ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)"ຊົມເຊີຍ,ເຈົ້າເປັນຜູ້ເດີນທາງເຂົ້າ-ອອກເມືອງຄົນທີ່ໜຶ່ງລ້ານທີ່ພວກເຮົາໄດ້ໃຫ້ບໍລິການໃນປີນີ້!"ທ່ານນາງ ແສງດາລາ ລິດິຍາ,ເປັນຜູ້ຄຸມລົດຂະບວນລົດໄຟ D888 ຂອງລົດໄຟລາວ-ຈີນ,ເມື່ອໄດ້ຮັບດອກໄມ້ຈາກຕໍາຫຼວດຂອງດ່ານກວດກາຊາຍແດນຂາເຂົ້າ-ອອກເມືອງ ບໍ່ຫານ ລາວໄດ້ຮູ້ສຶກແປກໃຈຫຼາຍ.
ມາຮອດວັນທີ 5 ກັນຍານີ້,ດ່ານບໍ່ຫານໄດ້ກວດກາແລະອະນຸຍາດໃຫ້ຜູ້ເດີນທາງເຂົ້າ-ອອກເມືອງຫຼາຍກວ່າ 1 ລ້ານເທື່ອຄົນໃນປີນີ້,ບັນລຸ 1.000.541 ເທື່ອຄົນທີ່ມາຈາກ 64 ປະເທດແລະພາກພື້ນ, ແລະ ຈຳນວນພາຫະນະເຂົ້າ-ອອກເມືອງທີ່ກວດກາ ແລະ ອະນຸຍາດໃຫ້ລົດເຂົ້າ-ອອກເມືອງເຖິງ 236.914 ເທື່ອຄັນ.
ດ່ານຊາຍແດນ ບໍ່ຫານ ເປັນດ່ານຊາຍແດນທາງບົກລະດັບຊາດທີ່ໃຫຍ່ທີ່ສຸດຂອງຈີນທີ່ປະເຊີນກັບປະເທດລາວລະຫວ່າງຈີນແລະລາວ,ປະຈຸບັນໄດ້ພັດທະນາກາຍເປັນຈຸດສໍາຄັນຂອງ ຂໍ້ລິເລີ່ມ"ໜຶ່ງແລວທາງໜຶ່ງເສັ້ນທາງ"ແລະ ເປັນດ່ານຊາຍແດນເປີດກວ້າງທີ່ສຳຄັນທີ່ປະເຊີນໜ້າກັບແຫລມອິນດູຈີນ,ດຶງດູດຄົນຕ່າງປະເທດເຂົ້າມາທ່ອງທ່ຽວ ແລະ ດຳເນີນທຸລະກິດໃນປະເທດຈີນເປັນຈຳນວນຫຼວງຫຼາຍ.
ນັບແຕ່ຕົ້ນປີນີ້ເປັນຕົ້ນມາ,ກະແສຂອງຜູ້ເດີນທາງເຂົ້າ-ອອກເມືອງຢູ່ດ່ານຊາຍແດນບໍ່ຫານນັບມື້ນັບເພີ່ມຂຶ້ນ,ຈາກສະເລ່ຍເບື້ອງຕົ້ນ 3.000 ຄົນ/ມື້ເຂົ້າ-ອອກເມືອງຕໍ່ມື້ເພີ່ມຂຶ້ນເປັນ 8.000 ຄົນຕໍ່ມື້.ໂດຍສະເພາະນັບແຕ່ໄດ້ເປີດນໍາໃຊ້ລົດໄຟໂດຍສານສາກົນທາງລົດໄຟລາວ-ຈີນໃນວັນທີ 13 ເມສານີ້ເປັນຕົ້ນມາ,ຜູ້ເດີນທາງເຂົ້າ-ອອກເມືອງທີ່ດ່ານຊາຍແດນທາງລົດໄຟ ບໍ່ຫານ ກໍ່ມີທ່າອ່ຽງຂະຫຍາຍຕົວຢ່າງຕໍ່ເນື່ອງ,ໂດຍສະເລ່ຍມີຜູ້ເຂົ້າ-ອອກເມືອງຫຼາຍກວ່າ 500 ຄົນຕໍ່ມື້.
昆明信息港讯(昆明日报 记者吴洁)“恭喜你,你是我们今年服务的第100万名出入境旅客!”接过磨憨出入境边防检查站民警送上的鲜花,中老铁路D888次列车老挝籍乘务员森达拉·尼蒂亚一脸惊喜。
截至9月5日,磨憨出入境边防检查站本年度验放出入境人员数量突破100万人次,达1000541人次,分别来自64个国家和地区,验放出入境车辆达236914辆次。
磨憨口岸是中国面向老挝最大的国家级陆路口岸,目前已发展成为“一带一路”的重要支点和面向中南半岛的重要开放口岸,吸引了大量外国人员来华旅游、经商等。
今年以来,磨憨口岸出入境旅客流量日益增长,从最初平均每天出入境3000人次攀升至8000人次。特别是4月13日中老铁路国际客运列车开行以来,磨憨铁路口岸出入境流量也呈稳步增长趋势,日均出入境达500余人次。
ໃນໄຕມາດທີ 1 ສິນຄ້າຂາເຂົ້າ-ຂາອອກຂອງດ່ານບໍ່ຫານໄດ້ເພີ່ມຂຶ້ນ 69,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ
ສະບາຍດີ2023-06-05
ຕະຫຼາດການຄ້າຊາຍແດນ ບໍ່ຫານ ດຳເນີນໄປຢ່າງດີ ແລະ ເປັນລະບຽບຮຽບຮ້ອຍ
ສະບາຍດີ2023-08-10
ແຕ່ປີນີ້ຮອດປີ 2025,ແຂວງຢຸນນານຈະຈັດວາງງົບປະມານ 1.8 ຕື້ຢວນໃນແຕ່ລະປີເພື່ອສະໜັບສະໜູນການກໍ່ສ້າງດ່ານສາກົນຊາຍແດນ ບໍ່ຫານ
ສະບາຍດີ 2023-06-30
ແຂວງຢູນນານເລັ່ງລັດຊຸກຍູ້ໃຫ້ດ່ານຊາຍແດນຍົກສູງຄຸນນະພາບ ແລະ ເພີ່ມຂຶ້ນຄວາມສາມາດ
ສະບາຍດີ2023-06-07
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
09/12
10:16
— ແບ່ງປັນ —