ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 29 ພຶດສະພານີ້,ກອງປະຊຸມກົນໄກປະຈໍາປີ 2024 ລະຫວ່າງຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ແລະ ກົມອາຊີ-ປາຊີຟິກ ແລະ ອາຟຣິກາກະຊວງການຕ່າງປະເທດລາວໄດ້ຈັດຂຶ້ນຢູ່ນະຄອນຄຸນມິງ.
ສອງຝ່າຍໄດ້ທົບທວນຄືນຫມາກຜົນທີ່ໄດ້ຮັບຈາກການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງແຂວງຢຸນນານ-ລາວ ນັບແຕ່ກອງປະຊຸມກົນໄກປະຈໍາປີ 2023 ເປັນຕົ້ນມາ,ແລະການແລກປ່ຽນວຽກງານກ່ຽວກັບການເພີ່ມທະວີການໄປມາຫາສູ່ກັນລະຫວ່າງບຸກຄະລາກອນລາວ ກັບ ແຂວງຢູນນານ,ເສດຖະກິດການຄ້າ ແລະ ການລົງທຶນ,ວັດທະນະທໍາ ແລະ ການສຶກສາ,ການທ່ອງທ່ຽວ,ກະສິກໍາ-ປ່າໄມ້ ແລະ ຂົງເຂດອື່ນໆໃຫ້ກ້າວເຂົ້າສູ່ລວງເລິກ ແລະ ຕິດແທດຕົວຈິງ,ເລັ່ງລັດຊຸກຍູ້ການດໍາເນີນງານທີ່ມີຄຸນນະພາບສູງຂອງທາງລົດໄຟລາວ-ຈີນ ແລະ ການພັດທະນາອຸດສາຫະກໍາລຽບຕາມເສັ້ນທາງ.
ສອງຝ່າຍກ່າວວ່າຈະຮັດແຫນ້ນ ແລະ ປັບປຸງກົນໄກແລກປ່ຽນວຽກງານປະຈໍາປີໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ,ສ້າງເວທີທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງແຂວງຢູນນານ ກັບ ລາວ,ຂະຫຍາຍການຮ່ວມມືໃນຂົງເຂດສໍາຄັນຂອງສອງຝ່າຍ.
5月29日,云南省外办与老挝外交部亚太非司2024年度机制会议在昆明举行。
双方回顾了2023年度机制会议以来滇老各领域交流合作取得的成果,并就加强滇老人员往来、经贸投资、文化教育、旅游、农林等领域交往合作进一步走深走实,加快推动中老铁路高质量运营和沿线产业开发进行工作交流。
双方表示将不断巩固、完善年度工作交流机制,为滇老各领域交流合作搭建更广阔平台,拓展双边重点领域合作。(云南日报 记者韩成圆)
ທຸກສິ່ງທຸກຢ່າງແມ່ນດີຢູ່ແຂວງຢຸນນານ丨ມາແຂວງຢຸນນານໄວ, ກິນເຫັດປ່າ
ສະບາຍດີ2024-06-07
ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານສາກົນຫຼາຍກວ່າ 200.000 ເທື່ອຄົນ
ສະບາຍດີ2024-05-31
ແຫ່ງທຳອິດຂະບວນລົດໄຟທ່ອງທ່ຽວລະຫວ່າງປະເທດຈີນ-ຫວຽດນາມໄດ້ເປີດນຳໃຊ້
ສະບາຍດີ2024-05-29
ກອງປະຊຸົມການຮ່ວມມືຜະລິດຕະພັນກະສິກຳທາງເອເລັກໂຕຣນິກຂ້າມຊາດແດນສະຫວ່າງປະເທດຈີນ-ອາຊຽນໄດ້ຈັດຂຶ້ນຢູ່ນະຄອນຄຸນມິງ
ສະບາຍດີ2024-05-20
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
06/07
17:26
— ແບ່ງປັນ —