ອົງການສະຫະປະຊາຊາດປະຈຳ ສປປ ລາວ ໄດ້ໄປຢ້ຽມຢາມເສັ້ນທາງລົດໄຟລາວ-ຈີນ

ມາຈາກ:ສະຖານທູດ ສປ ​ຈີນ ​ປະຈຳ​ ສປປ ລາວ

ໃນວັນທີ 30 ພຶດສະພານີ້, ສະຖານທູດຈີນປະຈໍາລາວ ນໍາໂດຍທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ, ອົງການປະສານງານສະຫະປະຊາຊາດ (UNRCO) ນໍາໂດຍທ່ານ Bakhodir Burkhanov ຜູ້ປະສານງານສະຫະປະຊາຊາດ ປະຈໍາລາວ, ແລະ ມີເກືອບ 20 ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນຫຼາຍກວ່າ 10 ອົງການເຊັ່ນ UNFPA, ILO, WHO, UNICEP ,ອື່ນໆ ໄດ້ໄປຢ້ຽມຢາມ ແລະທັດສະນະສຶກສາຢູ່ເສັ້ນທາງລົດໄຟລາວ-ຈີນ,ປະສົບຜົນສໍາເລັດທີ່ມີຄຸນນະພາບສູງຂອງການຮ່ວມມືກໍ່ສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ແລະ ສົນທະນາກາລະໂອກາດການຮ່ວມມື.

d5a03a7e-56b9-4226-a416-eb85949458ba

ກຸ່ມທັດສະນະສຶກສາດັ່ງກ່າວ ໄດ້ເດີນທາງຈາກສະຖານີວຽງຈັນ ໄປຢ້ຽມຢາມສະຖານນີວັງວຽງ ແລະປ່ອຍສິນຄ້າ,ແລະສູນປະຕິບັດງານແລະບໍາລຸງຮັກສາ ຫຼວງພະບາງ,ພ້ອມທັງແລກປ່ຽນກັບບໍລິສັດທາງລົດໄຟລາວ-ຈີນຢ່າງເລິກເຊິ່ງກ່ຽວກັບການຄຸ້ມຄອງການເຄື່ອນໄຫວທາງລົດໄຟ, ການຮັບປະກັນຄວາມປອດໄພ, ການຝຶກອົບຮົມແລະອື່ນໆ, ແລະ ໄດ້ມີການພົວພັນມິດຕະພາບກັບພະນັກງານທາງລົດໄຟເພື່ອເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນງານອັນພົ້ນເດັ່ນຂອງທາງລົດໄຟລາວ-ຈີນໃນການຊຸກຍູ້ການພັດທະນາຂອງລາວ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ເພື່ອເສີມຂະຫຍາຍໝາກຜົນອັນພົ້ນເດັ່ນຂອງການເຊື່ອມຕໍ່ໃນພາກພື້ນ.

d746cfb3-15ef-4bae-8a80-c700e727e2f6

ຜູ້ຕາງໜ້າຂອງອົງການປະສານງານສະຫະປະຊາຊາດ (UNRCO) ປະຈຳລາວ ໄດ້ຊົມເຊີຍທາງລົດໄຟລາວ-ຈີນ ເປັນແບບຢ່າງໃນການເຊື່ອມຕໍ່ພາກພື້ນ, ສະໜອງການຝຶກອົບຮົມໃຫ້ແກ່ໄວໜຸ່ມລາວ ແລະ ສ້າງວຽກເຮັດງານທຳເປັນຈຳນວນຫຼວງຫຼາຍ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທົ່ວໄປ. ລ້ວນແຕ່ຍ້ອງຍໍທາງລົດໄຟທີ່ໄດ້ຊຸກຍູ້ການປະສານສົມທົບກັນພັດທະນາເສດຖະກິດພາກພື້ນຢ່າງມີປະສິດທິຜົນ, ແລະສະແດງຄວາມຍິນດີຮ່ວມກັບທາງລົດໄຟລາວ-ຈີນເພື່ອຊຸກຍູ້ການພັດທະນາຂອງລາວ.

5月30日,驻老挝大使方虹邀请联合国驻老挝国家协调员布尔哈诺夫以及开发计划署、儿童基金会、人居署、国际移民组织等10家联合国驻老机构近20名代表走进中老铁路,深度体验高质量共建“一带一路”成果,探讨合作契机。

d5a03a7e-56b9-4226-a416-eb85949458ba

考察团自万象站启程,沿途参观万荣站及货场,考察琅勃拉邦运营维保中心,并就铁路运营管理、安全保障、人才培养等同老中铁路公司深入交流,同铁路职工友好互动,全面了解中老铁路助力老挝发展、民生改善,提升区域联通的突出成效。

d746cfb3-15ef-4bae-8a80-c700e727e2f6

联合国驻老机构代表们高度评价中老铁路树立了地区联通典范,为老挝青年提供培训并创造大量就业,惠及广大民众,纷纷点赞铁路有力促进区域经济协同发展,愿同中老铁路协力推动老挝发展。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

06/06

00:00

ແບ່ງປັນ

ແປ
翻译