ງານສະເຫຼີມສະຫຼອງບຸນທວນໄຟຂອງເມືອງ ປ່າຫີນ ແຂວງຢຸນນານມິເຄື່ອນໄຫວມ່ວນຊຶ່ນຢ່າງຫຼາຍ

ມາຈາກ:ສະບາຍດີ

1

ນັກທ່ອງທ່ຽວຫຼິ້ນບຸນທວນເຟ. ທ່ານ ຫວາງສຽວໂສ່ງ ຖ່າຍ

ສະບາຍດີ ນັກຂ່າວສະໜຸກ)ໃນວັນທິ 28 ກໍລະນີ, ເຂດທີວທັດ ປ່າຫີນ ໄດ້ຈັດຈຶ້ນກອງປະຊຸມແຈ້ງຂ່າວບຸນທວນໄຟສາກົນເມືອງ ປ່າຫີນ ຂອງຈີນປະຈໍາປີ 2023. ນັກຂ່າວຮັບຮູ້ວ່າ, ເມືອງ ປ່າຫີນຈະສະເຫຼີມສະຫຼອງບຸນທວນໄຟສາກົນເມືອງ ປ່າຫີນຂອງຈີນປະຈໍາປີ 2023 ໃນວັນທິ 9 ຫາ ວັນທິ 13 ສິງຫາ. ໃນໄລຍະບຸນທວນໄຟ, ຈະພ້ອມກັນຈັດຂຶ້ນກອງປະຊຸມສົ່ງເສີມການລົງທຶນ ແລະ ພິທີລົງນາມໂຄງການ.

ງານສະເຫຼີມສະຫຼອງບຸນທວນໄຟຄັ້ງນີ້ລວມພິທີຈຸດໄຟສົ່ງໄຟ, ພິທີເປີດ, ການແຂ່ງຂັນມວຍປ້ຳພື້ນເມືອງ, ການສະແດງມໍລະດົກວັດທະນະທຳບໍ່ມີຕົວຕົນຮ່ວມກັນ, ເວທີໃຫຍ່ "ປ່າຫີນທີ່ມີສະເໜ່" ແລະ ກິດຈະກໍາອັດສະຈັນຕ່າງໆ. ນອກນີ້, ບັນດາຕາແສງ, ເຂດເຮືອນພັກ ແລະ ເຂດທີວທັດລະດັບ A ຂອງເມືອງ ປ່າຫີນ ຍັງຈະຈັດເຄື່ອນໄຫວຕ່າງໆ, ເຊັ່ນ: ງານສະເຫຼີມສະຫຼອງພາຍໃຕ້ຫົວຂໍ້, ການແຂ່ງຂັນມວຍປ້ຳແມ່ຍິງ, ການແຂ່ງຂັນບານບ້ວງ, ການສະແດງສີລະປະເອກະລັກຊົນເຜົ່າ.

ນອກຈາກເຄື່ອນໄຫວດັ່ງກ່າວ, ເມືອງ ປ່າຫີນ ຍັງແນະນຳຫຼາຍສະຖານທີ່ແຫ່ງມີອາຫານແຊບ, ຫຼິ້ນມ່ວນຊຶ່ນ ແລະ ສວຍງາມ. ນັກທ່ອງທ່ຽວສາມາດໄປທ່ຽວຊົມຝີມືຂອງທຳມະຊາດທີ່ມີເວລາຫຼາຍຮ້ອຍລ້ານປີຢູ່ໃນເຂດທີວທັດ ປ່າຫີນ, ໄປປະສົບການຮີດຄອງປະເພນີຢູ່ໃນບ້ານ ຫ້າຕົ້ນໄມ້, ໄປສໍາຜັດກັບບັນຍາກາດຊີວິດການເປັນຢູ່ທ້ອງຖິ່ນໃນຕະຫຼາດມືດຕັ້ງຢູ່ປະຕູຂົງຕາເວັນອອກ, ຍັງສາມາດໄປສໍາຜັດກັບສະເໜ່ທີ່ເປັນເອກະລັກສະເພາະຂອງວັດທະນະທໍາພື້ນເມືອງຂອງຈີນຢູ່ໃນຮ້ານສືບທອດ ແລະ ຮຽນຮູ້ມໍລະດົກວັດທະນະທຳບໍ່ມີຕົວຕົນ.


1

游客过火把节。 黄晓松 摄

7月28日,石林风景区举行2023年中国石林国际火把狂欢节新闻发布会。记者获悉,石林县将于8月9日至8月13日举办2023中国石林国际火把狂欢节。火把节期间,将同步举行招商引资推介暨项目签约仪式。

本次火把节涵盖送火、取火仪式,开幕仪式,传统摔跤比赛,云南省非遗联展,“魅力石林”大舞台等精彩活动。此外,石林县各乡镇街道、各A级景区还将举办主题晚会、女子摔跤比赛、篮球比赛、民族特色文艺展演等活动。

除以上活动,石林县推出不少好吃、好玩、好看的地方。游客可到石林风景区欣赏大自然亿万年的鬼斧神工、到五棵树村体验风情民宿、到东门坊夜市感受浓浓的人间烟火,还可到非遗传习馆感受中华传统文化的独特魅力等。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

08/09

17:33

ແບ່ງປັນ

ແປ
翻译