ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອງບໍ່ດົນມານີ້,ພະແນກການເງິນແຂວງຢຸນນານແຈ້ງໃຫ້ຮູ້ວ່າ,ນັບແຕ່ຕົ້ນປີນີ້ເປັນຕົ້ນມາ,ພາກສ່ວນການເງິນແຂວງຢຸນນານໄດ້ກະກຽມເງິນທຶນທັງໝົດ 71.04 ຕື້ຢວນ,ແລະໄດ້ອອກພັນທະບັດພິເສດສະບັບໃໝ່ 13.5 ຕື້ຢວນເພື່ອສະໜັບສະໜູນການພັດທະນາຂອງ“ສາມເສດຖະກິດໃຫຍ່ຢ່າງເຕັມແຮງ.”ໃນນັ້ນ,ໃນດ້ານເສດຖະກິດດ່ານສາກົນ ບໍ່ຫານ,ແຕ່ປີນີ້ຮອດປີ 2025,ແຂວງຢຸນນານຈະຈັດວາງງົບປະມານ 1.8 ຕື້ຢວນໃນແຕ່ລະປີເພື່ອສະໜັບສະໜູນການກໍ່ສ້າງດ່ານສາກົນຊາຍແດນ ບໍ່ຫານ.
ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນລະຫວ່າງປະເທດຈີນ-ລາວແມ່ນຈຸດພົບປະທີ່ສຳຄັນຂອງການແລກປ່ຽນດ້ານເສດຖະກິດການຄ້າ ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງຈີນກັບບັນດາປະເທດອາຊຽນ.
1、ໃນດ້ານການພັດທະນາເສດຖະກິດຊັບພະຍາກອນ.
ແຂວງຢຸນນານໄດ້ປະສານສົມທົບ ແລະ ຈັດຕັ້ງກອງທຶນສູນກາງແລະແຂວງກວ່າ 31.5 ຕື້ຢວນ ເພື່ອແນໃສ່ໜູນຊ່ວຍກະສິກຳສີຂຽວ,ອຸດສາຫະກຳສີຂຽວ,ການເຊື່ອມໂຍງດ້ານວັດທະນະທຳ ແລະ ການທ່ອງທ່ຽວ,ການພັດທະນາຊັບພະຍາກອນແຮ່ທາດ;ຍົກສູງລະດັບອຸດສາຫະກຳ,ຂະໜາດ,ມາດຕະຖານ ແລະ ຍີ່ຫໍ້ຂອງຜັກ,ໝາກໄມ້,ກາເຟ,ໝາກມັນຫໍ້ ແລະ ກະສິກຳທີ່ມີລັກສະນະພິເສດອື່ນໆ.ສຸມໃສ່ອຸດສາຫະກໍາທີ່ສໍາຄັນທີ່ມີຄວາມໄດ້ປຽບດ້ານຊັບພະຍາກອນຂອງແຂວງຢຸນນານເຊັ່ນ:ຊິລິໂຄນອາລູມິນຽມສີຂຽວ,ຫມໍ້ໄຟພະລັງງານໃຫມ່,ວັດສະດຸໃຫມ່ ແລະ ຊີວະແພດ,ສະຫນັບສະຫນູນໂຄງການໃຫຍ່ຈໍານວນຫນຶ່ງ ແລະ ໂຄງການປະກອບເບັນຊຸດທີ່ຍ່ານເໜືອ ແລະ ຍ່ານໃຕ້ຂອງວິສາຫະກິດຂະຫນາດນ້ອຍ ແລະ ຂະຫນາດກາງ.
2、ໃນດ້ານການພັດທະນາເສດຖະກິດດ່ານຊາຍແດນ.
ແຂວງຢຸນນານຈະສຸມໃສ່ໜູນຊ່ວຍພັດທະນາເຂດລຽບຕາມທາງລົດໄຟຈີນ-ລາວ, ແຕ່ປີ 2022 ຫາປີ 2024, ຈະຈັດໃຫ້ກອງທຶນອຸປະຖຳການຂົນສົ່ງສິນຄ້າສາກົນທາງລົດໄຟຈີນ-ລາວເປັນມູນຄ່າ 500 ລ້ານຢວນ, ສະໜັບສະໜູນການອຸດໜູນດ້ານຂົນສົ່ງສິນຄ້າສາກົນທາງລົດໄຟຈີນ-ລາວ ແລະ ເປີດກວ້າງການພັດທະນາຕົວເມືອງລຽບຕາມເສັ້ນທາງ; ປີນີ້, ໄດ້ຈັດວາງການລົງທຶນດ້ານພື້ນຖານໂຄງລ່າງພາຍໃນງົບປະມານຂອງແຂວງທັງ 219 ລ້ານຢວນ, ເພື່ອສະໜັບສະໜູນການກໍ່ສ້າງໂຄງການອຸດສາຫະກຳຂົນສົ່ງທີ່ສຳຄັນຕາມເສັ້ນທາງລົດໄຟຈີນ-ລາວ.
ນອກນີ້, ແຂວງຢຸນນານສຸມໃສ່ໜູນຊ່ວຍການກໍ່ສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານ ແລະ ຕົວເມືອງດ່ານຊາຍແດນຕ່າງໆ, ແນ່ນອນຈະສະໜັບສະໜູນດ່ານຊາຍແດນສາກົນບໍ່ຫານເປັນເວລາ 3 ປີລຽນຕິດ, ພ້ອມກັນຄົ້ນຄວ້າ ແລະ ອອກໃຊ້ບົດແນະນໍາກ່ຽວກັບກົນໄກການເງີນຂອງນະຄອນຄຸນມິງໝອບໝາຍຕາແສງບໍ່ຫານດຳເນີນວຽກງານ, ຊີ້ນຳ ແລະ ຊຸກຍູ້ໃຫ້ກົມການເງິນນະຄອນຄຸນມິງສ້າງລະບົບການຄຸ້ມຄອງການເງິນນທີ່ສອດຄ່ອງກັບລະບົບການຄຸ້ມຄອງ ແລະ ກົນໄກການດຳເນີນງານຂອງຕາແສງບໍ່ຫານ.
3、ໃນດ້ານການພັດທະນາເຂດພະທະນາອຸດສາຫະກຳ.
ແຂວງຢຸນນານຈະເພີ່ມທະວີການລົງທຶນ ແລະ ປະຕິບັດນະໂຍບາຍການສໍາປະທານລະບົບ.ປີນີ້ແຂວງຢຸນນານຍັງໄດ້ອອກພັນທະບັດພິເສດ11.238ລ້ານຢວນເພື່ອສະໜັບສະໜູນການກໍ່ສ້າງເຂດພະທະນາອຸດສາຫະກຳ.
日前,云南省财政厅通报,今年以来,省级财政共统筹安排资金710.4亿元、发行新增专项债券135亿元,全力支持“三大经济”发展。其中,在口岸经济方面,今年起至2025年,云南每年安排18亿元支持磨憨国际口岸建设。
中老磨憨—磨丁经济合作区是中国与东盟国家经贸往来和经济合作的重要交汇点。
1、在发展资源经济方面
云南统筹安排中央和省级资金超315亿元,着力支持绿色农业、绿色产业、文旅融合和矿产资源发展;大力提升蔬菜、水果、咖啡、核桃等特色农业的产业化、规模化、标准化、品牌化水平;围绕绿色铝硅、新能源电池、新材料、生物医药等云南具备资源优势的重点产业,支持一批重大项目和中小企业上下游配套项目。
2、在发展口岸经济方面
云南将重点支持中老铁路沿线,2022年至2024年每年统筹安排中老铁路国际货运物流补助资金5亿元,支持中老铁路国际货运补贴及沿线州市开放发展;今年筹措下达省预算内基建投资2.19亿元,支持一批中老铁路沿线重点物流产业项目建设。
另外,云南重点支持磨憨国际口岸和边境地区口岸城市建设,明确连续3年对磨憨国际口岸建设给予支持,并研究出台了昆明市托管磨憨镇财政体制意见,指导推动昆明市财政建立与磨憨镇管理体制和运行机制相匹配的财政管理体制。
3、在发展园区经济方面
云南将加大资金投入力度,实行体制让利政策。今年,云南还成功发行专项债券112.38亿元用于支持产业园区建设。
ໃນໄຕມາດທີ 1 ສິນຄ້າຂາເຂົ້າ-ຂາອອກຂອງດ່ານບໍ່ຫານໄດ້ເພີ່ມຂຶ້ນ 69,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ
ສະບາຍດີ2023-06-05
ເສດຖະກິດດ່ານສາກົນຊາຍແດນໄດ້ກາຍເປັນຈຸດເຕີບໂຕເສດຖະກິດໃໝ່ຂອງແຂວງຢຸນນານ
ສະບາຍດີ2023-05-30
ສ້າງຕັ້ງວິສາຫະກິດໃຫມ່ຢູ່ບໍ່ຫານ ແຕ່ສາມາດໄດ້ຮັບໃບອະນຸຍາດທຸລະກິດຢູ່ຄຸນໝິງ
ສະບາຍດີ2023-05-25
ໃບອະນຸຍາດຂາຍເຮືອນການຄ້າລ່ວງໜ້າໃບທໍາອິດແມ່ນໄດ້ອອກມາຫຼັງຈາກນະຄອນຄຸນໝິງມອບໝາຍໃຫ້ບໍ່ຫານດຳເນີນວຽກງານ
ສະບາຍດີ2023-05-16
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
06/30
11:19
— ແບ່ງປັນ —