຕະພັນສົດໄດ້ຈັດຕັ້ງປະຕິບັດກົນໄກຮັບປະກັນ "ການເຂົ້າກ່ອນ,ການກວດກາກ່ອນ, ແລະ ການທົດສອບກ່ອນ",ຊ່ວຍໃຫ້ການກວດສອບ ແລະ ການປ່ອຍອອກພາຍໃນເວລາພຽງ8ນາທີ.
ຫຼັງຈາກຜ່ານດ່ານພາສີຢ່າງສະດວກ,ໝາກຖົ່ວລຽນກໍ່ສືບຕໍ່ເດີນທາງໄປທາງທິດເໜືອດ້ວຍລົດໄຟຕ່ອງໂສ້ເຢັນ.ເມື່ອມາຮອດເມືອງຄຸນໝິງ,ພະແນກທາງລົດໄຟໄດ້ເປີດຊ່ອງທາງສີຂຽວສຳລັບຜະລິດຕະພັນສົດ,ຈັດຕັ້ງປະຕິບັດການບໍລິການ"ການຮັບ ແລະ ສົ່ງສິນຄ້າທີ່ມີບູລິມະສິດ,ການວາງຕຳແໜ່ງທີ່ມີບູລິມະສິດ,ແລະ ການບໍລິການໂຫຼດກ່ອນ.ການຂົນຍ້າຍພາຫະນະ ແລະ ການໂອນຕູ້ຄອນເທນເນີໄດ້ສຳເລັດພາຍໃນ 90 ນາທີຫຼັງຈາກມາຮອດ.ນອກຈາກນັ້ນ,ໂດຍນຳໃຊ້"ສະຖານີຢູ່ນອກສະຖານີ"ທີ່ສ້າງຂຶ້ນອ້ອມຮອບສະຖານີຕາເວັນຕົກວັງຈ່າຢິງ,ພະແນກດັ່ງກ່າວຍັງໃຫ້ບໍລິການ"ບ່ອນດຽວ"ແກ່ລູກຄ້າລວມທັງການເກັບຮັກສາສິນຄ້າ,ການແຈກຢາຍ,ແລະ ການຈັດສົ່ງ.
"ພວກເຮົາໃຊ້ທາງລົດໄຟລາວ-ຈີນເພື່ອການຂົນສົ່ງ,ວ່ອງໄວ,ປອດໄພ ແລະ ສະດວກສະບາຍ.ໃນໄລຍະນີ້,ພວກເຮົາໄດ້ຂົນສົ່ງໝາກຖົ່ວລຽນສ 3 ຫາ 4 ຕູ້ຄອນເທນເນີທຸກໆມື້, ໂດຍແຕ່ລະຕູ້ຄອນເທນເນີມີນ້ຳໜັກປະມານ 20 ໂຕນ,"ທ່ານ ຈູ ເຈີນຮຸຍ(Zhu Zhenhui)ພໍ່ຄ້າຢູ່ຕະຫຼາດຂາຍສົ່ງໝາກໄມ້ ຈິນໝາ ເຈິ່ນຊາງ ໄດ້ຮ່ວມແບ່ງປັນວ່າໝາກຖົ່ວລຽນສາມາດເດີນທາງຈາກວຽງຈັນໄປຄຸນໝິງພາຍໃນເວລາພຽງ 26 ຊົ່ວໂມງ,ແລະ ຫຼັງຈາກນັ້ນ, ໂດຍການຂົນສົ່ງທາງຫຼວງ ແລະ ທາງລົດໄຟຮ່ວມກັນ,ພວກມັນສາມາດຈັດສົ່ງໄປຍັງຫຼາຍກວ່າ 30 ເມືອງທົ່ວປະເທດພາຍໃນ 48 ຊົ່ວໂມງ.
ອີງຕາມສະຖິຕິຈາກບໍລິສັດລົດໄຟຈີນ ຄຸນໝິງ ຈຳກັດ,ມາຮອດວັນທີ 27 ກໍລະກົດປີນີ້,ການນຳເຂົ້າໝາກໄມ້ຜ່ານທາງລົດໄຟຈີນ-ລາວບັນລຸ 184,000 ໂຕນ, ເພີ່ມຂຶ້ນ 10,77% ເມື່ອທຽບໃສ່ປີກ່ອນ;ໃນນັ້ນ,ໝາກຖົ່ວລຽນບັນລຸ 172,300 ໂຕນ,ເພີ່ມຂຶ້ນ 21,96% ເມື່ອທຽບໃສ່ປີກ່ອນ; ການນຳເຂົ້າໝາກໄມ້ສູງສຸດຕໍ່ມື້ບັນລຸ 3,941 ໂຕນ,ເຊິ່ງໄດ້ທຳລາຍສະຖິຕິໃນປະຫວັດສາດຫຼາຍຄັ້ງພາຍໃນປີນີ້.
时下东南亚榴莲大量上市,在昆明市金马正昌果品批发市场,榴莲价格较往年明显回落,吸引不少市民选购。
“往年这个时候,金枕榴莲都要六十多块一公斤,今年大果差不多四五十块,偏小一点的只要三十多块。”正在选购榴莲的市民王兴玮说,价格的下降,让他和家人基本实现了“榴莲自由”,差不多每周都会来市场采购一次。
“榴莲自由”背后,是中老铁路跨境冷链运输的持续升级。今年4月19日,中老泰(林查班站—万象南站—王家营西站)全程时刻表冷链班列常态化开行,定点发车、准点抵达,东南亚水果跨境运输正式进入定时、定点、定量的标准化运营新阶段。同时,铁路部门投入新型远程控温冷藏集装箱,温度可实时精准控制在正负0.5℃以内,确保“一箱到底”全程恒温,水果运输损耗率从15%以上降至5%以内。
“搭乘”冷链班列的榴莲,一路北上。在磨憨铁路口岸,铁路部门与海关密切协同,创新推行启运地提前申报模式,构建“铁路舱单+企业申报+海关审单”三提前协同作业机制。生鲜运输专属绿色通道落实“优先进场、优先查验、优先送检”保障机制,最快8分钟即可完成核验放行。
“丝滑”通关后,榴莲继续“搭乘”冷链班列北上,在货物抵达昆明后,铁路部门开通了生鲜绿色通道,落实“优先取送、优先对位、优先挂运”服务,货物到站后90分钟内完成车辆送卸和集装箱转运。并依托昆明王家营西站周边建设的铁路物流“站外站”,为客户提供仓储、分拨、配送等“一站式”服务。
“我们走的是中老铁路运输,快速、安全、便捷。这段时间榴莲每天出货量都在三到四柜,一柜20吨左右。”金马正昌果品批发市场商户朱贞辉介绍,通过中老铁路,榴莲从万象到昆明只需要26个小时,再经公铁联运,48小时内就能送达全国30多座城市。
来自中国铁路昆明局集团有限公司的统计数据,今年以来,截至7月27日,经中老铁路运输的进口水果达18.4万吨,同比增长10.77%;其中榴莲达17.23万吨,同比增长21.96%;单日入境水果最高达3941吨,年内多次刷新历史纪录。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
08/07
17:20
— ແບ່ງປັນ —