ມາຈາກ:ສະບາຍດີ
ລະຫວ່າງວັນທີ3ຫາ4 ມິຖຸນາ 2025, ສອງຝ່າຍລາວ ແລະ ຈີນໄດ້ຈັດການປຶກສາຫາລືກ່ຽວກັບມາດຕະການອຳນວຍຄວາມສະດວກໃນການຜ່ານດ່ານ ຄື "ສອງປະເທດກວດກາການເຂົ້າອອກເມືອງຢູ່ຈຸດດຽວ" ຕາມເສັ້ນທາງລົດໄຟລາວ-ຈີນຢູ່ນະຄອນຊຽງຮຸ່ງແຂວງຢຸນນານ. ທ່ານຫົງລ້ຽງ ຫົວໜ້າກົມວຽກງານຊາຍແດນ ແລະ ທະເລກະຊວງການຕ່າງປະເທດ, ແລະ ທ່ານພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວເປັນປະທານຮ່ວມຂອງການປຶກສາຫາລືໃນຄັ້ງນີ້. ຜູ້ຕາງໜ້າຈາກພາກສ່ວນການຕ່າງປະເທດ ປ້ອງກັນຄວາມສະຫງົບ, ດ່ານພາສີ, ພາກສ່ວນຄຸ້ມຄອງທາງລົດໄຟ ກໍຄື ຜູ້ຕາງໜ້າແຂວງຊາຍແດນໄດ້ເຂົ້າຮ່ວມ.
ການປຶກສາຫາລືຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ສະໜິດສະໜົມ, ກົງໄປກົງມາ ແລະ ແທດຈິງ ໂດຍໄດ້ຮັບການຊີ້ນຳຈາກຄວາມເຫັນດີເຫັນພ້ອມທີ່ສຳຄັນຂອງຜູ້ນໍາສອງປະເທດ. ສອງຝ່າຍໄດ້ດຳເນີນການຮ່ວມມືຢ່າງເລິກເຊິ່ງກ່ຽວກັບການຈັດຕັ້ງ"ສອງປະເທດກວດກາການເຂົ້າອອກເມືອງຢູ່ຈຸດດຽວ" ໃນການຂົນສົ່ງຜູ້ໂດຍສານຢູ່ດ່ານທາງລົດໄຟບໍ່ຫານ ສປ ຈີນ - ບໍ່ເຕ່ນ ສປປ ລາວ ຢ່າງຕັ້ງໜ້າ.
ສອງຝ່າຍເຫັນດີເລັ່ງຂະບວນການປຶກສາຫາລື, ພະຍາຍາມບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບມາດຕະການ"ສອງປະເທດກວດກາການເຂົ້າ-ອອກເມືອງຢູ່ຈຸດດຽວ" ໂດຍໄວເພື່ອປັບປຸງການອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທີ່ເດີນທາງຂ້າມຊາດຕາມທາງລົດໄຟລາວ-ຈີນໃຫ້ດີຂຶ້ນຕື່ມອີກ, ຊຸກຍູ້ໃຫ້ທາງລົດໄຟຍົກສູງຄຸນນະພາບ ແລະ ມີປະສິດທິພາບເພີ່ມຂຶ້ນ, ທັງຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ນັບມື້ດີຂຶ້ນຢ່າງບໍ່ຢຸດຢັ້ງ.
ສອງຝ່າຍໄດ້ຮ່ວມກັນກວດກາການເຄື່ອນໄຫວຂອງດ່ານທາງລົດໄຟ ບໍ່ຫານ.
2025年6月3日至4日,中老双方在云南省景洪市举行中老铁路"一地两检"便利通关安排磋商。中国外交部边界与海洋事务司司长洪亮与老挝外交部副部长蓬沙万共同主持。两国外交、公安、海关、移民、铁路等部门和边境省区代表参加。
磋商在友好、坦诚、务实的氛围中举行。双方以两国领导人重要共识为指引,就在中国磨憨—老挝磨丁铁路口岸实施旅客运输"一地两检"安排进行深入沟通,取得积极进展。
双方同意加快磋商进程,争取早日就"一地两检"安排达成一致,进一步改善中老铁路跨境旅乘体验,推动铁路提质增效,助力中老命运共同体建设。
双方共同考察了磨憨铁路口岸运行情况。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
06/06
00:00
— ແບ່ງປັນ —