ຜູ້ກໍ່ສ້າງທາງລົດໄຟຈີນ-ລາວເຊີນຄູອາຈານ ແລະ ນັກສຶກສາລາວໄປທ່ຽວຈີນໂດຍຂີ່ລົດໄຟ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 16 ກໍລະກົດນີ້, ກຸ່ມບໍລິສັດທາງລົດໄຟຈີນທີ່ເປັນຫົວໜ່ວຍທີ່ໄດ້ເຂົ້າຮ່ວມການກໍ່ສ້າງທາງລົດໄຟຈີນ-ລາວ ໄດ້ດຳເນີນການເຄື່ອນໄຫວແລກປ່ຽນກັບໂຮງຮຽນປະຖົມບ້ານໜອງບິງມິດຕະພາບຈີນ-ລາວຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ແລະໄດ້ເຊື້ອເຊີນຄູອາຈານ ແລະ ນັກຮຽນຈາກລາວເດີນທາງໄປຈີນໂດຍຂີ່ລົດໄຟ.

ຄູອາຈານ ແລະ ນັກຮຽນ, ພໍ່ແມ່ຈາກໂຮງຮຽນປະຖົມບ້ານໜອງບິງ ແລະ ພະນັກງານ, ຄອບຄົວຈາກບັນດາຫົວໜ່ວຍທີ່ໄດ້ເຂົ້າຮ່ວມການກໍ່ສ້າງທາງລົດໄຟຈີນ-ລາວທີ່ກ່ຽວຂ້ອງຂອງກຸ່ມບໍລິສັດທາງລົດໄຟຈີນ ໄດ້ເຂົ້າຮ່ວມກິດຈະກໍາແລກປ່ຽນຄັ້ງນີ້. ໃນໂອກາດດັ່ງກ່າວ, ກຸ່ມບໍລິສັດທາງລົດໄຟຈີນໄດ້ມອບອຸປະກອນການຮຽນ ແລະ ກິລາໃຫ້ໂຮງຮຽນປະຖົມບ້ານໜອງບິງ, ພ້ອມກັນນັ້ນ, ຍັງໄດ້ສົ່ງຄຳເຊີນໃຫ້ຄູອາຈານ ແລະ ນັກຮຽນລາວໄປຢ້ຽມຢາມຈີນດ້ວຍທາງລົດໄຟຈີນ-ລາວ ດ້ວຍຫົວຂໍ້ "ໜຶ່ງແລວທາງໜຶ່ງເສັ້ນທາງ ເຕົ່້າໂຮມຢູ່ປັກກິ່ງ".

ໃນໄລຍະກໍ່ສ້າງທາງລົດໄຟຈີນ-ລາວ, ສຳນັກງານບັນຊີການກໍ່ສ້າງທາງລົດໄຟຈີນ-ລາວ ແລະ, ສຳນັກງານທາງລົດໄຟຈີນ-ລາວເລກທີ່ 2 ຂອງກຸ່ມບໍລິສັດທາງລົດໄຟຈີນ, ໄດ້ສ້າງ “ຄູ່ຮ່ວມມືມິດຕະພາບ” ກັບໂຮງຮຽນປະຖົມບ້ານໜອງບິງ, ເຊິ່ງໄດ້ມອບສະໜາມການເຕະກະຕໍ້, ໂຕະປິງປອງ, ເຄື່ອງຂຽນແລະອື່ນໆ, ໄດ້ດຳເນີນກິດຈະກຳ "ຄູຊ່ວນສອນຢູ່ນອກຫຼັກສູດ".

ທ່ານພັນທອງ, ອະທິການບໍດີຂອງໂຮງຮຽນປະຖົມບ້ານໜອງບິງກ່າວວ່າ, ກຸ່ມລົດໄຟຈີນ ແລະ ໂຮງຮຽນປະຖົມບ້ານໜອງບິງເປັນສັກຂີພິຍານຂອງມິດຕະພາບຈີນ-ລາວໃນຍຸກສະໄໝໃໝ່, ຂ້າພະເຈົ້າມີຄວາມຫວັງເປັນຢ່າງຍິ່ງທີ່ຈະຂີ່ທາງລົດໄຟຈີນ-ລາວໄປປັກກິ່ງເພື່ອສຶກສາ ແລະ ແລກປ່ຽນ, ສືບຕໍ່ເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງຝ່າຍໃຫ້ເລິກເຊິ່ງ, ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນຈີນ-ລາວໃຫ້ນັບມື້ນັບແໜ້ນແຟ້ນ.

ທາງລົດໄຟຈີນ-ລາວແມ່ນໂຄງການລັກສະນະຂອງຮ່ວມມືກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ທີ່ມີຄຸນນະພາບສູງ, ແລະຈະເປີດການບໍລິການໃນວັນທີ 3 ເດືອນທັນວາ ປີ 2021. ໃນວັນທີ 13 ເດືອນເມສານີ້, ທາງລົດໄຟ ຈີນ-ລາວ ໄດ້ເລີ່ມແລ່ນລົດໄຟລະຫວ່າງປະເທດ ຈາກສະຖານີລົດໄຟໃຕ້ ຄຸນໝິງ ຫາ ສະຖານີລົດໄຟວຽງຈັນເປັນຄູ່ກົງກັນຂ້າມກັນ, ການເດີນທາງແມ່ນເລີ່ມຂຶ້ນໃນຕອນເຊົ້າ ແລະ ຮອດຈຸດໝາຍໃນຕອນຄ່ຳ. ໂຮງຮຽນປະຖົມມິດຕະພາບບ້ານໜອງບິງຈີນ-ລາວສ້າງຂຶ້ນດ້ວຍການຊ່ວຍເຫຼືອຈາກຈີນໃນປີ 2012. ນັບແຕ່ນັ້ນມາ, ຈີນໄດ້ສົ່ງຄູສະໝັກໄປດຳເນີນການສອນ ແລະ ສະໜອງອຸປະກອນການສອນ, ເຊິ່ງເປັນໂຄງການສາທິດມິດຕະພາບຈີນ-ລາວ.

 新华社万象7月16日电(记者章建华)7月16日中老铁路参建单位中国中铁在老挝首都万象与中老友好农冰村小学开展交流活动,邀请老挝师生乘坐火车到中国游学。

农冰村小学师生、家长代表和中国中铁中老铁路项目相关参建单位的员工、家属代表参加了本次交流活动。活动中,中国中铁向农冰村小学捐赠了学习和体育用品等,同时还向老挝师生代表发出“一带一路 相聚北京”乘坐中老铁路列车访华游学的邀请。

在中老铁路修建期间,中国中铁中老铁路项目建设指挥部、中铁二局与农冰村小学“结对子”,捐赠藤球场、兵乓球桌、文具等,开展“课外辅导员”活动。

农冰村小学校长潘通表示,中国中铁与农冰村小学是中老友谊的新时代见证者,非常期待乘坐中老铁路到北京学习、交流,继续深化双方友谊,为进一步推动中老关系作出有益贡献。

中老铁路是高质量共建“一带一路”的标志性工程,于2021年12月3日开通运营。今年4月13日,中老铁路昆明南站、万象站双向对开国际旅客列车,昆明至万象实现当日通达。中老友好农冰村小学2012年由中国援建,此后中方连续派遣志愿教师开展教学,并提供教育教学物资,是中老友好的示范项目。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

07/19

15:29

ແບ່ງປັນ

ແປ
翻译