ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ໃນເວລາ 5:00 ໂມງ ຂອງວັນທີ 25 ສິງຫານີ້, ຢູ່ສະໜາມບິນສາກົນຄຸນໝິງສາງຊຸຍເຕັມໄປດ້ວຍຜູ້ຄົນ, ນັກທ່ອງທ່ຽວຈາກທຸກແຫ່ງທີ່ມາແຂວງຢຸນນານເພື່ອຫນີຈາກຄວາມຮ້ອນຈະກັບບ້ານແລ້ວ. ໃນວັນບໍ່ດົນມານີ້, ມີຊາວເນັດເຜີຍແຜ່ວິດີໂອ,ໄດ້ເຫັນເຮືອບິນຈັດແຖວເພື່ອລົງຈອດຢູ່ສະໜາມບິນສາກົນຄຸນໝິງສາງຊຸຍໃນຕອນເຊົ້າ. ຂໍ້ມູນຈາກເອັບ ເຊເສີນ ສະແດງວ່າ, ເດືອນກໍລະກົດແລະເດືອນສິງຫາປີນີ້, ສະໜາມບິນສາກົນຄຸນໝິງສາງຊຸຍຈັດເປັນອັນດັບທີ່ 6 ໃນສະໜາມບິນທີ່ຄາວຽກທີ່ສຸດໃນທົ່ວປະເທດ.
ປີນີ້ທີ່ຜ່ານມາ, ນະຄອນຄຸນໝິງຂຸດຄົ້ນ ແລະ ເຕົ້າໂຮມຊັບພະຍາກອນທ່ອງທ່ຽວ-ວັດທະນະທຳທີ່ເປັນລັກສະນະພິເສດ ແລະ ແຫຼ່ງດຶງດູດບົ່ມຊ້ອນ, ນໍາພາບໍລິສັດທ່ອງທ່ຽວອອກແບບຜະລິດຕະພັນການທ່ອງທ່ຽວໂດຍຕາມຄວາມຕ້ອງການດ້ານການທ່ອງທ່ຽວທີ່ຫຼາກຫຼາຍຂອງນັກທ່ອງທ່ຽວ, ໃຫ້ສິດທິພິເສດທີ່ສອດຄ່ອງກັບ ແລະ ປັບປຸງການບໍລິການສາທາລະນະສໍາລັບການທ່ອງທ່ຽວລະດູຮ້ອນ, ເພິ່ມຄວາມສາມາດດຶງດູດຂອງການທ່ອງທ່ຽວລະດູຮ້ອນຢູ່ຄຸນໝິງ, ຂັດປ້າຍຄໍາຂອງ "ການທ່ອງທ່ຽວລະດູຮ້ອນ". ນະຄອນຄຸນໝິງຈະສືບຕໍ່ສ້າງສາມບັດ “ສຸຂະພາບຂະໜາດໃຫຍ່, ນະວັດຕະກຳວັດທະນະທຳຂະໜາດໃຫຍ່, ການທ່ອງທ່ຽວຂະໜາດໃຫຍ່”ໃຫ້ດີ, ວາງແຜນ ແລະ ເປີດຮູບແບບ ແລະ ຜະລິດຕະພັນວັດທະນະທຳທ່ອງທ່ຽວໃໝ່ຊຸດໜຶ່ງທີ່ມີ “ເອກະລັກແຂວງຢຸນນານ ແລະ ລົດຊາດຄຸນໝິງ”, ແລະນຳໃຊ້ຜະລິດຕະພັນທີ່ດີ ແລະ ປະສົບການທີ່ດີເພື່ອຮັກສານັກທ່ອງທ່ຽວ.
昆明信息港讯(昆明日报 首席记者李思凡) 8月25日凌晨5点,昆明长水国际机场已是人声鼎沸,来云南避暑的各地游客要返程了。就在不久前,还有网友发布视频,凌晨的昆明长水国际机场飞机在排队降落。携程数据显示,今年7月、8月,昆明长水国际机场排名全国最繁忙的机场第6位,作为今夏旅游业“顶流”的昆明,暑期旅游订单量同比增长46%。
今年以来,昆明市挖掘、梳理特色文化旅游资源及潜在吸引点,引导旅游企业针对游客多元化的避暑旅游需求设计旅游产品,给予相应优惠并完善避暑旅游公共服务,增强昆明避暑旅游的吸引力,擦亮“避暑旅游”金字招牌。昆明市将继续打好“大健康、大文创、大旅游”三张牌,策划、推出一批有“云南特色、昆明味道”的文旅新业态新产品,用好产品、好体验留住游客。
[ບັນນາທິການ:ສະໜຸກ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]
ມາຟັງທາງນີ້ເດີ ຮີບມາກັນເລີຍ,ສະຖານທ່ອງທ່ຽວຍາມລາຕີຂອງຄຸນໝິງທັງໝົດໄດ້ມາລວມຢູ່ທີ່ນີ້ແລ້ວ.
ສະບາຍດີ2023-08-25
ແມ່ນ້ຳ → ພູເຂົາ → ດິນຊຸ່ມ → ຮ່ອມພູ, ໄດ້ຫຼິ້ນຄຸນໝິງແບບນີ້ເດີ!
ສະບາຍດີ2023-08-14
ພົນລະເມືອງຫຼາຍສິບພັນຄົນຢູ່ບ້ານຊົນເຜົ່າຢຸນນານໄດ້ສະຫຼອງບຸນທວນໄຟ
ສະບາຍດີ2023-08-11
ງານສະເຫຼີມສະຫຼອງບຸນທວນໄຟຂອງເມືອງ ປ່າຫີນ ແຂວງຢຸນນານມິເຄື່ອນໄຫວມ່ວນຊຶ່ນຢ່າງຫຼາຍ
ສະບາຍດີ2023-08-09
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved