ປະລິມານສິນຄ້າຂາເຂົ້າ-ຂາອອກຂອງທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນ 5 ເດືອນທໍາອິດ ປະລິມານສິນຄ້າໄດ້ເພີ່ມຂຶ້ນ 7,9%

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ສະຖິຕິຂອງດ່ານພາສີຄຸນມິງສະແດງໃຫ້ເຫັນວ່າ,ໃນ 5 ເດືອນຕົ້ນປີນີ້,ປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟຈີນ-ລາວໄດ້ລື່ນກາຍ 2,482 ລ້ານໂຕນ,ມູນຄ່າສິນຄ້າໄດ້ລື່ນກາຍ 10 ຕື້ຢວນ,ເພີ່ມຂຶ້ນ 7,9% ແລະ 33,2% ຕາມລໍາດັບ.ໃນນັ້ນ,ມູນຄ່າການຂາເຂົ້າ-ຂາອອກໃນເດືອນພຶດສະພາແມ່ນ 3,76 ຕື້ຢວນ,ເປັນລະດັບສູງໃໝ່ໃນເດືອນດຽວນັບແຕ່ທາງລົດໄຟລາວ-ຈີນເປີດໃຫ້ບໍລິການ. 

ໃນເດືອນພຶດສະພາ,ການຂາເຂົ້າ-ຂາອອກສິນຄ້າປະເພດຕ່າງໆຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ,ຊຸກຍູ້ການຂະຫຍາຍການຄ້າຢ່າງຕໍ່ເນື່ອງ.ໃນນັ້ນ,ການນໍາເຂົ້າຫມາກໄມ້ຂອງອາຊີຕາເວັນອອກສຽງໃຕ້ໄດ້ມີຜົນງານທີ່ພົ້ນເດັ່ນ,ມູນຄ່າສິນຄ້າມີເຖິງ1,738ຕື້ຢວນ,ເພີ່ມຂຶ້ນ74,5%.ການສົ່ງອອກສິນຄ້າທີ່ມີມູນຄ່າເພີ່ມສູງເຊັ່ນເຄື່ອງຈັກແລະຜະລິດຕະພັນເອເລັກໂຕຣນິກເພີ່ມຂຶ້ນຢ່າງແຂງແຮງ, ມີມູນຄ່າ 734 ລ້ານຢວນ, ເພີ່ມຂຶ້ນ 217,4%. 

ຄຽງຄູ່ກັບຫມກໄມ້ເຂດຮ້ອນຂອງອາຊີຕາເວັນອອກສຽງໃຕ້ເຂົ້າສູ່ລະດູການຂາຍການຈໍາຫນ່າຍ,ຫມກໄມ້ຕ່ງໆເຊັ່ນ:ຫມກທຸລຽນ,ໝາກມັງຄຸດ ແລະອື່ນໆໄດ້ນໍາເຂົ້າຢ່າງຫຼວງຫຼາຍ,ຫມາກໄມ້ທີ່ຂົນສົ່ງໃຊ້ທາງລົດໄຟລາວ-ຈີນໄດ້ປຽບຢ່າງຈະແຈ້ງ.ຂະບວນລົດໄຟໝາກໄມ້ຕາມທາງລົດໄຟລາວ-ຈີນໃຊ້ຂະບວນລົດໄຟຕູ້ແຊ່ເຢັນໃນຕະຫຼອດໄລຍະທາງ,ເຊື່ອມຕໍ່ພາຍໃນແລະພາຍນອກແລະສົ່ງຜົນສະທ້ອນຕໍ່ອ້ອມຂ້າງ,ໂດຍສະເພາະແມ່ນເຫມາະສົມສໍາລັບການຂົນສົ່ງການຄ້າຫມາກໄມ້ຂ້າມຊາຍແດນທີ່ຍາວໄກ,ຂະຫນາດໃຫຍ່.ຫມກທຸລຽນ,ໝາກມັງຄຸດແລະ ໝາກໄມ້ອື່ນໆຂອງໄທທີ່ນຳເຂົ້າໄດ້ສະດວກ ແລະ ວ່ອງໄວຂົນສົ່ງໄປຕະຫຼາດພາຍໃນເຊັ່ນ: ເມືອງເສີງຕູ່ ແລະ ຈົງຊິງ,ເຮັດໃຫ້ປະຊາຊົນສາມາດຊີມໝາກໄມ້ສົດໄດ້ໄວຂຶ້ນ. 

昆明海关统计数据显示,今年前5个月,经中老铁路进出口货运量超248.2万吨、货值超100亿元,同比分别增长7.9%、33.2%。其中,5月份进出口货值37.6亿元,创中老铁路通车以来单月新高。

5月份,中老铁路各品类商品进出口显著增长,推动贸易规模持续扩大。其中,东南亚水果进口表现突出,货值达17.38亿元,增长74.5%;机电产品等高附加值商品出口增长强劲,货值7.34亿元,增幅达217.4%。

随着东南亚热带水果进入上市旺季,山竹、榴莲等水果大量进口,中老铁路运输水果优势明显。中老铁路水果专列全程冷链,联通内外、辐射周边,特别适合长距离、大批量的跨境水果贸易运输。入境的泰国山竹、龙眼等水果能够方便快捷地运到成都、重庆等国内市场,享受到抢“鲜”一步的红利。(云南日报 记者黄议娴 通讯员周炜 孙琦)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

07/01

15:49

ແບ່ງປັນ

ແປ
翻译