ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ວັນທີ 17 ພຶດສະພານີ້, ກອງປະຊຸົມການຮ່ວມມືຜະລິດຕະພັນກະສິກຳທາງເອເລັກໂຕຣນິກຂ້າມຊາດແດນສະຫວ່າງປະເທດຈີນ-ອາຊຽນໂດຍພະແນກການຄ້າຂອງແຂວງຢຸນນານເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນຄຸນມິງ.
ອາຊຽນແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງແຂວງຢຸນນານ. ປີ 2023, ວົງເງິນການນຳເຂົ້າ ແລະ ສົ່ງອອກຂອງແຂວງຢຸນນານຈາກປະເທດອາຊຽນ ບັນລຸ 68,631 ຕື້ຢວນ, ໄດ້ເພີ່ມຂຶ້ນ 17,2%. ຜະລິດຕະພັນກະສິກຳຈາກເຂດພູພຽງຢູນນານໄດ້ຮັບຄວາມນິຍົມຂອງອາຊີຕາເວັນອອກສຽງໃຕ້ ເຊັ່ນ:ຜັກຜະລິດຈາກເຂດອາກາດອົບອຸ່ນ, ໝາກໄມ້, ດອກໄມ້ສົດ ແລະ ອື່ນໆ, ແລະ ໝາກໄມ້ເຂດຮ້ອນ ແລະ ຜະລິດຕະພັນກະສິກຳຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກພາຍໃນປະເທດຈີນ ແລະ ຕ່າງປະເທດ.ໃນນັ້ນ, ເບຍລາວ, ກາເຟ ຫວຽດນາມ, ໝາກທຸລຽນ ມາເລເຊຍ, ແລະ ໝາກມ່ວງຫິມະພານຂອງກຳປູເຈຍ ທີ່ມີຄຸນນະພາບສູງ ໄດ້ຮັບຕີລາຄາສູງຂອງຕະຫຼາດ.
ແພລະຕະຟອມອີຄອມເມີຊຂ້າມຊາຍແດນແມ່ນວີທີສຳຄັນ ແລະ ຂາດບໍ່ໄດ້ຂອງວິສາຫະກິດຈີນປະຈຳຕ່າງປະເທດທີ່ຈະຂະຫຍາຍຕະຫຼາດຕ່າງປະເທດ.ສະນັ້ນ, ແຂວງຢຸນນານໄດ້ເອົາໃຈໃສ່ເປັນຢ່າງດີຕໍ່ການພັດທະນາອີຄອມເມີຊຂ້າມຊາຍແດນທີ່ຄຸນມິງ, ຕື້ຮົງ, ຮົງເຮີ ແລະ ດ້າລີໄດ້ຮັບອະນຸມັດຈາກສະພາລັດຖະມົນຕີ ເພື່ອສ້າງເຂດທົດລອງຮອບດ້ານອີຄອມເມີຊຂ້າມຊາຍແດນ, ເຊິ່ງໄດ້ສ້າງແພລະຕະຟອມການບໍລິການສາທາລະນະທາງອີຄອມເມີຊຂ້າມຊາຍແດນ1ແຫ່ງ ແລະ ສວນອຸດສາຫະກໍາອອຟໄລ13 ແຫ່ງ, ແລະ ສ້າງສາງສິນຄ້າອີຄອມເມີຊຂ້າມຊາຍແດນປະຈຳຕ່າງປະເທັດ 14 ແຫ່ງ ໃນ 7 ປະເທດ.
ຕາມຂໍ້ມູນແຈ້ງໃຫ້ຮູ້ວ່າ, ກອງປະຊຸມຄັ້ງນີ້ມີວິສາຫະກິດແຂວງຢຸນນານເກືອບ 50 ແຫ່ງໄດ້ບັນລຸຄວາມຕັ້ງໃຈການຮ່ວມມືກັບພະນັກງານ-ລັດຖະກອນການຄ້າອາຊຽນ ແລະ ແພລະຕະຟອມອີຄອມເມີຊຂ້າມຊາຍແດນ,ຫວັງວ່າຈະລົງເລິກ ແລະ ຍົກລະດັບການຄ້າທາງຜະລິດຕະພັນກະສິກໍາໂດຍຜ່ານແພລະຕະຟອມອີຄອມເມີຊຂ້າມຊາຍແດນ, ສ້າງເວທີໃໝ່ ແລະ ຈັງຫວະໃໝ່ໃຫ້ແກ່ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງແຂວງຢຸນນານກັບອາຊຽນໃນຂົງເຂດການຄ້າຜະລິດຕະພັນກະສິກໍາທາງອີຄອມເມີຊຂ້າມຊາຍແດນ.
5月17日,由云南省商务厅主办的中国-东盟农产品跨境电商对接会在昆明举办。
东盟是云南最大的贸易合作伙伴。2023年,云南对东盟国家进出口额为686.31亿元,增长17.2%。云南的温带蔬菜、水果和鲜切花等高原特色农产品畅销东南亚,东南亚国家的热带水果和特色农产品也深受国内外消费者的喜爱。其中,老挝啤酒、越南咖啡、马来西亚榴莲、柬埔寨腰果等优质特色商品备受市场好评。
跨境电商平台是出海企业拓展海外市场不可或缺的重要途径。为此,云南省高度重视跨境电商发展,昆明、德宏、红河、大理先后获国务院批准设立跨境电商综合试验区,建成跨境电商线上公共服务平台1个、线下产业园区13个,在7个国家建设布局跨境电商海外仓14个。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
05/20
00:00
— ແບ່ງປັນ —