ແຂວງຫຼວງພະບາງ, ສິນຄ້າຈັດສົ່ງທົ່ວໂລກ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ນັບແຕ່ວັນທີ 14 ກໍລະກົດເປັນຕົ້ນມາ, ນັກຂ່າວຂອງສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ແຂວງຢຸນນານໄດ້ໄປຢ້ຽມຢາມປະເທດລາວ, ຫວຽດນາມ, ມຽນມາ ແລະ ປະເທດອື່ນໆ, ເພື່ອສຳພາດ ແລະ ບັນທຶກເລື່ອງການເຊື່ອມຕໍ່ເຊື່ອມໂຍງ ແລະ ຮ່ວມສ້າງຄວາມຈະເລີນຮຸ່ງເຮືອງຕາມຊ່ອງທາງໃໝ່. 

ວັນທີ 15 ກໍລະກົດ, ຄະນະສໍາພາດໄດ້ໄປຮອດບໍລິສັດແອວຊີຂົນສົ່ງສິນຄ້າຈຳກັດຜູ້ດຽວ (LC GOODS TRANSPORTED SOLE, LTD) ທີ່ຕັ້ງຢູ່ໃຕ້ສຸດຂອງສະຖານີລົດໄຟຫຼວງພະບາງ.ນັບຕັ້ງແຕ່ການສ້າງຕັ້ງໃນເດືອນກຸມພາ ປີ 2022 ເປັນຕົ້ນມາ, ບໍລິສັດແອວຊີຂົນສົ່ງສິນຄ້າຈຳກັດຜູ້ດຽວໄດ້ສືບຕໍ່ສົ່ງເສີມທຸລະກິດຕ່າງໆ, ໄດ້ຄ່ອຍໆພັດທະນາກາຍເປັນທ່າເຮືອທາງບົກທີ່ສຳຄັນຕາມແລວທາງລົດໄຟລາວ-ຈີນ

ທ່ານ ຊຽວໄທຝູ ຮອງຜູ້ອຳນວຍການໃຫຍ່ຂອງບໍລິສັດແອວຊີຂົນສົ່ງສິນຄ້າຈຳກັດຜູ້ດຽວໄດ້ແນະນຳໃຫ້ຮູ້ວ່າ: “ສູນດັ່ງກ່າວໄດ້ສ້າງເຂດສາງເກັບມ້ຽນສັງລວມ, ເຂດສາງເກັບມ້ຽນແຮ່ເຫຼັກກາງແຈ້ງ ດ້ວຍເນື້ອທີ່ກວ່າ 20.000 ຕາແມັດ ແລະ ສາມາດເກັບມ້ຽນແຮ່ເຫຼັກໄດ້ກວ່າ 50.000 ໂຕນ. ມີສາງເກັບມ້ຽນຝຸ່ນແຮ່ເຫຼັກ 5 ແຫ່ງ, ເຂດສາງເກັບມ້ຽນຜະລິດຕະພັນກະສິກຳມີຫຼາຍກວ່າ 10.000 ຕາແມັດ,ເຂດສາງເກັບມ້ຽນດັ່ງກ່າວນອກຈາກມີເວທີການຂົນສົ່ງຢ່າງຫຼາກຫຼາຍ, ຍັງສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໃນການເກັບຮັກສາສິນຄ້າຊົ່ວຄາວ, ຮັບປະກັນຍົກຖ່າຍ ແລະ ສົ່ງສິນຄ້າໃຫ້ທັນເວລາ. ປັດຈຸບັນນີ້ເຂດສາງເກັບມ້ຽນສາມາດຕອບສະໜອງກັບຄວາມຕ້ອງການກວດກາຂອງດ່ານພາສີເຂົ້າເຂດດັ່ງກ່າວ ແລະ ໃຫ້ຄວາມສະດວກສໍາລັບການປ່ອຍສິນຄ້າອອກ." ທາງລົດໄຟລາວ-ຈີນເປີດນໍາໃຊ້ເຮັດໃຫ້ລະບົບການຂົນສົ່ງສິນຄ້າຂ້າມຊາຍແດນຫັນເປັນຂະໜາດ ແລະ ເປັນລະບົບຫຼາຍຂຶ້ນ, ໄດ້ຍົກສູງຈໍານວນ ແລະ ປະສິດທິພາບການຂົນສົ່ງສິນຄ້າຕ່າງໆ, ສົ່ງຜົນໃຫ້ທຸລະກິດດ້ານສາງເກັບມ້ຽນ, ໂລຈິກສຕິ ແລະ ຮູບແບບຕ່າງໆມີຄວາມຈະເລິນຮຸ່ງເຮືອງ.

ຮູບນີ້ແມ່ນກໍາມະກອນຂອງບໍລິສັດແອວຊີຂົນສົ່ງສິນຄ້າຈຳກັດຜູ້ດຽວ ພວມພັກຜ່ອນຢູ່ເທິງລົດ

ປັດຈຸບັນ, ໄດ້ມີອຸດສາຫະກຳ ແລະ ວິສາຫະກິດການຄ້າເຊັ່ນ ແຮ່ເຫຼັກ, ປຸ໋ຍ, ຜະລິດຕະພັນກະສິກຳ ແລະ ອື່ນໆຫຼາຍກວ່າ 50 ແຫ່ງຮັບຮອງເອົາບໍລິສັດແອວຊີຂົນສົ່ງສິນຄ້າຈຳກັດຜູ້ດຽວເປັນສູນສາງເກັບມ້ຽນການຂົນສົ່ງສິນຄ້າທີ່ກຳນົດໄວ້ຢູ່ແຂວງຫຼວງພະບາງ.

ບໍລິສັດຢາງພາລາ ຈົງເຫີ ຫຼວງພະບາງຈຳກັດເປັນບໍລິສັດແຫ່ງໜຶ່ງທີ່ເປັນຄູ່ຮ່ວມມືການຄ້າຂອງບໍລິສັດແອວຊີຂົນສົ່ງສິນຄ້າຈຳກັດຜູ້ດຽວ, ບໍລິສັດນີ້ໄດ້ເລີ່ມລົງທຶນການປູກຜະລິດຕະພັນກະສິກຳຢູ່ລາວໃນປີ 2006. ໃນປັດຈຸບັນ, ບໍລິສັດໄດ້ມີເນື້ອທີ່ຕົ້ນຢາງພາລາມ14,000 ເຮັກຕາໃນພາກເໜືອຂອງປະເທດລາວລວມທັງການປູກເອງ ແລະ ຮ່ວມກັນປູກກັບປະຊາຊົນທ້ອງຖິ່ນ. ຕາມທ່ານ ຢາງຊືຊຽນ ຮອງຜູ້ອຳນວຍການໃຫຍ່ຂອງບໍລິສັດຢາງພາລາຈົງເຫີຫຼວງພະບວງຈຳກັດ ໄດ້ໃຫ້ຮູ້ວ່າ, ທາງລົດໄຟລາວ-ຈີນເປີດການນຳໃຊ້ໄດ້ຊ່ວຍຫຼຸດແຮງກົດດັນດ້ານໂລຈິສຕິກ ແລະ ຕົ້ນທຶນການສົ່ງອອກຜະລິດຕະພັນກະສິກຳຂອງປະເທດລາວ. ທ່ານ ຢາງຊືຊຽນ ກ່າວວ່າ,"ປະຊາຊົນລາວມີຄວາມກະຕືລືລົ້ນໃນການປູກຢາງພາລາຫຼາຍ, ພວກເຮົາຈະເພີ່ມຂະຫນາດຂອງການປູກຢາງພາລາໃຫ້ຫຼາຍຂຶ້ນ." ດ້ວຍການຂົນສົ່ງໂດຍທາງລົດໄຟລາວ-ຈີນມີຄວາມສະດວກສະບາຍນັບມື້ນັບຫຼາຍຂຶ້ນ, ຜົນດີທາງດ້ານເສດຖະກິດ ທີ່ນໍາໂດຍທາງລົດໄຟຈະພົ້ນອອກກວ່າ.

ຮູບນີ້ແມ່ນທ່ານ ຊຽວໄທຝູ ຮອງຜູ້ອຳນວຍການໃຫຍ່ຂອງບໍລິສັດແອວຊີຂົນສົ່ງສິນຄ້າຈຳກັດຜູ້ດຽວ ພວມແນະນໍາສະພາບການສ້າງສູນໃຫ້ນັກຮູ້.

ທ່ານ ຈິດລະໄຊ ລີລະບຸດ ຄົນຂັບລົດບັນທຸກລາວຂອງບໍລິສັດແອວຊີຂົນສົ່ງສິນຄ້າຈຳກັດຜູ້ດຽວເປັນຄົນຫຼວງພະບວງ. ພາຍຫຼັງທາງລົດໄຟລາວ-ຈີນ ເປີດນຳໃຊ້ແລ້ວ, ຄວາມຕ້ອງການຂົນສົ່ງແຮ່ເຫຼັກໄປແລະຍັງສູນລະບາຍສິນຄ້າໄດ້ເພີ່ມຂຶ້ນ, 1 ປີກ່ອນ, ລາວໄດ້ຊື້ລົດຂົນສົ່ງ ແລະ ຕິດຕາມບໍລິສັດຈີນເພື່ອການຂົນສົ່ງແຮ່ທາດ. "ອີງຕາມຄວາມຖີ່ຂອງການຂົນສົ່ງໃນປັດຈຸບັນ, ຄ່າໃຊ້ຈ່າຍຂອງການຊື້ລົດບັນທຸກສາມາດກູ້ທຶນຄືນໄດ້ພາຍໃນສອງປີ." ເມື່ອເບິ່ງໄປຍັງລົດບັນທຸກໃຫມ່ອ່ຽມທີ່ຢູ່ຕໍ່ຫນ້າຂອງລາວ, ທ່ານ ຈິດລະໄຊ ລີລະບຸດ ແມ່ນປ່ຽມລົ້ນໄປດ້ວຍພະລັງທຸກໆວັນ.


7月14日起,云南省南亚东南亚区域国际传播中心记者赴老挝、越南、缅甸等国,沿着新通道,记录互联互通、共同繁荣的一线故事。

7月15日,采访团来到位于琅勃拉邦火车站南端的LC国际物流贸易仓储中心,自2022年2月成立来,持续推进各种等业务,逐渐发展成为中老铁路沿线重要的一个陆地港。

LC国际物流贸易仓储中心副总经理肖太富介绍:“中心建设了综合仓储区,露天铁矿石仓储区有2万余平方米,可储存铁矿石5万余吨。铁精粉仓库5个,农副产品仓储区1万余平方米,仓储区除了物流多元化选择外,我们还能满足客户货物的临时堆存需要,保障及时装卸和发运。综合仓储区目前可满足海关的入库查验要求,为货物放行提供便利。”中老铁路的开通让跨境物流运输体系更加规模化、系统化,提高了各类产品的运量和运输效率,仓储物流等业态也因此蓬勃发展。

LC国际物流贸易仓储中心的员工在装载卡车上休息

目前,已有50多家铁矿、肥料、农产品等实业和商贸企业将LC国际物流贸易仓储中心作为琅勃拉邦指定物流仓储中心。

作为LC国际物流贸易仓储中心的贸易合作伙伴之一,琅勃拉邦众和橡胶有限公司2006年开始到老挝投资农产品种植,目前公司在老挝北部已经拥有21万亩包括自营种植以及与当地民众合作的橡胶林。琅勃拉邦众和橡胶有限公司副总经理杨仕贤介绍,中老铁路的通车缓解了老挝农产品出口物流运输和成本压力。“老挝民众对橡胶种植热情很高。今年琅勃拉邦省各县农业部门又向公司提出了3万亩的橡胶促进种植计划。我们将进一步加大橡胶种植规模。”杨仕贤说,随着中老铁路运输越来越通畅,铁路带来的经济效应将更加明显。

LC国际物流贸易仓储中心副总经理肖太富向记者介绍中心建设情况

LC国际物流贸易仓储中心的老挝卡车司机吉拉赛·李拉布是琅勃拉邦本地人。中老铁路开通后,铁矿石到集散地的中转运输需求更大了,一年前他瞅准时机买下卡车,跟着中国企业拉矿石。“按照现在的运输频率,买卡车的钱2年就可以回本。”看着眼前崭新的卡车,吉拉赛·李拉布每天都干劲十足。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

07/19

00:00

ແບ່ງປັນ

ແປ
翻译