ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ນັກຂ່າວໄດ້ຮັບຮູ້ຈາກດ່ານພາສີຄຸນໝິງໃນວັນທີ 8 ກໍລະກົດນີ້ວ່າ: ໃນວັນທີ 2 ກໍລະກົດນີ້, ເຄື່ອງອາໄຫຼ່ຊຸດໜຶ່ງໄດ້ສົ່ງອອກຈາກປະເທດໄທ, ຂົນສົ່ງໂດຍລົດໄຟຂົນສົ່ງສິນຄ້າສາກົນຂອງທາງລົດໄຟຈີນ-ລາວ, ເຂົ້າມາປະເທດຈີນໂດຍຜ່ານດ່ານຊາຍແດນທາງລົດໄຟບໍ່ຫານ, ຫຼັງຈາກປະກອບເອກະສານການຜ່ານດ່ານພາສີແລ້ວ ຈຶ່ງອອນດ່ານຂົນສົ່ງໄປສູ່ນະຄອນເສີງຕູ, ແລ້ວໃນວັນທີ 7 ກໍລະກົດນີ້, ຈະຂົນສົ່ງເຄື່ອງອາໄຫຼ່(ຂອງລົດຊຸດນີ້ດ້ວຍຂະບວນລົດໄຟຈີນ-ເອີຣົບເດີນທາງຈາກນະຄອນເສີງຕູ, ແລະສົ່ງອອກໂດຍຜ່ານດ່ານຊາຍແດນທາງລົດໄຟ ກິ່ວພູອາລາຊ່ານ, ຕາມເສັ້ນທາງຈະຜ່ານກາຊັກສະຖານ, ເບລາຣູດ, ໂປແລນ ແລະ ປະເທດອື່ນໆ ແລ້ວຮອດນະຄອນຫຼວງບູດາເປສຂອງປະເທດຮົງກາລີ. ນີ້ແມ່ນລົດໄຟຂະບວນທຳອິດທີ່ຂົນສົ່ງສິນຄ້າຂ້າມຊາຍແດນດ້ວຍຮູບແບບ "ທາງລົດໄຟຈີນ-ລາວ + ຂະບວນລົດໄຟຈີນ-ເອີຣົບ".
ພະນັກງານດ່ານພາສີພວມກວດກາສິນຄ້າຂ້າມຊາຍແດນທີ່ຂົນສົ່ງດ້ວຍຮູບແບບ "ທາງລົດໄຟຈີນ-ລາວ + ຂະບວນລົດໄຟຈີນ-ເອີຣົບ" ຢູ່ສະຖານທີ່ກວດກາຄວບຄຸມຂອງດ່ານຊາຍແດນທາງລົດໄຟບໍ່ຫານ. ຮູບພາບຈາກດ່ານພາສີຄຸນໝິງ
ຜູ້ຮັບຜິດຊອບຂອງພະແນກກວດກາຄວບຄຸມຢູ່ດ່ານພາສີຄຸນໝິງທີ່ຂຶ້ນກັບດ່ານຊາຍແດນທາງລົດໄຟຂອງ ດ່ານພາສີເມືອງລ້າແນະນໍາວ່າ, ສິນຄ້າຜ່ານຊາຍແດນຫມາຍເຖິງ ສິນຄ້າທີ່ຂົນສົ່ງເລີ່ມຈາກຕ່າງປະເທດ ແລະ ສືບຕໍ່ຂົນສົ່ງໄປສູ່ຕ່າງປະເທດ ໂດຍຜ່ານທາງບົກຂອງປະເທດຈີນ. ຜ່ານຮູບແບບ "ທາງລົດໄຟຈີນ-ລາວ + ຂະບວນລົດໄຟຈີນ-ເອີຣົບ", ສາມາດຂົນສົ່ງສິນຄ້າໄປຕ່າງປະເທດດ້ວຍທາງລົດໄຟພາຍໃນປະເທດຈີນ ເຊິ່ງສາມາດປະຢັດເວລາການຂົນສົ່ງໄດ້ 15 ຫາ 20 ວັນ ເມື່ອທຽບໃສ່ວິທີການຂົນສົ່ງທາງທະເລແບບດັ້ງເດີມ ແລະ ການຂົນສົ່ງທາງຫຼວງເຊື່ອມຕໍ່ທາງລົດໄຟຈີນ-ເອີລົບ.
ເພື່ອຮັບປະກັນສິນຄ້າຊຸດນີ້ສາມາດຜ່ານດ່ານພາສີພາຍໃນປະເທດຈີນຢ່າງມີປະສິດທິຜົນ, ດ່ານພາສີຄຸນໝິງໄດ້ຕິດຕໍ່ພົວພັນກັບພະແນກທາງລົດໄຟ ແລະ ວິສາຫະກິດດຳເນີນທຸລະກິດຢ່າງສະໜິດແໜນ, ລົງເລິກການສືບສວນ ແລະ ຄົ້ນຄວ້າ, ເຂົ້າໃຈຄວາມຕ້ອງການຂອງວິສາຫະກິດ, ອຳນວຍການຊີ້ນຳແບບ “ໜຶ່ງຕໍ່ໜຶ່ງ” ໃຫ້ແກ່ວິສາຫະກິດແຈ້ງພາສີ, ພ້ອມທັງສະໜອງບັນດາມາດຕະການອັນສະດວກໃຫ້ແກ່ສິນຄ້າຜ່ານດ່ານເຊັ່ນປັບປຸງຂັ້ນຕອນຜ່ານດ່ານ, ການຜ່ານດ່ານພາສີທີ່ບໍ່ມີເອກະສານເປັນເຈ້ຍ ແລະ ການຜ່ານແດນຢ່າງວ່ອງໄວ.
ຕາມສະຖິຕິ, ໃນ 6 ເດືອນຕົ້ນປີນີ້, ດ່ານພາສີຄຸນໝິງໄດ້ກວດກາ ແລະ ປ່ອຍສິນຄ້າຂາເຂົ້າ ແລະ ຂາອອກທີ່ຂົນສົ່ງດ້ວຍທາງລົດໄຟຈີນ-ລາວ 2,146 ລ້ານໂຕນ, ເພີ່ມຂຶ້ນ 194,4% ເມື່ອທຽບໃສ່ໄລຍະດຽວກັນໃນປິກາຍນີ້.
记者7月8日从昆明海关了解到,7月2日,一批汽车配件从泰国组织发运,通过中老铁路国际货物列车运输,经磨憨铁路口岸入境,办理完海关过境手续后转关运输至成都,7月7日从成都搭乘中欧班列,之后将从阿拉山口铁路口岸运输出境,途经哈萨克斯坦、白俄罗斯、波兰等国家后到达匈牙利布达佩斯。这是首趟以“中老铁路+中欧班列”模式运输过境的货物列车。
海关关员在磨憨铁路口岸监管作业场所对“中老铁路+中欧班列”过境货物进行查验。昆明海关 供图
昆明海关所属勐腊海关铁路口岸监管科负责人介绍,过境货物是指由境外启运、通过中国境内陆路运输继续运往境外的货物。通过“中老铁路+中欧班列”模式,境外货物可在中国境内全线铁路运输,较传统海运和公路转中欧班列运输方式可节约物流时间15至20天。
为保障该批货物在中国境内顺利高效通关,昆明海关密切联系铁路部门和运营企业,深入开展调查研究,了解企业需求,对申报企业进行“一对一”指导,对过境货物给予优化过境手续、全程无纸化通关和快速通关等便利措施。
另据统计,今年上半年,昆明海关监管验放中老铁路进出口货运量达214.6万吨,同比增长194.4%。 (云南网 记者 刘子语 通讯员 董诗施 朱龙飞)
"ເສັ້ນທາງທອງຄຳ"ທີ່ເຕັມໄປດ້ວຍກິ່ນຫອມໝາກໄມ້!ທາງລົດໄຟລາວ-ຈີນຂົນສົ່ງໝາກໄມ້ເກີນ 40.000 ໂຕນ.
ສະບາຍດີ2023-07-03
ຫ້ອງຮຽນເຄື່ອນທີ່ "ບົດຮຽນທໍາອິດຂອງຂະບວນລົດໄຟ"ໄດ້ຈັດຂຶ້ນຢູ່ລົດໄຟລາວ-ຈີນຂະບວນ"ລ້ານຊ້າງ"
ສະບາຍດີ2023-06-25
ລົດໄຟຕາມທາງລົດໄຟຈີນ-ລາວຊັກຊ້າ ກົມທາງລົດໄຟຈັດວາງຢ່າງເປັນຮຽບຮ້ອຍໄດ້ຮັບການຍ້ອງຍໍ
ສະບາຍດີ2023-06-08
ພາຍຫຼັງເປີດການບໍລິການເປັນເວລາ 18 ເດືອນ ທາງລົດໄຟຈີນ-ລາວໄດ້ສົ່ງຜູ້ໂດຍສານ 16,4 ລ້ານເທື່ອຄົນ
ສະບາຍດີ2023-06-06
ອັດຕາແລກປ່ຽນໃນມື້ນີ້:
1CNY = 2993.3 LAK
— 2023 —
07/11
16:18
— ແບ່ງປັນ —