ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນສາກົນລາວ-ຈີນ ແລະ ຈີນ-ຫວຽດນາມ ຖ້ຽວທໍາອິດ ໄດ້ເລີ່ມເປີດນໍາໃຊ້ແລ້ວທັງສອງທິດທາງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນທິ 16 ຕຸລານີ້, ລົດໄຟຂົນສົ່ງສິນຄ້າແຊ່ເຢັນສາກົນ 2 ຂະບວນທີ່ບັນທຸກບຣັອກໂຄລີ, ຜັກກາດ, ໝາກພິລາ ແລະ ໝາກໄມ້ ແລະ ຜັກເອກະລັກອອກລົດແຕ່ສະຖານີລົດໄຟຢ່ຽນເຫີນະຄອນຢູ້ຊີແຂວງຢຸນນານໃນເວລາພ້ອມກັນ, ຈະໄປຮອດນະຄອນຫຼວງວຽງຈັນ ສປປ ລາວ ແລະ ແຂວງລາວກາຍ ສສ ຫວຽດນາມໃນໜຶ່ງມື້ຕໍ່ໄປ. ເປັນຂີດໝາຍວ່າຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນສາກົນລາວ-ຈີນ ແລະ ຈີນ-ຫວຽດນາມເປີດນໍາໃຊ້ຢ່າງເປັນທາງການ.

ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນສາກົນລາວ-ຈີນໄດ້ອາໄສທາງລົດໄຟລາວ-ຈີນ, ເປີດຖ່ຽວການອອກລົດທັງສອງທິດທາງລະຫວ່າງນະຄອນຄຸນໝິງ - ນະຄອນຢູ້ຊີ - ນະຄອນຫຼວງວຽງຈັນ,ຕະຫຼອດໄລຍະທາງໃຊ້ເວລາ 26 ຊົ່ວໂມງ; ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນສາກົນຈີນ-ຫວຽດນາມໄດ້ອາໄສທາງລົດໄຟຄຸນໝິງ-ຢູ້ຊີ-ເຮີໂຂ່ວ ແລະ ລົດໄຟເກົ່າຈີນ-ຫວຽດນາມ, ຂົນສົ່ງສິນຄ້າຈາກນະຄອນຄຸນໝິງ, ຢູ້ຊີ ໄປຫາ ແຂວງລາວກາຍ ສສ ຫວຽດນາມໂດຍກົງ, ຕະຫຼອດໄລຍະທາງໃຊ້ເວລາ 20 ຊົ່ວໂມງ. ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນລາວ-ຈີນ ແລະ ຈີນ-ຫວຽດນາມຕໍ່ພາຍໃນໄດ້ເຊື່ອມຕໍ່ທຸກແຂວງຜ່ານແຂວງຢຸນນານ, ຕໍ່ພາຍນອກໄດ້ເຊື່ອມຕໍ່ແລວທາງເສດຖະກິດຈີນ-ອິນດູຈີນ, ສ້າງຊີວິດຊີວາໃໝ່ໃຫ້ແກ່ແຂວງຢຸນນານໃນການບໍລິການ ແລະ ເຊື່ອມໂຍງການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງ.

ປະລິມານການຜະລິດພືດຜັກຂອງແຂວງຢູນນານປີໜຶ່ງມີເຖິງ 28 ລ້ານໂຕນຂຶ້ນໄປ, ແລະ ປະລິມານການຜະລິດໝາກໄມ້ມີປະມານ 13 ລ້ານໂຕນ, ທຸກປີຈະສົ່ງອອກສູ່ປະເທດອາຊີຕາເວັນອອກສ່ຽງໃຕ້ປະມານ 2 ລ້ານໂຕນ. ຫຼັງຈາກເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນສາກົນລາວ-ຈີນ ແລະ ຂະບວນຂົນສົ່ງສິນຄ້າແຊ່ເຢັນສາກົນຈີນ-ຫວຽດນາມ ແລ້ວ, ຄາດວ່າທຸກປີຈະສາມາດຂົນສົ່ງໄດ້ 50.000 ໂຕນຂຶ້ນໄປ. ພ້ອມດຽວກັນນັ້ນ, ໝາກໄມ້ເຂດຮ້ອນທີ່ຜະລິດຈາກປະເທດໄທ, ລາວ, ຫວຽດນາມ ກໍຈະຖືກນໍາເຂົ້າ ແລະ ສະໜອງໃຫ້ຕະຫຼາດຈີນຢ່າງຕໍ່ເນື່ອງ, ທຸກປີຈະສາມາດຂົນສົ່ງໄດ້ 100.000 ໂຕນຂຶ້ນໄປ.

ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນສາກົນລາວ-ຈີນ ແລະ ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນສາກົນຈີນ-ຫວຽດນາມ ໄດ້ດໍາເນີນນະໂຍບາຍການຫຼຸດຄ່າຂົນສົ່ງລົງ 50%, ບວກໃສ່ກັບນະໂຍບາຍອຸດໝູນຕ່າງໆ, ຈະສາມາດເຮັດໃຫ້ຕົ້ນທຶນການຂົນສົ່ງຫຼຸດລົງຢ່າງຫຼວງຫຼາຍ.ໃນເບື້ອງຕົ້ນຂອງການເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນສາກົນລາວ-ຈີນ ແລະ ຈີນ-ຫວຽດນາມ, ນະຄອນຄຸນໝິງ ຫາ ນະຄອນຫຼວງວຽງຈັນເປີດຂະບວນລົດໄຟ 1 ຖ້ຽວຕໍ່ມຶ້,ນະຄອນຄຸນໝິງຫາລາວກາຍ ສສ ຫວຽດນາມ ເປີດຂະບວນລົດໄຟ 1 ຖ່ຽວຕໍ່ອາທິດ, ພາກສ່ວນທາງລົດໄຟຈະປັບຈັງຫວະການອອກລົດຕາມຄວາມຕ້ອງການຂອງລູກຄ້າ.


昆明信息港讯(昆明日报 记者王绍芬 通讯员张伟明 周涛)10月16日,两列满载云南西蓝花、白菜、石榴等特色果蔬的冷链班列,同时从云南省玉溪市研和站驶出,1天后将分别抵达老挝万象和越南老街。这标志着中老、中越铁路国际冷链货运班列正式开通运营。

中老国际冷链货运班列依托中老铁路打造,实现云南昆明、玉溪至老挝万象双向对开,全程运行26小时;中越国际冷链货运班列依托昆(明)玉(溪)河(口)铁路、中越米轨铁路打造,实现云南昆明、玉溪至越南老街一站式直达,全程运行20小时。中老、中越国际冷链货运班列对内通过云南连通内陆,对外连通中国—中南半岛经济走廊,为云南服务和融入高质量共建“一带一路”注入了新活力。

云南每年蔬菜产量在2800万吨以上,水果1300万吨左右,每年出口至东南亚国家在200万吨左右。中老、中越国际冷链货运班列开行后,预计每年将运输 5 万多吨出口。同时,产自泰国、老挝、越南的热带水果,也可源源不断进口供应国内市场,每年将运输 10多万吨进口。

中老、中越铁路国际冷链联运实施铁路运价下浮50%政策,加上相关补助政策,可大幅压缩企业物流成本。中老、中越国际冷链货运班列运营初期,昆明至万象每天1列,昆明至老街每周1列,铁路部门将根据客户需求,动态调整班列开行频次。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:XuTing]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = 2978.5 LAK

-

2023

10/20

17:02

ແບ່ງປັນ

ແປ
翻译