ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ໃນວັນທິ 21 ຕຸລານີ້, ກອງປະຊຸມສົ່ງເສີມການລົງທຶນ ແລະກອງປະຊຸມລົງນາມສັນຍາໂຄງການຂະແໜງການວັດທະນະທໍາໃນງານວາງສະແດງຂະແໜງການວັດທະນະທໍາ(2022—2023)ຈັດຂຶ້ນຢູ່ນະຄອນຄຸນໝິງ. ໃນສະໜາມທັງໄດ້ສົ່ງເສີມໂຄງການຂະແໜງການວັດທະນະທໍາ 22 ໂຄງການ ແລະ ໂຄງການກ່ຽວຂ້ອງວັດທະນະທໍາ 58 ໂຄງການ, ໄດ້ລົງນາມສັນຍາໂຄງການລົງທຶນຂະແໜງການວັດທະນະທໍາອັນສໍາຄັນຊຸດໜຶ່ງ, ດ້ວຍມູນຄ່າຫຼາຍກວ່າ 7 ຕຶ້ຢວນ.
ກອງປະຊຸມສົ່ງເສີມຄັ້ງນີ້ຈຸດປະສົງແມ່ນດຶງດູດກອງທຶນ ແລະ ວິສາຫະກິດທີ່ດີພາຍໃນ ແລະ ຕ່າງປະເທດຫຼາຍກວ່າເອົາໃຈໃສ່ແຂວງຢຸນນານ, ຮ່ວມສົນທະນາການຮ່ວມມືດ້ານຂະແໜງການ ແລະ ຮ່ວມຊອກຫາວິທີການພັດທະນະ. ໃນພ້ອມກັນນັ້ນ, ຍັງເປັນເວທີຂອງແຂວງຢຸນນານສະແດງໃຫ້ເຫັນຊັບພະຍາກອນວັດທະນະທໍາຢ່າງອຸດົມສົມບູນ ແລະ ກໍາລັງບົ່ມຊ້ອນດ້ານການລົງທຶນຂະແໜງການວັດທະນະທໍາຕໍ່ປະເທດ ແລະ ທົ່ວໂລກ, ສຸມໃສ່ຫົວຂໍ້“ການສືບທອດປະດິດສ້າງໃໝ່ວັດທະນະທໍາ ແລະ ການພັດທະນາຂະແໜງການ”, ອີງໃສ່ຊັບພະຍາກອນດ້ານວັດທະນະທໍາຢ່າງອຸດົມສົມບູນ ແລະ ສະພາບແວດລ້ອມແຫ່ງລົງທຶນຢ່າງດີໃນທົ່ວແຂວງ, ສ້າງງານມະຫະກໍາທີ່ປະກອບດ້ວຍດຶງດູດການລົງທຶນ, ແລກປ່ຽນວັດທະນະທໍາ ແລະ ເຊື່ອມຕໍ່ຂະແໜງການຢ່າງສູດຄວາມສາມາດ.
ໃນກອງປະຊຸມສົ່ງເສີມດັ່ງກ່າວ, ໄດ້ສົ່ງເສີມໂຄງການຂະແໜງການວັດທະນະທໍາ 22 ໂຄງການ ແລະ ໂຄງການກ່ຽວຂ້ອງວັດທະນະທໍາ 58 ໂຄງການ, ແລະໄດ້ລົງນາມສັນຍາໂຄງການລົງທຶນຂະແໜງການວັດທະນະທໍາອັນສໍາຄັນຊຸດໜຶ່ງ. ໂຄງການດັ່ງກ່າວກວມເອົາຫຼາຍຂົງເຂດລວມການທ່ອງທ່ຽວວັດທະນະທໍາ, ຄວາມຄິດສ້າງສັນວັດທະນະທໍາ, ການຜະລິດຮູບເງົາ ແລະ ໂທລະພາບ, ເກມ ແລະ ກາຕູນ, ການຄ້າຜະລິດຕະພັນສິລະປະ, ບໍ່ພຽງແຕ່ຍົກໃຫ້ເຫັນລັກສະນະວັດທະນະທຳທີ່ເປັນເອກະລັກສະເພາະຂອງແຂວງຢຸນນານເທົ່ານັ້ນ, ຍັງເນັ້ນໜັກການສືບທອດ ແລະ ນະວັດຕະກຳຂອງຂະແໜງການ. ຕາມສະຖິຕິເບື້ອງຕົ້ນ, ກອງປະຊຸມສົ່ງເສີມການລົງທຶນຄັ້ງນີ້ຄາດຈະລົງນາມສັນຍາດ້ວຍມູນຄ່າຫຼາຍກວ່າ 7 ຕຶ້ຢວນ.
ຜ່ານການຈັດຕັ້ງກອງປະຊຸມສົ່ງເສີມ, ແຂວງຢຸນນານເຕົ້າໂຮມກໍາລັງແຮງທຸກຝ່າຍ, ຮ່ວມກັນຄົ້ນຫາຊັບພະຍາກອນວັດທະນະທໍາທີ່ມີຄຸນນະພາບສູງ, ເພິ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງແຂວງ, ພະຍາຍາມດຶງດູດການລົງທຶນ, ນໍາເຂົ້າບຸກຄະລາກອນ ແລະ ສະຕິບັນຍາ, ຊຸກຍູ້ໃຫ້ຂະແໜງການວັດທະນະທໍາມີການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ, ບໍລິການ ແລະ ເສີມຂະຫຍາຍເສດຖະກິດຊັບພະຍາກອນ, ເສດຖະກິດດ່ານຊາຍແດນ, ດ່ານສວນອຸດສາຫະກໍາ, ເພື່ອສ້າງເງື່ອນໄຂດ້ານວັດທະນະທໍາໃຫ້ແກ່ການປະຕິບັດເປົ້າໝາຍພັດທະນາຍຸດທະສາດ“3815”.
10月21日,创意云南文化产业博览会(2022—2023)招商引资推介会暨文产项目签约大会在昆明举行。现场推介22个文化产业项目和58个文化相关项目,一批重要文化产业投资项目成功签约,拟签约金额70余亿元。
本场推介会旨在吸引更多国内外资本和优秀企业关注云南,共话产业合作、共谋发展大计。同时,也是云南省向全国乃至全球展示丰富文化资源和文化产业投资潜力的平台,聚焦“文化传承创新和产业发展”主题,以全省丰富的文化资源和优良的投资环境为依托,全力打造一场集招商引资、文化交流、产业对接等于一体的盛会。
推介会上,共有22个文化产业项目和58个文化相关项目进行推介,一系列重要的文化产业投资项目成功签约。项目涵盖了文化旅游、文化创意、影视制作、动漫游戏、艺术品交易等多个领域,不仅突显了云南独特文化资源特色,更加强调产业的传承和创新。据初步统计,本次招商引资推介会拟签约金额达70余亿元人民币。
通过推介会的举办,云南省凝聚起各方力量,合力发掘优质文化资源,加强省际交流合作,大力招商引资、招才引智,促进文化产业繁荣发展,服务壮大资源经济、口岸经济、园区经济,为实施“3815”战略发展目标提供有利文化条件。(春城晚报-开屏新闻记者 罗宗伟 龚楚童 孙嘉辰 邓莎莎 文 文博会组委会供图)
ມັນຕົ້ນແຫ້ງຈໍານວນ 530 ໂຕນຈາກລາວຊຸດທໍາອິດເຂົ້າເມືອງໃຊ້ທາງລົດໄຟລາວ-ຈີນຢ່າງສໍາເລັດຜົນ
ສະບາຍດີ2023-10-25
ມາຣາທອນເຄິ່ງທາງຄຸນໝິງເລີ່ມຂຶ້ນໃນວັນທີ 22 ຕຸລານີ້
ສະບາຍດີ2023-10-19
ນະຄອນຫຼວງວຽງຈັນ-ນະຄອນຄຸນໝິງ-ນະຄອນຊຽງໄຮ້ ຂ້າມພູຂ້າມນໍ້າ ຮ່ວມແບ່ງປັນຄວາມຈະເລີນຮຸ່ງເຮືອງ
ສະບາຍດີ2023-10-11
ຊາວໜຸ່ມຈາກ 6 ປະເທດລ້ານຊ້າງ-ແມ່ນ້ຳຂອງໃຊ້ກະຕໍ້ເພື່ອດຳເນີນການຮ່ຳຮຽນ ແລະ ແລກປ່ຽນວັດທະນະທຳກິລາ
ສະບາຍດີ2023-10-13
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
10/26
16:42
— ແບ່ງປັນ —