ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 14-15 ພຶດສະພານີ້, ຄະນະຜູ້ແທນພັກແລະ ອໍານາດການປົກຄອງແຂວງຢຸນນານໄປແຂວງກວາງຕຸ້ງເພື່ອຮຽນຮູ້ ແລະ ສຳຫຼວດປະສົບການທີ່ທັນສະໄໝດ້ານການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ການພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ການຮ່ວມມື ແລະ ການແລກປ່ຽນລະຫວ່າງສອງແຂວງຢ່າງເລິກເຊິ່ງ.
ທ່ານຫວາງຄຸນໝິງ ເລຂາຄະນະພັກແຂວງກວາງຕຸ້ງ ແລະ ທ່ານວາງນິງ ເລຂາຄະນະພັກແຂວງຢຸນນານດຳເນີນການປຶກສາຫາລື ແລະ ແລກປ່ຽນເຊິ່ງກັນ. ທ່ານວາງເວີຍຈົ່ງ ຮອງເລຂາຄະນະພັກແຂວງກວາງຕຸ້ງ ເຈົ້າແຂວງກວາງຕຸ້ງ, ທ່ານຫວງຈູພິງ ຮອງເລຂາຄະນະພັັກອແຂວງ ເລຂາຄະນະພັກຫົວໜ້າຄະນະປະຈຳສະພາປະຊາຊົນແຂວງ, ທ່ານເມີ້ງຝານລີ້, ຮອງເລຂາຄະນະພັກແຂວງ, ເລຂາຄະນະພັກນະຄອນເຊີນເຈີ້ນ, ທ່ານ ຊີຢູ້ກ່າງ ຮອງເລຂາຄະນະພັກແຂວງຢຸນນານໄດ້ເຂົ້າຮ່ວມກິກຈະກໍາທີ່ກ່ຽວຂ້ອງ.
ທ່ານຫວາງຄຸນໝິງໃນນາມຄະນະພັກແຂວງກວາງຕຸ້ງ ແລະ ອຳນາດການປົກຄອງແຂວງໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການມາຮອດຂອງຄະນະຜູ້ແທນພັກອຳນາດການປົກຄອງແຂວງຢຸນນານ, ແລະ ສະແດງຄວາມຂອບອົກຂອບໃຈຕໍ່ແຂວງຢຸນນານທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງແຂງແຮງຕໍ່ວຽກງານຂອງແຂວງກວາງຕຸ້ງໃນໄລຍະຍາວນານ. ທ່ານກ່າວວ່າ, ແຂວງຢຸນນານມີສິ່ງແວດລ້ອມນິເວດທີ່ດີ, ຊັບພະຍາກອນທຳມະຊາດອັນອຸດົມສົມບູນ, ທ່າແຮງດ້ານພະລັງງານທີ່ພົ້ນເດັ່ນ ແລະ ເງື່ອນໄຂທີ່ຕັ້ງທີ່ດີກວ່າ. ໃນຊຸມປີຜ່ານມາ, ແຂວງຢຸນນານໄດ້ຄົ້ນຄວ້າ ແລະ ປະຕິບັດຕາມຄໍາເຫັນທີ່ສໍາຄັນ ແລະ ຈິດໃຈການຊີ້ນໍາໆພາຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ກ່າວໃນໄລຍະການສຳຫຼວດແຂວງຢຸນນານ, ໂດຍປິ່ນອ້ອມ ແລະ ປະຕິບັດ "ສາມຈຸດກຳນົດ ສາມການກໍານົດຖານະບົດບາດ" ໃນການກໍ່ສ້າງເຂດສາທິດດ້ານຄວາມສາມັກຄີແລະ ຄວາມກ້າວໜ້າຂອງຊົນເຜົ່າໃນປະເທດເຮົາ, ສ້າງເປັນແຖວໜ້າຂອງການສ້າງອາລະຍະທຳນິເວດ, ແລະກໍ່ສ້າງສູນກາງພັດທະນາທີ່ສົ່ງຜົນສະທ້ອນອັນກວ້າງຂວາງສູ່ອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້, ຊຸກຍູ້ເສດຖະກິດ ແລະ ສັງຄົມທີ່ມີການພັດທະນາແບບກ້າວກະໂດດ ແລະ ມີຄຸນນະພາບສູງ,ຫຼາຍແນວຄວາມຄິດທີ່ດີ ແລະ ການທຳທີ່ດີແມ່ນມີູຄຸນຄ່າການຮຽນສໍາລັບແຂວງກວາງຕຸ້ງຄວນ. ການແລກປ່ຽນ ແລະ ມິດຕະພາບລະຫ່ວາງແຂວງກວາງຕຸ້ງ ແລະ ຢຸນນານໄດ້ສະໜິດແໜ້ນແຟ້ນຂຶ້ນ, ໃນຊຸມປີມໍ່ໆມານີ້, ການແລກປ່ຽນ ແລະ ການໄປມາຫາສູ່ກັນຂົງເຂດຕ່າງໆຂອງສອງແຂວງນີ້ໄດ້ສືບຕໍ່ລົງເລິກຂຶ້ນ, ບັນລຸການຕາບຈູນດ້ານທ່າແຮງ ແລະ ການພັດທະນາຮ່ວມກັນ. ມຸ່ງໄປສູ່ການເດີນທາງໃໝ່, ສອງແຂວງຈະມີອະນາຄົດອັນສົດໄສ ແລະ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືຢ່າງເລິກເຊິ່ງ ແລະ ແທດຈິງ.
ທ່ານຫວາງຄຸນໝິງຊີ້ອອກວ່າ, ໃນປະຈຸບັນນີ້, ແຂວງກວາງຕຸ້ງພວມດຳເນີນການຮຽນ ແລະ ປະຕິບັດການສຶືກສາຫົວຂໍ້ກ່ຽວກັບແນວຄິດສັງຄົມນິຍົມສີສັນພິເສດຂອງຈີນໃນຍຸກໃໝ່ຂອງສະຫາຍສີຈິ້ນຜິງ, ປະຕິບັດຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ, ແລະ ຄຳເຫັນທີ່ສຳຄັນ ແລະ ຈິດໃຈການຊີ້ນຳໆພາຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ກ່າວໃນໄລຍະການສຳຫຼວດແຂວງກວາງຕຸ້ງກ່າວເຖິງ,ໂດຍຕາມພາລະກິດທີ່ທ່ານສີຈິ້ນຜິງ ເລຂາທິການໃຫຍ່ມອບໃຫ້, ສຸມໃສ່ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ແລະພະຍາຍາມຢູ່ແຖວໜ້າໃນການກໍ່ສ້າງການຫັນເປັນທັນສະໄໝແບບຈີນ. ຫວັງວ່າຈະຮ່ວມມືກັບແຂວງຢຸນນານໂດຍອີງໃສ່ພື້ນຖານການຮ່ວມມືທີ່ມີແລ້ວ, ສົ່ງເສີມທ່າແຮງຂອງຕົນຢ່າງເຕັມທີ່, ແລະຮ່ວມກັນປະຕິບັດການຈັດວາງນະໂຍບາຍຂອງຄະນະບໍລິຫານງານສູນກາງພັກໂດຍເອົາສະຫາຍສີຈິ້ນຜິງເປັນແກນນຳ, ຮ່ວມກັນພັດທະນາ, ຮ່ວມກັນກ້າວໄປໜ້າ ແລະ ແຕ່ງບົດໃໝ່ຕາມເສັ້ນທາງທັນສະໄໝແບບຈີນ, ເພື່ອບັນລຸຕ່າງຝ່າຍຕ່າງມີຜົດປະໂຫຍດ ແລະ ການພັດທະນາຮ່ວມກັນ.
ແຂວງກວາງຕຸ້ງຈະສຸມໃສ່ເພີ່ມທະວີການຮ່ວມມືດ້ານຍຸດທະສາດທີ່ສຳຄັນ, ພະຍາຍາມຊຸກຍູ້ການເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງຂອງສອງແຂວງ, ຮ່ວມກັນກໍ່ສ້າງຊ່ອງທາງໃໝ່ທາງທະເລ-ທາງຫຼວງພາກຕາເວັນຕົກ, ຊຸກຍູ້ການພັດທະນາຮ່ວມກັນຂອງເຂດຕາມທະເລ, ເຂດຫຼັງຝັ່ງທະເລ ແລະ ເຂດຕາມຊາຍແດນ, ນຳໃຊ້ເວທີ ແລະ ຊັບພະຍາກອນຕ່າງໆເຊັ່ນ: ງານວາງສະແດງສິນຄ້າຂາເຂົ້າ-ຂາອອກຂອງຈີນ, ງານວາງສະແດງເຕັກໂນໂລຊີລະດັບສູງສາກົນຈີນ, ງານວາງສະແດງສິນຄ້າຈີນ-ອາຊີໃຕ້, ຮ່ວມກັນຂະຫຍາຍຕະຫຼາດໃນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ບໍລິການ ແລະ ເຊື່ອມໂຍງເຂົ້າກັບຮູບແບບການພັດທະນາໃໝ່ຢ່າງດີກວ່າ.
ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳ, ສົ່ງເສີມທ່າແຮງໃນຂົງເຂດບໍ່ແຮ່, ພະລັງງານ, ກະສິກຳຂອງຢຸນນານ ແລະ ທ່າແຮງດ້ານອຸດສາຫະກຳການຜະລິດຂອງກວາງຕຸ້ງຢ່າງເຕັມສ່ວນ, ເພີ່ມທະວີການເຊື່ອມໂຍງເຊື່ອມຈອດ, ລົງເລິກການຮ່ວມມືລະຫວ່າງສອງແຂວງໃນຂົງເຂດກະສິກຳທັນສະໄໝ, ພະລັງງານສີຂຽວ, ການແພດຊີວະສາດ, ໂລຈິສຕີທັນສະໄໝ, ວັດຖຸໃໝ່, ເສດຖະກິດດີຈີຕອນ, ຮ່ວມກັນເສີມຂະຫຍາຍຄວາມສາມາດການແຂ່ງຂັນຂອງຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ອຸດສາຫະກຳ; ເພີ່ມທະວີການຮ່ວມມືດ້ານຕະຫຼາດ, ຊຸກຍູ້ການລົງທຶນລະຫວ່າງສອງຝ່າຍຢ່າງຕັ້ງໜ້າ, ຊຸກຍູ້ການສົ່ງອອກຜະລິດຕະພັນກະສິກຳທີມີຄຸນນະພາບສູງຈາກແຂວງຢຸນນານເຂົ້າສູ່ຕະຫຼາດໃຫຍ່ຂອງເຂດກວາງຕຸ້ງ, ຮົງກົງ ແລະ ມາເກົາ, ແລະນຳເຂົ້າຜະລິດຕະພັນທີ່ມີຄຸນນະພາບສູງຈາກກວາງຕຸ້ງເຂົ້າແຂວງຢຸນນານຢ່າງຕັ້ງໜ້າ. ຂະຫຍາຍຕະຫຼາດພາກຕາເວັນຕົກສຽງໃຕ້, ສຸມໃສ່ການຮ່ວມມືດ້ານມະຫາວິທະຍາໄລ-ວິສາຫະກິດ, ເຊື່ອມໂຍງການສະໜອງ ແລະ ຄວາມຕ້ອງການ, ແບ່ງປັນຂໍ້ມູນຂ່າວສານ, ຮັກສາສິດ ແລະອື່ນໆ;ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ-ວັດທະນະທຳ, ສະໜັບສະໜູນບັນດາພະແນກການທ່ອງທ່ຽວ-ວັດທະນະທຳ ແລະ ວິສາຫະກິດໃຫ້ເພີ່ມທະວີການແລກປ່ຽນ, ເຊື່ອມໂຍງຊັບພະຍາກອນທ່ອງທ່ຽວ-ວັດທະນະທຳ, ຮ່ວມກັນພັດທະນາຮູບແບບຂະແໜງການໃໝ່ ແລະ ຜະລິດຕະພັນໃໝ່ໂດຍຜ່ານການເຊື່ອມໂຍງທ່ອງທ່ຽວ-ວັດທະນະທຳ, ດຳເນີນການສົ່ງເສີມ ແລະ ໂຄສະນາການຄ້າ, ສ້າງຕະຫຼາດໃໝ່ປ່ຽນກັນໃຫ້ນັກທ່ອງທ່ຽວ, ບັນລຸການພັດທະນາໃຫມ່ຢ່າງຫຼວງກວ່າເກົ່າ.
ທ່ານວາງນິງໃນນາມຄະນະພັກແຂວງຢຸນນານ, ອຳນາດການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າໃນແຂວງສະແດງຄວາມຂອບອົກຂອບໃຈຕໍ່ແຂວງກວາງຕຸ້ງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອມາແຕ່ດົນນານ. ທ່ານກ່າວວ່າ, ແຂວງຢຸນນານ ແລະ ແຂວງກວາງຕຸ້ງມີມິດຕະພາບອັນເລິກເຊິ່ງ, ມີປະຫວັດສາດດ້ານການຮ່ວມມືອັນຍາວນານ. ໂດຍສະເພາະໃນເວລາສຳຄັນທີ່ແຂວງຢຸນນານເລີ່ມດຳເນີນການບັ້ນສູ້ຊົນແກ້ໄຂຂໍ້ຫຍຸ້ງຍາກໃນຂັ້ນສຸດທ້າຍເພື່ອລຶບລ້າງຄວາມທຸກຍາກ, ແຂວງກວາງຕຸ້ງໄດ້ປະຕິບັດຕາມຄຳຊີ້ນຳທີ່ສຳຄັນຂອງທ່ານສີຈິ້ນຜິງເລຂາທິການໃຫຍ່ ກ່ຽວກັບການຮ່ວມມືແກ້ໄຂຄວາມທຸກຍາກລະຫວ່າງພາກຕາເວັນອອກແລະຕາເວັນຕົກ, ຕາມການວາງແຜນນະໂຍບາຍຕໍ່ວຽກງານການຊ່ວຍເຫຼືອທີ່ສອດຄ່ອງກັັນຂອງສູນກາງພັກ, ປະສົມຄວາມຕ້ອງການຂອງແຂວງຢຸນນານ ແລະ ຄວາມສາມາດຂອງແຂວງກວາງຕຸ້ງ, ອຳນວຍການຊ່ວຍເຫຼືອຢ່າງເຕັມທີ, ໄດ້ປະກອບສ່ວນເຂົ້າໃນການບັ້ນລຶບລ້າງຄວາມທຸກຍາກຂັ້ນສຸດທ້າຍຂອງແຂວງຢຸນນານຢ່າງຫຼວງຫຼາຍ.
5月14日至15日,云南省党政代表团赴广东省,学习考察广东改革开放和经济社会发展先进经验,推进两省深化交流协作。
广东省委书记黄坤明与云南省委书记王宁座谈交流。广东省委副书记、省长王伟中,省人大常委会主任黄楚平,省委副书记、深圳市委书记孟凡利;云南省委副书记石玉钢参加相关活动。
黄坤明代表广东省委、省政府对云南省党政代表团表示欢迎,对云南长期以来给予广东工作的大力支持表示感谢。他说,云南生态环境良好、自然资源丰富、能源优势突出、区位条件优越。近年来,云南深入学习贯彻习近平总书记考察云南重要讲话和重要指示批示精神,围绕落实建设我国民族团结进步示范区、生态文明建设排头兵、面向南亚东南亚辐射中心“三个定位”,扎实推进经济社会高质量跨越式发展,许多好思路、好做法值得广东学习借鉴。广东和云南交流密切、情深谊长,近年来粤滇两省各领域交流交往持续深化,实现了优势互补、共同发展。迈上新征程,两省携手开展更为深入务实的合作前景广阔、潜力巨大。
黄坤明指出,当前,广东正深入开展学习贯彻习近平新时代中国特色社会主义思想主题教育,认真贯彻落实党的二十大精神和习近平总书记视察广东重要讲话、重要指示精神,按照总书记赋予的使命任务,在推动高质量发展上聚焦用力,奋力在推进中国式现代化建设中走在前列。希望与云南一道,立足既有合作基础,发挥各自优势,共同落实好以习近平同志为核心的党中央决策部署,在中国式现代化道路上携手并进、共谱新篇,实现互利共赢、共同发展。
广东将着力加强重大战略合作,以更大力度推进两省基础设施互联互通,共建西部陆海新通道,促进沿海、内陆和沿边联动发展,用足用好广交会、高交会、南博会等平台资源和渠道,共同开拓南亚、东南亚等市场,更好融入和服务新发展格局。
加强产业合作,充分发挥云南矿产、能源、农业等优势和广东制造业优势,进一步强化对接,推动两省在现代农业、绿色能源、生物医药、现代物流、新材料、数字经济等领域深化合作,共同提升产业链供应链的竞争力;加强市场合作,促进扩大双向投资,大力推动云南优质农产品走进大湾区大市场和广东优质产品进入云南、开拓西南大市场,聚焦在校企合作、供需对接、信息共享、权益保障等方面;加强文化旅游合作,支持鼓励文旅部门和企业之间加强沟通对接、整合文旅资源,联手开发文旅融合新产品新业态,开展营销推介,打造游客互换新市场,实现新的更大发展。
王宁代表云南省委、省政府和全省各族人民对广东省长期以来的支持帮助表示衷心感谢。他说,滇粤两地情谊深厚、合作源远流长。特别是在云南打响精准脱贫攻坚战的关键时刻,广东省坚决贯彻习近平总书记关于东西部扶贫协作的重要指示精神,按照党中央关于对口支援工作的部署要求,结合云南所需、广东所能,全力给予帮扶支持,为云南全面打赢脱贫攻坚战作出了重要贡献。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
05/18
17:16
— ແບ່ງປັນ —