ງານລ້ຽງອາຫານຄ່ຳຄົບຮອບ 50 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງຈີນກັບມາເລເຊຍໄດ້ຈັດຂຶ້ນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 6 ມິຖຸນານີ້,ງານລ້ຽງອາຫານຄ່ຳເພື່ອສະເຫຼີມສະຫຼອງວັນຄົບຮອບ 50 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງຈີນກັບມາເລເຊຍໄດ້ຈັດຂຶ້ນຢູ່ນະຄອນຄຸນມິງ.

ກິດຈະກໍາຄັ້ງນີ້ຮ່ວມກັນຈັດຂຶ້ນໂດຍສະຖານກົງສຸນໃຫຍ່ມາເລເຊຍປະຈໍານະຄອນຄຸນມິງ,ສະພາການຄ້າຈີນປະຈຳມາເລເຊຍ. 

ໃນໄລຍະຈັດກິດຈະກໍາ,ໄດ້ຈັດພິທີເປີດນໍາໃຊ້ Douyin ຂອງຫໍຮູບພາບມາເລເຊຍ ແລະ ສະຫະພັນການສຶກສາມາເລເຊຍຢ່າງເປັນທາງການ.ແຂກທີ່ເຂົ້າຮ່ວມຍັງໄດ້ຊົມການສະແດງດົນຕີປະສານສຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ມາເລເຊຍຄົບຮອບ 50 ປີ, ພ້ອມທັງການສະແດງວັດທະນະທໍາທີ່ມີເອກະລັກພິເສດ,ບັນຍາກາດພາຍໃນງານມີຄວາມຄຶກຄື້ນມ່ວນຊື່ນ. 

ຈີນ ແລະ ມາເລເຊຍສ້າງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 31 ພຶດສະພາ 1974.ໃນເຄິ່ງສະຕະວັດຜ່ານມາ, ສອງປະເທດໄດ້ປະຕິບັດຕໍ່ກັນຢ່າງຈິງໃຈ,ສາມັກຄີ ແລະ ຮ່ວມມືກັນ,ສະແຫວງຫາການພັດທະນາ.ໃນປີ 2023,ສອງຝ່າຍໄດ້ບັນລຸຄວາມເຫັນດີເຫັນພ້ອມທີ່ສຳຄັນກ່ຽວກັບການຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ ກັບ ມາເລເຊຍ,ແລະ ການພົວພັນລະຫວ່າງສອງປະເທດໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາປະຫວັດສາດ.

ແຂວງຢຸນນານ ແລະ ມາເລເຊຍ ມີພູມສາດໃກ້ຄຽງກັນ ແລະ ມີຈິດໃຈປະຊາຊົນເຊື່ອມຈອດກັນ,ທ່ານ ເຈີນຮື,ນັກເດີນເຮືອລາຊະວົງມິງ ແລະ ທູດມິດຕະພາບທີ່ເກີດຢູ່ເມືອງຈິ້ນນິງນະຄອນຄຸນມິງ,ຍິ່ງຖືກເບິ່ງເປັນສັນຍາລັກແຫ່ງການແລກປ່ຽນແລະຖອດຖອນບົດຮຽນລະຫວ່າງອາລະຍະທໍາຈີນແລະມາເລເຊຍ.ໃນຊຸມປີມໍ່ໆມານີ້,ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEPໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ,ການຮ່ວມກັນສ້າງ"ຫນຶ່ງແລວຫນຶ່ງເສັ້ນທາງ"ໄດ້ກ້າວເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຢ່າງບໍ່ຢຸດຢັ້ງ,ການຍົກເວັ້ນວີຊາໃຫ້ແກ່ກັນລະຫວ່າງຈີນແລະມາເລເຊຍແລະອື່ນໆ,ການແລກປ່ຽນ ແລະ ການຮ່ວມມືລະຫວ່າງແຂວງຢຸນນານ ແລະ ມາເລເຊຍໃນຫຼາຍຂົງເຂດເຊັ່ນ:ເສດຖະກິດການຄ້າ,ການສຶກສາ,ມະນຸດສາດ,ການທ່ອງທ່ຽວ,ການອະນຸລັກຊີວະນານາພັນ ແລະ ອື່ນໆລ້ວນແຕ່ໄດ້ຮັບຫມາກຜົນອັນພົ້ນເດັ່ນ. 

6月6日,中国—马来西亚建交50周年晚宴在昆明举行。

本次活动由马来西亚驻昆明总领事馆、中国马来西亚商会共同举办。

活动期间,举行了马来西亚形象馆官方抖音号、马来西亚教育联盟启动仪式。到场嘉宾还欣赏了庆祝中马建交50周年纪念交响乐演出,以及“飞越海峡·邂逅马来”特色文化表演,现场气氛热烈。

中国与马来西亚于1974年5月31日正式建交。过去半个世纪,两国始终坦诚相待、和衷共济、共谋发展。2023年,双方就共建中马命运共同体达成重要共识,两国关系进入新的历史发展阶段。

云南与马来西亚地缘相近、民心相通,出生在昆明晋宁的明代航海家、友谊使者郑和更被视作中马交流、文明互鉴的象征。近年来,随着《区域全面经济伙伴关系协定》正式生效、共建“一带一路”不断走深走实、中马两国互免签证等,滇马在经贸、教育、人文、旅游、生物多样性保护等多个领域的交流合作均取得显著成果。(云南日报 记者王靖中 李文君)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

06/11

16:00

ແບ່ງປັນ

ແປ
翻译