ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ວັນບໍ່ດົນມານີ້,ຢູ່ໃນຫໍປະສົບການຮູບປັ້ນແປ້ງທີ່ຕັ້ງຢູ່ເມືອງບູຮານກວນຕູ້ເຂດກວນຕູ້ນະຄອນຄຸນໝິງ,ນາຍຊ່າງມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນໄດ້ປະກົດຄືນເທວະດາ,ສັດສັກສິດບູຮານແລະນິທານຕ່າງໆໃນເທບນິຍາຍ“ຊານໄຫຈິ້ງ” ດ້ວຍຮູບປັ້ນແປ້ງ.
ວັນນັ້ນ,ງານວາງສະແດງຮູບປັ້ນແປ້ງຢູ່ຫໍປະສົບການຮູບປັ້ນແປ້ງຝ່າຍແຂວງຢຸນນານເປີດເປັນທາງການ,ເມື່ອປະຕູເປີດມີພົນລະເມືອງຈໍານວນຫຼາຍເຂົ້າມາຊົມເບິ່ງ,ຍັງມີພໍ່ແມ່ພາລູກມາສຳຜັດກັບທັກສະການເຮັດຮູບປັ້ນແປ້ງ.ນິທານເທວະດາໂຮຍຢີຍິງຕາເວັນ,ນິທານເທວະດານູວາສ້ອມແປງທ້ອງຟ້າ,ນິທານເທວະດາສາງເອີບິນໄປຍັງດວງຈັນ,ນົກຮ້ອຍໂຕໄຫວ້ຟີນິກແລະນົກຈັກກະພາກ,ໝາຈີ້ງຈອກເກົ້າຫາງ,ກິເລນ,ມັງກອນແລະອື່ນໆ,ເຊິ່ງເປັນນິທານແລະສັດສັກສິດບູຮານຕ່າງໆທີ່ຂຽນໃນປຶ້ມກາຍເປັນສິ່ງມີຊີວິດ.ພົນລະເມືອງທີ່ມາຢ້ຽມຢາມທັງຊົມເບິ່ງແລະທັງຖ່າຍຮູບເຊັກອິນ.
ນາງ ລິວລິ້ຊຸນ,ຜູ້ສືບທອດຂອງຮູບປັ້ນແປ້ງວ່າ,“ວິຈິດຕະກໍາທັງໝົດໃນງານວາງສະແດງຮູບປັ້ນແປ້ງໂດຍຫົວຂໍ້"ເທບນິຍາຍຊານໄຫຈິ້ງ”,ລ້ວນແມ່ນອີງໃສ່ນິທານແລະອົງປະກອບໃນເທບນິຍາຍ"ຊານໄຫຈິ້ງ",ນຳໃຊ້ທັກສະຂອງຮູບປັ້ນແປ້ງເພື່ອຟື້ນຟູໃຫ້ເຫັນໂລກມະຫັດສະຈັນໃນປຶ້ມ,ພວກເຮົາໄດ້ໃຊ້ເວລາຫຼາຍມາຄົ້ນຄວ້າຄໍາອະທິບາຍໃນປຶ້ມ,ໄດ້ສ້າງວິຈິດຕະກໍາເກືອບ70ອັນ.ບັນດານິທານແລະສັດທີ່ແປກປະຫຼາດໃນເທບນິຍາຍ"ຊານໄຮຈິ້ງ"ໄດ້ຮັບຄວາມນິຍົມຈາກປະຊາຊົນ,ພວກເຮົາພະຍາຍາມເລົ່າເລື່ອງຈີນໄດ້ດີໂດຍໃຊ້ທັກສະຮູບປັ້ນແປ້ງ,ເຊິ່ງບໍ່ພຽງແຕ່ສືບທອດວັດທະນະທຳພື້ນເມືອງທີ່ດີເລີດເທົ່ານັ້ນ,ຍັງໃຫ້ມໍລະດົກວັດທະນະທຳທີ່ມີຕົວຕົນໄດ້ໃກ້ຊິດກັບມະຫາຊົນ ແລະ ຊີວິດປະຈໍາວັນ. "
ຕໍ່ໄປ,ພວກເຂົາຍັງຈະສືບຕໍ່ຄົ້ນຄວ້າແລະສ້າງວິຈິດຕະກໍາຕາມຫົວຂໍ້ນີ້,ພອ້ມກັນນັ້ນ,ໃຫ້ປະຊາຊົນຫຼາຍຂຶ້ນຮູ້ຈັກແລະມັກຮູບປັ້ນແປ້ງທີ່ເປັນມໍລະດົກວັດທະນະທໍາທີ່ບໍ່ມີຕົວຕົນໂດຍຜ່ານກິດຈະກໍາການຄົ້ນຄວ້າຮໍ່າຮຽນຕ່າງໆ,ເຊັ່ນ:ກິດຈະກໍາທັກສະທາງດ້ານມໍລະດົກວັດທະນະທໍາທີ່ບໍ່ມີຕົວຕົນເຂົ້າໄປໃນວິທະຍາໄລແລະເຂດເຮືອນພັກ.
ນາງ ລິວລິ້ຊຸນ ເປັນຜູ້ສືບທອດຂອງຮູບປັ້ນແປ້ງທີ່ເປັນມໍລະດົກວັດທະນະທໍາທີ່ບໍ່ມີຕົວຕົນຢູ່ເຂດກວນຕູ້,ໃນປີ2020,ສ້າງຕັ້ງຂຶ້ນຫໍປະສົບການຮູບປັ້ນແປ້ງຝ່າຍແຂວງຢຸນນານ,ເພີ່ນໄດ້ຄົ້ນຄວ້າທັກສະຮູບປັ້ນແປ້ງເປັນເວລາເກືອບ20ປີ,ໄດ້ສ້າງຮູບປັ້ນແປ້ງທີ່ມີຊີວິດຊີວາຢ່າງຫຼາຍ,ຮູບປັ້ນແປ້ງໄດ້ຮັບລາງວັນລະດັບຊາດແລະແຂວງຈໍານວນຫຼາຍ.
ຮູບປັ້ນແປ້ງແມ່ນສິລະປະພື້ນເມືອງຂອງຈີນ,ມັນຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທໍາທີ່ບໍ່ມີຕົວຕົນຂອງຊາດຊຸດທີສອງໃນປີ2008,ແລະມີປະຫວັດສາດແລະວັດທະນະທໍາອັນຍາວນານ. ຮູບປັ້ນແປ້ງແມ່ນເຮັດດ້ວຍແປ້ງເຂົ້າໜຽວແລະແປ້ງໝີ່,ຫຼັງຈາກໃສ່ໝໍ້ໜື້ງສຸກແລ້ວປັ້ນເປັນຮູບວົງ,ແລະປັບສີຕ່າງໆອອກມາ,ດ້ວຍມືແລະເຄື່ອງມືງ່າຍໆສາມາດປັ້ນຮູບພາບທີ່ມີຊີວິດທຸກປະເພດໄດ້, ຊຶ່ງເອີ້ນວ່າ "ຮູບປັ້ນຈີນ".
近日,在位于昆明市官渡区官渡古镇的面塑体验馆里,非遗大师用面塑的方式再现《山海经》中的上古神兽和神话传说。
当天,滇派面塑体验馆山海经面塑展正式开展,刚一开门就迎来了不少市民前来围观,有的还带着孩子来体验面塑制作技艺。后羿射日、女娲补天、嫦娥奔月、百鸟朝凤、凤凰、九尾狐、麒麟、青龙等神话传说和上古异兽从书本上的文字记录变成活灵活现的实物。前来参观的市民一边参观,一边拍照打卡。
“这次《山海经》主题面塑展览中所呈现的大小作品,均取材于《山海经》中的故事和元素,利用面塑这一非遗技艺还原书中的奇幻的世界,我们花费了很长时间潜心研究书中的描述,创作了近70个作品。《山海经》中的故事和异兽都比较受大众的喜爱,我们试图用面塑的技艺去讲好中国故事,既是传承优秀传统文化,又可以让非遗更加贴近群众、贴近生活。”面塑非遗传承人刘丽春表示。
下一步他们还将继续围绕这一主题深入挖掘进行创作,同时通过非遗技艺进校园、进社区等研学活动,让更多人认识、喜欢面塑非遗。
刘丽春是官渡区非遗面塑传承人,2020年创建滇派面塑体验馆,她潜心钻研面塑技艺近20年,创作出许多栩栩如生的面塑形象,面塑作品获得多项国家和省级奖项。
面塑是中国民间传统艺术,2008年被列为第二批国家级非物质文化遗产名录,拥有悠久的历史与文化积淀。面塑的制作是以糯米粉和面粉为主料进锅蒸熟后,揉成团状,再调出不同颜色,用手和简单工具捏制,塑造出各种栩栩如生的形象,称为“中国雕塑”。
[ບັນນາທິການ:ສະໜຸກ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]
ເມື່ອຮູບປັ້ນແປ້ງພົບກັບເທບນິຍາຍ“ຊານໄຫຈິ້ງ” ມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນຂອງຄຸນໝິງມີຮູບແບບໃໝ່
ສະບາຍດີ2023-07-28
ມາຄຸນໝິງ ນັດກັນກັບ Citywalk 6 ທັດສະນີຍະພາບກາງຄືນທີ່ສວຍງາມເຫຼົ່ານີ້ບໍ່ຄວນພາດ!
ສະບາຍດີ2023-07-21
ຮອດລະດູກິນເຫັດອີກ:ເຫັດປ່າເປັນຈຳນວນຫຼວງຫຼາຍເຂົ້າຕະຫຼາດຢູນນານ
ສະບາຍດີ2023-07-17
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved