ຂະບວນລົດໄຟຂົນສົ່ງສິນຄ້າສາກົນລະຫວ່າງນະຄອນຫວຍຮົ້ວ-ນະຄອນຫຼວງວຽງຈັນຜ່ານທາງລົດໄຟລາວ-ຈີນທີ່ແລ່ນເປັນປົກກະຕິທຸກໆມື້ຖ້ຽວທໍາອິດເປີດນໍາໃຊ້ຢ່າງເປັນທາງການ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນທີ 30 ຕຸລານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນທີ່ແລ່ນເປັນປົກກະຕິທຸກໆມື້, ໄດ້ບັນທຸກຜະລິຕະພັນກະເສດ, ເຄື່ອງກົນຈັກກະເສດ ແລະ ຜະລິດຕະພັນເຄມີທັງ76 ຕູ້ 1.229 ໂຕນ ຄ່ອຍໆເດີນທາງອອກຈາກທ່າບົກສາກົນຂອງນະຄອນຫວຍຮົ້ວ, ຜ່ານທາງລົດໄຟລາວ-ຈີນແລ່ນຮອດນະຄອນຫຼວງວຽງຈັນ ສປປ ລາວ. ນີ້ແມ່ນຂະບວນລົດໄຟຂົນສົ່ງສິນຄ້າສາກົນລະຫວ່າງນະຄອນຫວຍຮົ້ວ-ນະຄອນຫຼວງວຽງຈັນຜ່ານທາງລົດໄຟລາວ-ຈີນທີ່ແລ່ນເປັນປົກກະຕິທຸກໆມື້ຖ້ຽວທໍາອິດ, ທີ່ອອກເດີນທາງແຕ່ທ່າບົກສາກົນຂອງນະຄອນຫວຍຮົ້ວ, ຈະສົ່ງເສີມຜະລິດຕະພັນກະເສດສົ່ງອອກສູ່ປະເທດອາຊຽນ, ແລະຊຸກຍູ້ການຮ່ວມມືດ້ານເສດຖະກິດກາຄ້າ ແລະ ການແລກປ່ຽນດ້ານວັດທະນະທໍາລະຫວ່າງປະເທດຮ່ວມສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”.

1

ຂະບວນລົດໄຟຜ່ານທາງລົດໄຟລາວ-ຈີນທີ່ແລ່ນເປັນປົກກະຕິທຸກໆມື້ມີທ່າແຮງເຊັ່ນແລ່ນລົດຕາມແຜນຢ່າງເຂັມງວດ, ຮັບປະກັນການຂົນສົ່ງຕາມເວລາກໍານົດ ແລະ ອື່ນໆ, ເມື່ອທຽບຂະບວນລົດໄຟທໍາມະດາ, ຂະບວນລົດໄຟຜ່ານທາງລົດໄຟລາວ-ຈີນທີ່ແລ່ນເປັນປົກກະຕິທຸກໆມື້ສາມາດປະຫຍັດເວລາການຂົນສົ່ງ 1 ມື້, ປະສິດທິພາບສູງກວ່າ, ແລະຈະຊຸກຍູ້ໃຫ້ນະຄອນຫວຍຮົ້ວ ແລະ ເຂດອ້ອມຂ້າງເລັ່ງລັດກໍ່ສ້າງຮູບແບບໂລຈິສຕິກຂະໜາດໃຫຍ່ທີ່ເຊື່ອມຕໍ່ທົ່ວປະເທດ.


10月30日,一列满载76标箱、货重1229吨农产品、农机器械、化工制品的乡村振兴国际货运图定班列从湖南怀化国际陆港开出,沿着中老铁路驶向老挝万象。这是怀化国际陆港开行的首趟怀化至万象中老铁路国际货运图定班列,将促进农副产品出口东盟,推动共建“一带一路”国家间的经贸合作和文化交流。

1

中老铁路图定班列在运行途中严格按图行车、确保运输准到期限等优势,较此前普通班列时效更快,可节约1天的在途运输时间,将有效带动怀化及周边地区加快构建联动全国的大物流格局。

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:XuTing]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

10/31

16:43

ແບ່ງປັນ

ແປ
翻译