ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ວັນທີ 5 ມິຖຸນານີ້, ຂ່າວສານທີ່ມາຈາກຫ້ອງການຂອງຄະນະນຳວຽກງານຊຸກຍູ້ການສ້າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແຂວງຢຸນນານວ່າ, ປະຈຸບັນນີ້, ແຂວງຢູນນານພວມເລັ່ງລັດຊຸກຍູ້ດ່ານຊາຍແດນຍົກສູງຄຸນນະພາບ ແລະ ເພີ່ມຂຶ້ນຄວາມສາມາດ, ຊຸກຍູ້ເສດຖະກິດດ່ານຊາຍແດນຫັນຈາກ“ເສດຖະກິດຊ່ອງທາງ”ເປັນ“ເສດຖະກິດອຸດສາຫະກໍາ”.
ປີນີ້, ຄະນະແຂວງ, ບົນພື້ນຖານລົງເລິກວິເຄາະທ່າແຮງປຽບທຽບ ແລະ ກໍາລັງບົ່ມຊ້ອນຂອງແຂວງຢູນນານ, ອໍານາດການປົກຄອງແຂວງທໍາການຕັດສິນໃຈທີ່ສໍາຄັນ“ການພັດທະນາເສດຖະກິດດ່ານຊາຍແດນຢ່າງແຂງແຮງ”. ປິ່ນອ້ອມທິດທາງການພັດທະນານີ້, ແຂວງຢູນນານຕັ້ງໜ້າຊຸກຍູ້ດ່ານຊາຍແດນຍົກສູງຄຸນນະພາບ ແລະ ເພີ່ມຂຶ້ນຄວາມສາມາດ, ລວມປະຕິບັດແຜນແມ່ບົດວ່າດ້ວຍເສດຖະກິດດ່ານຊາຍແດນ ແລະ ການສ້າງດ່ານຊາຍແດນດ 3 ປີ, ຊຸກຍູ້ໃຫ້ພື້ນຖານໂຄງລ່າງໄດ້ປັບປຸງ ແລະ ເພີ່ມຂຶ້ນຄວາມສາມາດ; ເລັ່ງລັດຊຸກຍູ້ການສ້າງອຸປະກອນສໍາລັບກວດກາດ່ານຊາຍແດນ ແລະ ສະຖານທີ່ສໍາລັບຄຸ້ມຄອງກວດກາທີ່ກໍານົດໄວ້, ເລັ່ງສ້າງດ່ານຊາຍແດນລະບົບອາສະລິຍະ, ສົ່ງເສີມການທົດລອງກໍ່ສ້າງດ່ານຊາຍແດນລະບົບອະສະລິຍະໃນດ່ານບໍ່ຫານ, ດ່ານເຫີໂຄວ, ດ່ານຣ້ວຍລີ້ (ລວມດ່ານ ຫວັນຕິ່ງ), ຊຸກຍູ້ປະເທດຫວຽດນາມ, ລາວ, ມຽນມາຮ່ວມກັນສ້າງດ່ານຊາຍແນ; ຍົກສູງລະດັບການເຊື່ອມຕໍ່ເຊື່ອມໂຍງລະຫວ່າງດ່ານຊາຍແດນ, ເລັ່ງລັດຊຸກຍູ້ການກໍ່ສ້າງໂຄງການທາງລົດໄຟ ແລະ ທາງຫຼວງສາກົນລະຫວ່າງຈີນ-ມຽນມາ, ຈີນ-ລາວ ແລະ ຈີນ-ຫວຽດນາມ; ເລັ່ງລັດກໍ່ສ້າງຊ່ອງທາງສອງທິດຂອງໂລຈິສຕິກແຊ່ເຢັນສາກົນລະຫວ່າງຈີນ-ຫວຽດນາມ, ຈີນ-ລາວ-ໄທ ແລະ ຈີນ-ມຽນມາ-ອິນເດຍ, ຊຸກຍູ້ແລະຊີ້ນໍາບໍລິສັດຂົນສົ່ງແລະເວທີອີຄອມເມີຊຂ້າມຊາຍແດນສັງລວມຈັດວາງ ແລະ ສ້າງສາງຢູ່ຕ່າງປະເທດ.
ດ່ານຊາຍແດນເປັນປະຕູຂອງປະເທດເປີດສູ່ພາຍນອກ, ທັງເປັນຂົວຕໍ່ການແລກປ່ຽນກັບຕ່າງປະເທດແລະການຮ່ວມມືດ້ານເສດຖະກິດການຄ້າ. ເສດຖະກິດດ່ານຊາຍແດນຖືເອົາດ່ານຊາຍແດນເປັນເວທີ ແລະ ແມ່ນລະບົບເສດຖະກິດສັງລວມທີ່ປະກອບຫຼາຍອຸດສາຫະກໍາ, ຫຼາຍພາກສ່ວນ, ຫຼາຍຊັ້ນ, ຫຼາຍຂັ້ນຕອນ ແລະ ຫຼາຍສະມັດຕະພາບທີ່ສ້າງດ້ວຍປິ່ນອ້ອມໂລຈິສຕິກສິນຄ້າ, ກະແສຜູ້ຄົນ, ກະແສກອງທຶນ ແລະ ຂໍ້ມູນຂ່າວສານ. ໃນເສັ້ນຊາຍແດນຍາວ 4.000 ກວ່າກິໂລແມັດຢູ່ແຂວງຢຸນນານມີດ່ານຊາຍແດນ ແລະເຂດທົດລອງການຄ້າເສລີ, ເຂດທົດລອງການພັດທະນາແລະເປີດປະຕູຫຼັກແຫ່ງຊາດ, ເຂດຮ່ວມມືເສດຖະກິດຊາຍແດນ, ເຂດຮ່ວມມືເສດຖະກິດຂ້າມຊາຍແດນ, ແລະເຂດປອດພາສີຮອບດ້ານທັງສວນອຸດສາຫະກໍາເປີດສູ່ພາຍນອກ 5 ປະເພດທັງ 27 ແຫ່ງ, ສ້າງກໍາລັງຂັບເຄື່ອນໃໝ່ໃຫ້ເສດຖະກິດແຂວງຢູນນານ“ແລ່ນ”ຂຶ້ນ ແລະ ແຂ້ງແຮງຂຶນ.
ປະຈຸບັນ, ພື້ນຖານໂຄງລ່າງຂອງດ່ານຊາຍແດນແຂວງຢຸນນານພວມໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ, ການກໍ່ສ້າງລະບົບໂຍທາທິການ ແລະ ຂົນສົ່ງປະກອບເປັນຊຸດໄດ້ສືບຕໍ່ເສີມຂະຫຍາຍ, ອັດຕາເຮັດທຸລະກິດຕົ້ນຕໍເຊັ່ນແຈ້ງພາສີສິນຄ້າ ແລະ ແຈ້ງພາສີໃບສາງເຖິງ 100%. ອຸດສາຫະກໍາເຊັ່ນການປຸງແຕ່ສິນຄ້າຂາເຂົາຂາອອກ, ການຜະລິດສິນຄ້າບໍລິໂພກ, ໂລຈິສຕິກການຄ້າ, ແລະການຄ້າອີຄອມເມີຊຂ້າມຊາຍແດນໄດ້ເລີ່ມມີຂະໜາດ, ເຂດການຄ້າເສລີ, ເຂດເປີດປະຕູ ແລະ ພັດທະນາທີ່ສໍາຄັນ, ເຂດການຮ່ວມມືດ້ານເສດຖະກິດດ່ານ(ຂ້າມ)ຊາຍແດນ, ເຂດປອດພາສີຢ່າງຮອບດ້ານ ແລະ ເວທີເປີດປະຕູຄໍ້າປະກັນພັດທະນາເສດຖຸຸະກິດດ່ານຊາຍແດນຢ່າງມີປະສິດທິຜົນ, ເມື່ອນທຽບໃສ່ກັບແຂວງອ້ອມຂ້າງ, ມີທ່າແຮງດ້ານທີ່ຕັ້ງ ແລະ ຊັບພະຍາກອນທີ່ເປັນເອກະລັກ, ຄວາມໄດ້ປຽບແມ່ນຈະແຈ້ງ, ຄ່ອຍໆກາຍເປັນເວທີໃໝ່ການຮ່ວມມື ແລະ ເປີດປະຕູຢ່າງມີຄຸນນະພາບສູງຂອງແຂວງຢຸນນານຊຸກຍູ້ສ້າງເປັນຈຸດດີຈຸດພ່ອນເສີມປຽບໄດ້ແລະການພັດທະນາແບບປະສານສົມທົບ.
昆明信息港讯(昆明日报 首席记者廖兴阳) 6月5日,来自云南省推进“一带一路”建设工作领导小组办公室的消息,目前,云南正在加速推动口岸提质扩能,促进口岸经济由“通道经济”向“产业经济”转型。
今年,省委、省政府在深刻分析云南省比较优势和潜力的基础上,作出“大力发展口岸经济”的重大决策部署。围绕这一发展方向,云南积极推动口岸提质扩能,包括实施口岸经济、口岸建设三年行动,推进基础设施扩能改造;加快推进口岸查验设施、指定监管场地建设,提速智慧口岸建设,推进磨憨、河口、瑞丽(含畹町)智慧口岸建设试点,推动越南、老挝、缅甸同步推进口岸建设;提升口岸互联互通水平,加快推动中缅、中老、中越国际铁路、公路项目建设;加快构建中越、中老泰、中缅印国际冷链物流双向通道,鼓励引导物流企业、综合性跨境电商平台布局建设海外仓。
口岸是国家对外开放的门户,也是对外交往和经贸合作的桥梁。口岸经济是以口岸为平台,围绕物流、人流、资金流、信息流等形成的多行业、多部门、多层次、多环节、多功能的复合经济体系。在云南4000多公里边境线上,分布有27个口岸和自贸试验区、国家级重点开发开放试验区、边境经济合作区、跨境经济合作区、综合保税区5类开放型园区,赋予云南经济“跑”起来、强起来新动能。
目前,云南省口岸基础设施日趋完善,交通物流配套体系建设持续加强,货物申报、舱单申报等主要业务应用率达100%。进出口贸易加工、消费品制造、商贸物流、跨境电商等产业初具规模,自由贸易试验区、重点开发开放试验区、边(跨)境经济合作区、综合保税区等开放平台有效支撑口岸经济发展,与周边省份相比,有着独特的区位优势和资源优势,比较优势明显,逐渐成为云南推动形成优势互补、协调发展的高质量开放合作新平台。
ແຂວງຢູນນານເລັ່ງລັດຊຸກຍູ້ໃຫ້ດ່ານຊາຍແດນຍົກສູງຄຸນນະພາບ ແລະ ເພີ່ມຂຶ້ນຄວາມສາມາດ
ສະບາຍດີ2023-06-07
ໃນໄຕມາດທີ 1 ສິນຄ້າຂາເຂົ້າ-ຂາອອກຂອງດ່ານບໍ່ຫານໄດ້ເພີ່ມຂຶ້ນ 69,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ
ສະບາຍດີ2023-06-05
ເສດຖະກິດດ່ານສາກົນຊາຍແດນໄດ້ກາຍເປັນຈຸດເຕີບໂຕເສດຖະກິດໃໝ່ຂອງແຂວງຢຸນນານ
ສະບາຍດີ2023-05-30
ສ້າງຕັ້ງວິສາຫະກິດໃຫມ່ຢູ່ບໍ່ຫານ ແຕ່ສາມາດໄດ້ຮັບໃບອະນຸຍາດທຸລະກິດຢູ່ຄຸນໝິງ
ສະບາຍດີ2023-05-25
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
06/07
00:00
— ແບ່ງປັນ —