ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 21 ຕຸລານີ້,ພາຍໃຕ້ການຕິດຕາມກວດກາຂອງດ່ານພາສີເມືອງລາທີ່ຂຶ້ນກັບດ່ານພາສີນະຄອນຄຸນໝິງ,ມັນຕົ້ນແຫ້ງຊຸດທຳອິດຈາກລາວທີ່ນຳເຂົ້າໃຊ້ທາງລົດໄຟລາວ-ຈີນໄດ້ຜ່ານດ່ານພາສີຢ່າງສໍາເລັດຜົນ.ມັນຕົ້ນແຫ້ງຈໍານວນ 530 ໂຕນດັ່ງກ່າວໄດ້ອອກເດີນທາງຈາກນະຄອນຫລວງວຽງຈັນຂອງລາວເຂົ້າມາປະເທດຈີນໂດຍຜ່າດ່ານຊາຍແດນທາງລົດໄຟ ບໍ່ຫານ ແລະ ສຸດທ້າຍ ກໍໄດ້ ມາຮອດ ນະຄອນ ລານໂຈວ ແຂວງກ່ານຊູ.
ມັນຕົ້ນແຫ້ງສ່ວນຫຼາຍແມ່ນໃຊ້ໃນການຜະລິດເຫຼົ້າ,ການປຸງແຕ່ງອາຫານສັດ,ການກິນ ແລະອື່ນໆ.ວັນທີ 9 ຕຸລານີ້,ສະຖານທີ່ກວດກາການນຳເຂົ້າສະບຽງອາຫານນໍາເຂົ້າທີ່ດ່ານຊາຍແດນລົດໄຟ ບໍ່ຫານ ໄດ້ຜ່ານການກວດກາ ແລະ ຮັບຮອງຈາກກົມໃຫຍ່ພາສີແລ້ວ,ໝາຍຄວາມວ່າສາລີ,ມັນຕົ້ນແຫ້ງ,ຖົ່ວເຫຼືອງແຫ້ງແລະຜະລິດຕະພັນກະເສດເມັດພືດອື່ນໆຂອງປະເທດອ້ອມຂ້າງທີ່ຖືກອະນຸຍາດເຂົ້າຈີນສາມາດເຂົ້າເມືອງ ແລະ ເຂົ້າຕະຫຼາດຈີນໂດຍກົງຜ່ານທາງລົດໄຟລາວ-ຈີນ.
ຫຼັງຈາກຂະບວນລົດໄຟມາຮອດດ່ານຊາຍແດນລົດໄຟ ບໍ່ຫານ,ເຈົ້າໜ້າທີ່ພາສີໄດ້ປະຕິບັດການກວດກາຢູ່ສະຖານທີ່, ການກັກກັນເບື້ອງຕົ້ນແລະການກວດກາຢູ່ຫ້ອງທົດລອງ.ສຸມໃສ່ກວດກາເບິ່ງວ່າ ມັນຕົ້ນແຫ້ງທີ່ນໍາເຂົ້າມານັ້ນ ມີຄວາມຊຸ່ມຊື່ນ,ເປັນພະຍາດອັກເສບ,ມີແມງໄມ້ກັດກິນ ຫຼື ມີການອຸດຕັນຂອງດິນບໍ່ ແລະ ມີສານອັນຕະລາຍໃດໆ ທີ່ຈະປ່ອຍໄປພາຍຫຼັງທີ່ຜ່ານການກວດກາ ແລະ ກັກກັນເປັນຖືກມາດຕະຖານ,ຄວາມປອດໄຟດ້ານຊີວະພາບແຫ່ງຊາດ.
ດ້ວຍສະຖານທີ່ຄວບຄຸມການກໍານົດທີ່ສົມບູນແບບຢູ່ທີ່ດ່ານຊາຍແດນລົດໄຟ ບໍ່ຫານ ໄດ້ນໍາໃຊ້,ໂດຍອີງໃສ່ລະບົບການຂົນສົ່ງຫຼາຍຮູບຫຼາຍແບບທີ່ມີຄວາມກ້າວໜ້າ ແລະ ພື້ນຖານໂຄງລ່າງທີ່ສົມບູນແບບນັບມື້ນັບດີຂຶ້ນ,ໜ້າທີ່ລວມຂອງດ່ານຊາຍແດນລົດໄຟ ບໍ່ຫານ ໄດ້ຮັບການປັບປຸງຕື່ມອີກ.ສົມທົບກັບການຊຸກຍູ້ການເຂົ້າເຖິງການກັກກັນຜະລິດຕະພັນກະສິກຳ ແລະ ສະບຽງອາຫານຂອງປະເທດອ້ອມຂ້າງ,ສິນຄ້າກະສິກຳແລະສະບຽງອາຫານທີ່ມີຄຸນນະພາບສູງຈາກລາວ, ໄທແລະບັນດາປະເທດ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຈະນໍາເອົາຮັບປະໂຫຍດຈາກການຜ່ານດ່ານຂອງທາງລົດໄຟລາວ-ຈີນໃຫ້ສະດວກແລະເປັນລະບຽບການຂົນສົ່ງສິນຄ້າສາກົນໄປຂາຍຢູ່ຕະຫຼາດພາຍໃນປະເທດຫລືແມ່ນແຕ່ປ່ຽນດ່ານໄປຕ່າງປະເທດຢ່າງປອດໄພແລະວ່ອງໄວກວ່າເກົ່າ,ຊຸກຍູ້ການພັດທະນາຄຸນນະພາບທີ່ສູງຂຶ້ນຂອງ "ເສັ້ນທາງທອງຄຳ" ຂອງທາງລົດໄຟລາວ-ຈີນ.
10月21日,在昆明海关所属勐腊海关的监管验放下,首批通过中老铁路进口的老挝木薯干顺利通关。该批木薯干重530吨,自老挝万象始发,经磨憨铁路口岸入境最终抵达甘肃兰州。
木薯干主要用于酒精生产、饲料加工、食用等。10月9日,磨憨铁路口岸进境粮食指定监管场地通过总署验收,标志着周边国家玉米、木薯干、干绿豆等已准入的粮食类农产品可以经中老铁路直接入境进入国内市场。
列车运抵磨憨铁路口岸后,海关关员第一时间开展现场查验、检疫初筛、实验室送检等工作,重点检查进口木薯干有无水湿、霉变、虫蛀、土块,是否携带有害生物等情况,经检验检疫合格后予以放行,有效保障国门生物安全。
随着磨憨铁路口岸综合性指定监管场地全部投入使用,依托日趋成熟的多式联运体系、日益完善的基础设施,磨憨铁路口岸整体功能得到进一步提升。结合周边国家农食产品检疫准入的推进,来自老挝、泰国等“一带一路”共建国家的优质农食产品,将借助中老铁路通关便捷、国际货运规模化的优势,更加安全快速地销往国内市场甚至转口到海外,有效助推中老铁路“黄金线路”更高质量发展。(春城晚报-开屏新闻记者 朱婉琪 通讯员 朱龙飞 张释巍 文 视频、图片由昆明海关提供)
ມາຣາທອນເຄິ່ງທາງຄຸນໝິງເລີ່ມຂຶ້ນໃນວັນທີ 22 ຕຸລານີ້
ສະບາຍດີ2023-10-19
ນະຄອນຫຼວງວຽງຈັນ-ນະຄອນຄຸນໝິງ-ນະຄອນຊຽງໄຮ້ ຂ້າມພູຂ້າມນໍ້າ ຮ່ວມແບ່ງປັນຄວາມຈະເລີນຮຸ່ງເຮືອງ
ສະບາຍດີ2023-10-11
ຊາວໜຸ່ມຈາກ 6 ປະເທດລ້ານຊ້າງ-ແມ່ນ້ຳຂອງໃຊ້ກະຕໍ້ເພື່ອດຳເນີນການຮ່ຳຮຽນ ແລະ ແລກປ່ຽນວັດທະນະທຳກິລາ
ສະບາຍດີ2023-10-13
ນະຄອນຄຸນໝິງລົງເລິກຊຸກຍູ້ຕົວເມືອງ ແລະ ຊົນນະບົດມີຄວາມສີຂຽວ ແລະ ຄວາມງົດງາມ
ສະບາຍດີ2023-09-22
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
10/25
15:52
— ແບ່ງປັນ —