ໝາກໄມ້ນໍາເຂົ້າຜ່ານດ່ານລົດໄຟບໍ່ຫານແຂວງຢຸນນານ ມາຮອດກໍ່ກວດກາ ກວດກາແລ້ວກໍ່ປ່ອຍໄປ

ມາຈາກ:ສະບາຍດີ

ຮູບພາບນີ້ແມ່ນເຂດກວດກາໝາກໄມ້ຢູ່ໃນສະຖານທີ່ກວດກາທີ່ກໍານົດໄວ້ສັງລວມຂອງດ່ານລົດໄຟ ບໍ່ຫານ. ທ່ານ ຟູ້ຮ້າວ ນັກຂ່າວຂອງໜັງສືພິມປະຊາຊົນຈີນ

ສະບາຍດີ ນັກຂ່າວສະໜຸກ)ນັກຂ່າວໄດ້ຮັບຮູ້ໃນການສໍາພາດດ່ານລົດໄຟບໍ່ຫານແຂວງຢຸນນານວ່າ, ນັບແຕ່ທາງລົດໄຟລາວ-ຈີນເປີດນໍາໃຊ້ເປັນຕົ້ນມາ, ໝາກໄມ້ສົດຈາກປະເທດລາວ ແລະ ໄທນໍາໃຊ້ທ່າແຮງຂອງທາງລົດໄຟລາວ-ຈີນທີ່ເປັນ“ຊ່ອງທາງແຫ່ງຄໍາ”ໂດຍການຜ່ານດ່ານພາສີຢ່າງສະດວກ ແລະ ການຂົນສົ່ງສິນຄ້າສາກົນຫັນເປັນຂະໜາດ, ເພື່ອຂາຍສູ່ຕະຫຼາດຈີນຢ່າງວ່ອງໄວ, ແລະ ຫຼຸດຜ່ອນຄ່າຂົນສົ່ງຂອງບໍລິສັດຢ່າງຕໍ່ເນື່ອງ.

ຮູບພາບນີ້ແມ່ນຢູ່ເຂດກວດກາໝາກໄມ້ນໍາເຂົ້າໃນສະຖານທີ່ກວດກາທີ່ກໍານົດໄວ້ສັງລວມຂອງດ່ານລົດໄຟ ບໍ່ຫານ, ພະນັກງານໂລຈິສຕິກພວມຖ່າຍຍົກສິນຄ້າໃຫ້ເຈົ້າໜ້າທີດ່ານພາສີກວດກາ. ຮູບພາບຈາກດ່່ານພາສີ ບໍ່ຫານ

ຕາມເປັນທີ່ເຂົ້າໃຈກັນວ່າ, ນັບແຕ່ເຂດກວດກາໝາກໄມ້ຜ່ານການກວດຮັບ ແລະ ເປີດນໍາໃຊ້ໃນວັນທິ 30 ພະຈິກ ປີ 2022 ເປັນຕົ້ນມາ, ດ່ານພາສີເມືອງຫຼ້າສົມທົບກັນຢ່າງແໜ້ນແຟ້ນກັບບັນດາພາກສ່ວນທາງລົດໄຟ ແລະ ຫົວໜ່ວຍດໍາເນີນທຸລະກິດສະຖານທີ່, ຕັ້ງໜ້າຊຸກຍູ້ການປະຕິຮູບຮູບແບບການດຳເນີນທຸລະກິດຜ່ານດ່ານພາສີ, ເປີດຊ່ອງທາງສີຂຽວ, ຜ່ານການກວດກາດ້ວຍເຄື່ອງອຸປະກອນອັດສະລິຍະ, ການເຝົ້າຕິດຕາມຄວາມປອດໄພທາງຊີວະພາບ, ການເຝົ້າຕິດຕາມສະພາວະເຄື່ອນທີ ແລະ ວິອື່ນໆ, ບົນພື້ນຖານການຮັບປະກັນຄວາມປອດໄພດ້ານຊີວະພາບ ແລະ ສະບຽງອາຫານຂອງດ່ານຊາຍແດນ, ບັນລຸໝາກໄມ້ນໍາເຂົ້າ “ມາຮອດກໍ່ກວດກາ(ແຈ້ງພາສີ), ກວດກາແລ້ວກໍ່ປ່ອຍໄປ”, ໃຫ້ຍົກສູງປະສິດທິຜົນການຜ່ານດ່ານພາສີ.

ຮູບພາບນີ້ແມ່ນຢູ່ເຂດກວດກາໝາກໄມ້ນໍາເຂົ້າໃນສະຖານທີ່ກວດກາທີ່ກໍານົດໄວ້ສັງລວມຂອງດ່ານລົດໄຟ ບໍ່ຫານ, ເຈົ້າໜ້າທີ່ດ່ານພາສີພວມກວດກາໝາກທຸລຽນນໍາເຂົ້າ. ຮູບພາບຈາກດ່ານພາສີ ບໍ່ຫານ

“ສິນຄ້າມາຮອດກໍ່ກວດກາ, ກວດກາແລ້ວກໍ່ປ່ອຍໄປ”, ຈະເຮັດແນວໃດ?

"ມີຄໍາຊີ້ນໍາກວດກາບໍ່ຄືກັນສໍາລັບໝາກໄມ້ຕ່າງກັນ, ເວລາໃຊ້ກວດກາກໍ່ບໍ່ຄືກັນ, ພວກເຮົາຜ່ານການຈັດຜູ້ນໍາຜ່ານດ່ານ, ປະຕິບັດຕາມການຜ່ານດ່ານແບບໜຶ່ງຂະບວນລົດໄຟຕໍ່ໜຶ່ງແຜນການ, ຮັບປະກັນໝາກໄມ້ນໍາເຂົ້າຜ່ານດ່ານໂດຍບໍ່ມີການຊັກຊ້າ." ທ່ານ ຫຼີວຊີ ແນະນໍາວ່າ, ດ່ານພາສີປະຕິບັດລະບົບການນັດໝາຍກວດກາ "7ວັນ*24 ຊົ່ວໂມງ", ບໍ່ວ່າເປັນວັນພັກ ຫຼື ຕອນກາງຄືນ, ທັງໄດ້ຮັບປະກັນໃຫ້ບັນລຸກວດກາໝາກໄມ້ນໍາເຂົ້າໄດ້ໝົດມື້.

ຮູບພາບນີ້ແມ່ນຢູ່ເຂດກວດກາໝາກໄມ້ນໍາເຂົ້າໃນສະຖານທີ່ກວດກາທີ່ກໍານົດໄວ້ສັງລວມຂອງດ່ານລົດໄຟ ບໍ່ຫານ, ເຈົ້າໜ້າທີ່ດ່ານພາສີພວມກວດກາໝາກມັງຄຸດນໍາເຂົ້າ. ຮູບພາບຈາກດ່ານພາສີ ບໍ່ຫານ


磨憨铁路口岸综合性指定监管场地水果查验区。人民网记者 符皓摄

人民网昆明8月1日电 (方经纶、王绍绍、赵晨、符皓)记者近日在云南磨憨铁路口岸采访时获悉,中老铁路开通运营以来,来自老挝、泰国的新鲜水果借助中老铁路“黄金线路”通关便捷、国际货运规模化的优势,快速销往国内市场,企业物流成本持续降低。

磨憨铁路口岸综合性指定监管场地水果查验区内,物流工作人员正在卸货等待海关查验。勐腊海关供图

据了解,自2022年11月30日水果查验区通过验收投入运营以来,勐腊海关密切与铁路部门、场所经营单位联系配合,积极推进通关业务模式改革,开辟绿色通道,通过智慧设备检测、生物安全监测、动态监测等方式,在保障国门生物安全和食品安全前提下,做到入境水果货物“即到即报(报关)、即查即放”,提高通关效率。

磨憨铁路口岸综合性指定监管场地水果查验区内,海关工作人员正在查验进口榴莲。勐腊海关供图

“即到即报、即查即放”,具体如何做到?

“不同的水果有不同的查验指令,所需的查验时间也不同,我们通过设置通关引导员,实行‘一专列一方案’的通关模式,确保入境水果通关零延迟。”刘奇介绍,海关部门实行“7*24小时”预约监管查验制度,无论节假日还是深夜,均可保证对进口水果实现全天候查验。

磨憨铁路口岸综合性指定监管场地水果查验区内,海关工作人员正在查验进口山竹。勐腊海关供图


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

08/08

18:07

ແບ່ງປັນ

ແປ
翻译