ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ນັບແຕ່ປັບປຸງນະໂຍບາຍອຸດໝູນດ້ານການຂົນສົ່ງສິນຄ້າສາກົນທາງລົດໄຟລາວ-ຈີນຢ່າງຕໍ່ເນື່ອງ, ການເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າສາກົນທາງລົດໄຟລາວ-ຈີນໄດ້ຫັນປ່ຽນໄປສູ່ຂະໜາດໃຫຍ່. ນັບແຕ່ເປີດນໍາໃຊ້ທາງລົດໄຟລາວ-ຈີນເປັນຕົ້ນມາ, ຈົນຮອດວັນທິ 30 ກັນຍານີ້, ຈີນໄດ້ອອກລົດໄຟຂົນສົ່ງສິນຄ້າສາກົນຜ່ານທາງລົດໄຟລາວ-ຈີນເກືອບ 6.800 ຖ້ຽວ, ຂົນສົ່ງສິນຄ້າສາກົນຫຼາຍກວ່າ 5.550.000 ໂຕນ.
ຕາມແນະນໍາວ່າ, ຈົນຮອດປະຈຸບັນນີ້, ໃນທົ່ວປະເທດໄດ້ມີ 25 ແຂວງ (ເຂດ, ນະຄອນ) ດໍາເນີນທຸລະກິດການຂົນສົ່ງສິນຄ້າສາກົນອາໄສທາງລົດໄຟລາວ-ຈີນ, ເຄືອຂ່າຍການຄ້າໄດ້ແຜ່ຂະຫຍາຍໄປສູ່ 10 ກວ່າປະເທດແລະພາກພື້ນລວມປະເທດລາວ, ໄທ, ມຽນມາ, ຫວຽດນາມ, ແລະມາເລເຊຍ. ໃນນັ້ນ, “ຂະບວນລົດໄຟຂົນສົ່ງສິນຄ້າສາຍດ່ວນແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ແລະ ຂະບວນລົດໄຟຂົນສົ່ງສິນຄ້າສາຍດ່ວນ ຣອງເອີ”ເຊື່ອມຕໍ່ທາງລົດໄຟລາວ-ຈີນ ແລະ ທາງລົດໄຟຈີນ-ເອີລົບ; ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນການຂົນສົ່ງຮ່ວມມືຫຼາຍວິທີລະຫວ່າງຈີນ-ລາວ-ໄທ ໄດ້ບັນລຸການອອກລົດ1-2 ຖ້ຽວຕໍ່ມື້ຢ່າງປົກກະຕິ; ຂະບວນລົດໄຟຂົນສົ່ງສິນຄ້າສາກົນລະຫວ່າງ“ນະຄອນຊຽງໄຮ-ແຂວງຢຸນນານ·ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”, ອາໄສທາງລົດໄຟລາວ-ຈີນ ແລະ ທາງລົດໄຟຊຽງໄຮ-ຄຸນໝິງ, ໄດ້ເປີດຖ່ຽວການອອກລົດທັງສອງທິດທາງລະຫວ່າງນະຄອນຊຽງໄຮ- ນະຄອນຄຸນໝິງ - ນະຄອນຫຼວງວຽງຈັນ; ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນລາວ-ຈີນໄດ້ເປີດຖ່ຽວການອອກລົດທັງສອງທິດທາງລະຫວ່າງນະຄອນຄຸນໝິງ - ນະຄອນຢູ້ຊີ - ນະຄອນຫຼວງວຽງຈັນ.
ສິ່ງທີ່ມີມູນຄ່າກ່າວເຖິງວ່າ, ແຕ່ເດືອນມັງກອນຫາເດືອນກັນຍາປີນີ້, ແຂວງຢຸນນານໄດ້ອອກລົດໄຟຂົນສົ່ງສິນຄ້າສາກົນຜ່ານທາງລົດໄຟລາວ-ຈີນທັງໝົດ 2.730 ຖ້ຽວ, ເພິ່ມຂຶ້ນ 60.10% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ໄດ້ຂົນສົ່ງສິນຄ້າທັງໝົດ 3.046.200ໂຕນ, ເພິ່ມຂຶ້ນ 147.41% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ປະເພດສິນຄ້າຈາກ100 ກວ່າປະເພດລວມປຸ໋ຍ, ຜະລິດຕະພັນປະຈໍາວັນໃນໄລຍະຕົ້ນຂະຫຍາຍເປັນ 35 ປະເພດ 1.700 ກວ່າຊະນິດລວມສິນຄ້າເອເລັກໂຕຣນິກ, ຜະລິດຕະພັນໄຟຟ້າ, ສິນຄ້າສົດ ແລະ ອື່ນໆ, ຍອດມູນຄ່າສິນຄ້າຫຼາຍກວ່າ 19 ຕື້ຢວນ.
ການເປີດນໍາໃຊ້ຂະບວນລົດໄຟລາວ-ຈີນຂົນສົ່ງສິນຄ້າລະຫວ່າງປະເທດໄດ້ຫັນປ່ຽນໄປສູ່ຂະໜາດໃຫຍ່), ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າສາກົນ ແລະ ການໄປມາຫາສູ່ກັນດ້ານການຄ້າເຂດລຽບຕາມທາງລົດໄຟລາວ-ຈີນ. ຕາມຂໍ້ມູນວ່າ, ຍອດມູນຄ່າການຄ້າລະຫວ່າງແຂວງຢຸນນານ ແລະ ລາວມີທ່າອ່ຽງເຕີບໂຕ, ແຕ່ເດືອນມັງກອນຫາເດືອນກັນຍາ, ຍອດມູນຄ່າຂາເຂົ້າ-ຂາອອກບັນລຸ 9.34 ຕື້ຢວນ, ເພີ່ມຂຶ້ນ 14.7% ເມື່ອທຽບໄລຍະດຽວກັນຂອງປີກາຍ.
随着中老铁路国际货运物流扶持政策不断优化调整,中老铁路国际货运班列已由常态化运营转为规模化运营。自中老铁路开通以来,截至9月30日,中国累计开行中老铁路国际货运列车近6800列,跨境货运量超555万吨。
据介绍,截至目前,全国已有25个省(区、市)依托中老铁路开展国际货物运输业务,贸易网络辐射老挝、泰国、缅甸、越南、马来西亚等10余个国家和地区。其中,“澜湄蓉欧快线”国际货运班列贯通衔接中老铁路与中欧班列;中老泰国际多式联运冷链专列实现每天1-2列常态化开行;“沪滇·澜湄线”国际货运班列,依托中老铁路、沪昆铁路实现了上海-昆明-万象双向对开;中老国际冷链货运班列实现云南昆明、玉溪至老挝万象双向对开。
值得一提的是,今年1-9月,云南省累计开行中老铁路国际货运列车2730列、同比增长60.10%,货运量304.62万吨、同比增长147.41%;货物品类从初期的化肥、百货等100多种,扩展到电子、光伏、鲜货等35个大类1700多种,货物货值超190亿元。
中老铁路国际货运班列规模化运营,有力促进沿线贸易往来和国际经贸合作。数据显示,云南与老挝贸易额呈逆势增长态势,1-9月,进出口额达93.4亿元,同比增长14.7%。
ການສະແດງວິດີໂອສັ້ນແລະຜົນສໍາເລັດຂອງການແຂ່ງຂັນວິດີໂອສັ້ນ ພາຍໃຕ້ຫົວຂໍ້"ເລື່ອງລາວຂອງຂ້ອບກັບທາງລົດໄຟຈີນ-ລາວ"
ສະບາຍດີ2023-10-26
ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນສາກົນລາວ-ຈີນ ແລະ ຈີນ-ຫວຽດນາມ ຖ້ຽວທໍາອິດ ໄດ້ເລີ່ມເປີດນໍາໃຊ້ແລ້ວທັງສອງທິດທາງ
ສະບາຍດີ2023-10-20
ລົດໄຟຜູ້ໂດຍສານສາກົນຜ່ານທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ມາເປັນເວລາເຄິ່ງປີແລ້ວ, ດ່ານບໍ່ຫ້ານໄດ້ກວດກາ ແລະ ປ່ອຍໄປຜູ້ໂດຍສານເຂົ້າອອກເມືອງ 81,000 ເທື່ອຄົນ
ສະບາຍດີ2023-10-16
ໂຄງການລັດຖະບານຈີນຊ່ວຍເຫຼືອລັດຖະບານລາວກໍ່ສ້າງວິທະຍາໄລເຕັກນິກວິຊາຊີບການລົດໄຟລາວໄດ້ມອບ-ຮັບໃຫ້ຝ່າຍລາວຢ່າງເປັນທາງການ
ສະບາຍດີ2023-10-17
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
10/31
10:20
— ແບ່ງປັນ —