ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ເມື່ອບໍ່ດົນມານີ້,ເນື່ອງໃນໂອກາດຂະບວນລົດໄຟໂດຍສານລະຫວ່າງປະເທດຕາມເສັ້ນທາງລົດໄຟລາວ-ຈີນໄດ້ເປີດບໍລິການຄົບຮອບ 1 ປີ,ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງ ສຸມໃສ່ໃຫ້ບໍລິການປຸງແຕ່ງອາຫານເຄື່ອງດື່ນທີ່ມີລັກສະນະຢຸນນານ,ເພື່ອປັບປຸງຍົກລະດັບການຕອບສະໜອງອາຫານ ແລະ ເປີດບໍລິການສັ່ງອາຫານທາງອິນເຕີເນັດໃນຂະບວນລົດໄຟ ໃຫ້ຜູ້ໂດຍສານມີອາຫານປະເພດຕ່າງໆ ແລະ ມີລົດຊາດຫຼາຍຂຶ້ນ.
ໃນໄລຍະໂອກາດບຸນຫົດນ້ຳທີ່ກິ່ງແຂວງສິບສອງພັນນາ, ໄດ້ເປີດຊຸດອາຫານໃໝ່ຈຳນວນໜຶ່ງເຊັ່ນ: ເຂົ້າປຸ້ນໂກຈຽວຂອງແຂວງຢຸນນານ ແລະ ອາຫານລົດຊາດພິເສດຂອງຊົນເຜົ່າໄຕລື້. ພ້ອມທັງຍັງມີ ນໍ້າໝາກໜອດ, ເຂົ່າໜົນບຸນຫົດນ້ຳ, ສາລີໜ້ອຍຂອງກິ່ງແຂວງສິບສອງພັນນາ, ເຂົ້າໝາກນັດ ແລະ ເຂົ່າໜົນ ແລະ ເຄື່ອງດື່ມທີ່ມີລົດຊາດພິເສດຂອງຊົນເຜົ່າໄຕລື້, ໃຫ້ຜູ້ໂດຍສານໄດ້ສຳຜັດກັບການບໍລິການທ່ອງທ່ຽວທີ່ດີເລີດຂອງ"ກິນລົດຊາດອາຫານໄຕລື້ຢູ່ເທິງຂະບວນລົດໄຟ ແລະ ຊີມລົດຊາດອາຫານແຂວງຢຸນນານທີ່ເຂົ້າເມືອງຈີນ".
ປະຈຸບັນນີ້, ອາຫານອົບອຸ່ນຂາຍພຽງແຕ່ຢູ່ໃນຂະບວນລົດໄຟພາຍໃນປະເທດຈີນຕາມທາງລົດໄຟລາວ-ຈີນ ເຊັ່ນ: C382, C384, C385, C386. ຜູ້ໂດຍສານສາມາດສັ່ງອາຫານດ້ວຍ QR code ຢູ່ບ່ອນນັ່ງ ຫຼື ຕິດຕໍ່ພະນັກງານຂອງຂະບວນລົດໄຟ.
近日,在中老铁路国际旅客列车开行一周年之际,中国铁路昆明局集团有限公司立足云南饮食特色,不断优化改进列车餐食供给,推出动车组列车互联网订餐服务,为旅客提供更多品种、口味的餐食服务。
正值西双版纳泼水节期间,推出了云南过桥米线、傣味特色风味等多个新品套餐,增加了百香果饮料、泼水粑粑、版纳小玉米、菠萝饭等傣味特色饮品和小吃,让广大旅客感受到“坐着火车吃傣味,一入国门就能品尝云南特色美食”的美好出行服务体验。
目前,热链盒饭仅在中老铁路国内段C382、C384、C385、C386次列车上售卖,旅客可扫描座椅上的二维码或联系列车工作人员订餐。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
04/16
00:00
— ແບ່ງປັນ —